ເບັນເຊມາ ໄດ້ໂອກາດຮັບໃຊ້ທີມຊາດຝຣັ່ງ ອີກຄັ້ງໃນຮອບ 6 ປີລຸຍ ຢູໂຣ 2020

489

ເຢ ເດສ໌ຊອງສ໌ ຜູ້ຈັດການທີມຊາດຝຣັ່ງ ປະກາດ 26 ນັກເຕະຊຸດບານເຕະຢູໂຣ 2020 ທີ່ເລື່ອນມາແຂ່ງຂັນໃນລະຫວ່າງວັນທີ 11 ມິຖຸນາເຖິງ 11 ກໍລະກົດ 2021 ອອກມາທາງການເມື່ອວັນທີ 18 ພຶດສະພາ 2021 ນໍາໂດຍ ຄາຣິມ ເບັນເຊມາ ກອງໜ້າຂອງ ຣີລ ມາດຣິດ ທີ່ໄດ້ຮັບໂອກາດຮັບໃຊ້ທີມຊາດອີກຄັ້ງຮອບ 6 ປີ.

ລາຍຊື່ 26 ນັກເຕະຂອງທີມຊາດຝຣັ່ງ ມີດັ່ງນີ້:
ຜູ້ຮັກສາປະຕູ: ອູໂກ ໂຢຣິສ ຈາກທ໊ອດແນມ ຮ໊ອດສະເປີ, ສະຕີຟ ມ໊ອງດ໊ອງດາ ຈາກໂອແລມປີກ ມາເຊຍ ແລະ ໄມ ເມຢອງ ຈາກລີລ.
ກອງຫຼັງ: ຣາຟາເອລ ວາຣານ ຈາກຣີລ ມາດຣິດ, ລູກ້າ ດີນ ຈາກເອັຟເວີຕັນ, ແບັງຢາແມັງ ປາວາ ຈາກບາເຢິນ ມິວນິກ, ລູກ້າ ແອກນ໊ອງເດຊ ຈາກບາເຢິນ ມິວນິກ, ເພຣສເນລ ຄິມເພັມເບ ຈາກປາຣີສ ແຊງແຊກແມງ, ເກລມ໊ອງ ລ໊ອງເລ ຈາກບາເຊໂລນາ, ເຄິດ ຊູມາ ຈາກເຊລຊີ, ລີໂອ ດູບົວ ຈາກໂອແລມປິກ ລີຢົງ ແລະ ຊູລສ໌ ກຸນເດ ຈາກເຊບີຢາ.
ກອງກາງ: ປອລ ປ໊ອກບາ ຈາກແມນເຊັສເຕີ ຢູໄນເຕັດ, ມຸສຊາ ຊິສໂຊໂກ ຈາກທ໊ອດແນມ ຮ໊ອດສະເປີ, ເອັນໂກໂລ ກ໊ອງເຕ ຈາກເຊລຊີ, ໂຕມາສ໌ ເລີ ຈາກແອັດເລຕິໂກ ມາດຣິດ, ໂກຣ໊ອງແຕງ ໂຕລິສໂຊ ຈາກບາເຢິນ ມິວນິກ ແລະ ອາດຣຽງ ຣາບິໂອ ຈາກຢູເວນຕຸສ.

ກອງໜ້າ: ໂອລິວິເຢ ຊິຣູ ຈາກເຊລຊີ, ອ໊ອງຕວນ ກຣີຊມັນ ຈາກບາເຊໂລນາ, ຄາຣິມ ເບັນເຊມາ ຈາກຣີລ ມາດຣິດ, ຄີລິຢັນ ເອັມບັບເປ ຈາກປາຣີສ ແຊງແຊກແມງ, ຄິງເລ ໂດມັນ ຈາກບາເຢິນ ມິວນິກ, ອຸສມານ ເດມເບເລ ຈາກບາເຊໂລນາ, ວິສຊາມ ເບນ ເຢັກແຄ ຈາກໂມນາໂກ ແລະ ມາກກຸສ ຕູຣາມ ຈາກໂບຣຸສເຊຍ ມືນເຊັນກລັດບັກ.