ໂຮງໝໍພາກສະໜາມສູນຫ້ວຍຫົງ ປິດຊົ່ວຄາວ ພາຍຫຼັງປິ່ນປົວຜູ້ຕິດເຊື້ອໂຄວິດ-19 ຫາຍດີ

445

ຮອງຜູ້ອຳນວຍການໂຮງໝໍມະໂຫສົດ ເຊິ່ງເປັນຜູ້ຮັບຜິດຊອບໂຮງໝໍພາກສະໜາມຢູ່ສູນຫ້ວຍຫົງ ກ່າວວ່າ ສູນຫ້ວຍຫົງໄດ້ປິດຊົ່ວຄາວ ພາຍຫຼັງປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19​ ທີ່ບໍ່ສະແດງອາການ, ຂັ້ນເບົາບາງຫາຍດີ 138 ຄົນ ແລະ 6 ຄົນ ໄດ້ສົ່ງຕໍ່ໂຮງໝໍອື່ນ ເຮັດໃຫ້ປັດຈຸບັນສູນດັ່ງກ່າວບໍ່ມີຄົນເຈັບແລ້ວ.

ທ່ານ ດຣ. ຄຳໃສ ເດດລືໄຊ ຮອງຜູ້ອຳນວຍການໂຮງໝໍມະໂຫສົດ ກ່າວໃນພິທີຖະແຫຼງຂ່າວຂອງຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃນວັນທີ 18 ພຶດສະພາ 2021 ວ່າ: ພາຍຫຼັງທີ່ຄະນະນໍາກະຊວງສາທາລະນະສຸກ ເຫັນດີໃຫ້ເອົາສູນກິລາຫ້ວຍຫົງ ເປັນໂຮງໝໍພາກສະໜາມ ໂດຍມອບໃຫ້ໂຮງໝໍມະໂຫສົດເປັນຜູ້ຮັບຜິດຊອບໃນການປິ່ນປົວຄົນເຈັບພະຍາດໂຄວິດ-19 ທີ່ບໍ່ມີອາການ ຫຼື ອາການເບົາບາງ ມາປິ່ນປົວຢູ່ສະຖານທີ່ດັ່ງກ່າວ.

ດັ່ງນັ້ນ, ທີມງານກົມປິ່ນປົວ ສົມທົບກັບທີມງານພວກເຮົາໄດ້ເລີ່ມເຂົ້າໄປກະກຽມສະຖານທີ່ແຕ່ວັນທີ 24 ເມສາ 2021 ໂດຍໄດ້ຈັດສັນຫ້ອງນອນ ແລະ ວາງຕຽງໃສ່ໃນແຕ່ລະຫ້ອງ ເຊິ່ງທັງໝົດມີ 39 ຫ້ອງ ສາມາດບັນຈຸຄົນເຈັບໄດ້ 138 ຄົນ, ປະກອບມີ 2 ຕຶກ, ຕຶກດ້ານໜ້າ ສາມາດຮັບຄົນເຈັບໄດ້ 52 ຕຽງ, ຕຶກດ້ານຫຼັງ ຮັບຄົນເຈັບໄດ້ 86 ຕຽງ. ຈາກນັ້ນກໍໄດ້ຈັດສັນສະຖານທີ່ເຮັດວຽກຂອງແພດໝໍ ແລະ ຈັດສັນຕຽງເຂົ້າຫ້ອງຄົນເຈັບ ເຊິ່ງມີທັງຕຽງຂອງສູນກິລາຫ້ວຍຫົງ, ຕຽງພັບ ແລະ ຕຽງຄູບາ ລວມ 138 ຕຽງ ແລະ ຄະນະຮັບຜິດຊອບຂອງ ພວກເຮົາໄດ້ກະກຽມທີມງານແພດໝໍ ເພື່ອເຂົ້າປະຈຳການຢູ່ສູນຫ້ວຍຫົງໃນເບື້ອງຕົ້ນແມ່ນ 3 ທີມ ເຊິ່ງລວມທັງໝົດ ມີ 39 ຄົນ.

ໃນວັນທີ 25 ເມສາ 2021 ທີມງານແພດໝໍ ໄດ້ເລີ່ມເຂົ້າປະຈຳການ ເຊິ່ງມີຈຳນວນເບື້ອງຕົ້ນມີ 8 ຄົນ (ທ່ານໝໍ 2 ຄົນ, ພະຍາບານ 4 ຄົນ, ອະນາໄມ 1 ຄົນ, ລົດແພດ 1 ຄັນ ພ້ອມຜູ້ຂັບລົດ 1 ຄົນ) ໄດ້ຈັດສັນຢາ ແລະ ອຸປະກອນປ້ອງກັນຕົນເອງ ເພື່ອກຽມຄວາມພ້ອມໃນການຮັບຄົນເຈັບ ຮອດຕອນແລງຂອງມື້ດັ່ງກ່າວແມ່ນເລີ່ມຮັບຄົນເຈັບເຂົ້ານອນ ຫຼັງຈາກນັ້ນກໍຮັບຄົນເຈັບເຂົ້າມາເລື່ອຍໆ ເມື່ອເຫັນວ່າຄົນເຈັບເພີ່ມຂຶ້ນຫຼາຍ ແລະ ຈຳນວນແພດໝໍທີ່ຮັບຜິດຊອບບໍ່ພຽງພໍ.

