ປາຣີສ ແຊງ ແຊກແມງ ເປີດຕົວເສື້ອລະດູການ 2021-2022 ຢ່າງເປັນທາງການ

422

ປາຣີສ ແຊງ ແຊກແມງ ສະໂມສອນຍັກໃຫຍ່ໃນລີກເອິງ ຝຣັ່ງ ເປີດຕົວຊຸດແຂ່ງຂັນໃນບ້ານທີ່ຈະໃຊ້ໃນລະດູການ 2021-2022 ຢ່າງເປັນທາງການພາຍໃຕ້ຄອນເຊັບ PSGxJordan ເຊິ່ງໄດ້ຜະລິດຕະພັນທີ່ມີຊື່ສຽງຢ່າງ ຈໍແດນ ສັງກັດຂອງ ໄນກີ້ ມາອອກແບບຊຸດໃຫ້ເປັນຄັ້ງທໍາອິດ.

ກ່ອນໜ້ານີ້ ຜະລິດຕະພັນ ຈໍແດນ ເຂົ້າໄປມີສ່ວນຮ່ວມໃນການອອກແບບສະເພາະໃນຊຸດທີ 3 ຂອງ ປາຣີສ ແຊງ ແຊກແມງ ລວມໄປເຖິງຊຸດສໍາຮອງຕ່າງໆ. ຢ່າງໃດກໍຕາມ ທັງສອງຝ່າຍປະກາດຈັບມືກັນ ເພື່ອອອກແບບຊຸດແຂ່ງຂັນໃນບ້ານໃນລະດູການໜ້າເປັນທີ່ຮຽບຮ້ອຍແລ້ວ.

ສໍາລັບ ຈໍແດນ ໄດ້ລົບແຖບແນວຕັ້ງແດງ-ຂາວທີ່ໜ້າເອິກອອກ ແລະ ໄດ້ເຮັດໃຫ້ເປັນສີຟ້າກົມ ເຊິ່ງເບິ່ງເຫັນເປັນແຖບແນວຕັ້ງໂທນສີດຽວກັບລວດລາຍຂອງເນື້ອຜ້າ ໂດຍມີຜູ້ສະໜັບສະໜູນເປັນ ALL Accor Live Limitless.