ວັນທີ 28 ເມສາ 2021 ຄະນະຊີ້ນຳ ຈຶ່ງໄດ້ສົ່ງທີມງານແພດໝໍເຂົ້າຕື່ມອີກ 6 ຄົນ(ທ່ານໝໍ 1ຄົນ,ພະຍາບານ 4 ຄົນ ແລະ ອະນາໄມອີກ 1 ຄົນ). ດັ່ງນັ້ນ, ທີມງານແພດໝໍທີ່ຮັບຜິດຊອບໃນການປິ່ນປົວຄົນເຈັບຢູ່ສູນຫ້ວຍຫົງທັງໝົດແມ່ນ 15 ຄົນ(ທ່ານໝໍ 3, ພະຍາບານ 9, ອະນາໄມ 2 ຂັບລົດ 1). ນອກນັ້ນຍັງມີທີມງານສະໜັບສະໜູນອີກຈຳນວນໜຶ່ງ,

ທ່ານ ດຣ. ຄຳໃສ ເດດລືໄຊ ໃຫ້ຮູ້ຕື່ມວ່າ: ດ້ານການປິ່ນປົວ ທາງທີມງານພວກເຮົາໄດ້ພະຍາຍາມອຳນວຍຄວາມສະດວກທຸກຢ່າງໃຫ້ທີມແພດທີ່ປະຕິບັດໜ້າທີ່ປິ່ນປົວຄົນເຈັບ ໂດຍໄດ້ຈັດສັນອາຫານ, ຢາ, ອຸປະກອນການແພດທີ່ຈຳເປັນ ເພື່ອເຮັດໃຫ້ການບໍລິການປິ່ນປົວໄດ້ຮັບຜົນດີ. ຜ່ານການປິ່ນປົວຄົນເຈັບຢູ່ໂຮງໝໍສະໜາມສູນຫ້ວຍຫົງ ສາມາດປົວຜູ້ຕິດເຊື້ອດີໃຫ້ກັບເມື່ອກັກກັນຕົນເອງຢູ່ເຮືອນຕໍ່ອີກ 1 ອາທິດ ໄດ້ທັງໝົດ 138 ຄົນ, ສົ່ງຕໍ່ໂຮງໝໍອື່ນ 6 ຄົນ ລວມຄົນເຈັບທີ່ເຂົ້າມາປິ່ນປົວທັງໝົດ 144 ຄົນ.

ແຕ່ຢ່າງໃດກໍ່ຕາມ, ຮອດວັນທີ 18 ພຶດສະພາ 2021 ຄົນເຈັບທີ່ນອນປິ່ນປົວຢູ່ໂຮງໝໍພາກສະໜາມສູນຫ້ວຍຫົງ ແມ່ນບໍ່ມີຄົນເຈັບແລ້ວ. ດັ່ງນັ້ນ, ທາງທີມງານຈະໄດ້ເຮັດການຂ້າເຊື້ອສູນດັ່ງກ່າວ ແລ້ວປິດຊົ່ວຄາວ ຖ້າມີຄວາມຈຳເປັນອາດຈະໄດ້ເປີດນຳໃຊ້ຄືນ ເຊິ່ງທີມງານແພດໝໍພວກເຮົາແມ່ນກຽມຄວາມພ້ອມຕະຫຼອດເວລາໃນການປະຕິບັດໜ້າທີ່ຮັບໃຊ້ການປິ່ນປົວຄົນເຈັບ.

ຂໍຮຽກຮ້ອງມາຍັງພໍ່ແມ່ປະຊາຊົນທັງໝົດ ຈົ່ງໃຫ້ການຮ່ວມມືໃນການຈຳກັດການລະບາດເພື່ອຊ່ວຍຊາດ ແລະ ຊ່ວຍແພດໝໍເຊັ່ນ: ໃຫ້ຢູ່ເຮືອນຂອງທ່ານ ຖ້າທ່ານມີຄວາມຈຳເປັນຕ້ອງອອກໄປຂ້າງນອກ, ໃຫ້ປະຕິບັດຫຼັກການປ້ອງກັນຕົນເອງຢ່າງເຄັ່ງຄັດເຊັ່ນ: ໃສ່ຜ້າອັດປາກດັງຕະຫຼອດເວລາອອກໄປຂ້າງນອກ, ໃຫ້ລ້າງມືເລື້ອຍໆ ດ້ວຍເຫຼົ້າຢາຂ້າເຊື້ອ 70% ຂຶ້ນໄປ ຫຼື ດ້ວຍນ້ຳ ແລະ ສະບູ, ຫຼີກເວັ້ນສະຖານທີ່ທີ່ມີຄົນແອອັດ, ຮັກສາໄລຍະຫ່າງຢ່າງໜ້ອຍ 1 ແມັດ.

ສະໜັບສະໜູນຂ່າວໂດຍ: