ຄະນະສະເພາະກິດ ຈະປັບມາດຕະການປິ່ນປົວຜູ້ຕິດເຊື້ອໂຄວິດ ຫຼຸດກ້ອນກຳລັງແພດໝໍລົງ ເອົາມາໂຮມໄວ້ຈຸດດຽວ

803

ຮອງຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກ່າວວ່າການຄຸ້ມຄອງກໍລະນີຄົນເຈັບເປັນພະຍາດໂຄວິດ-19 ຈະໄດ້ປັບໃໝ່ ໂດຍຈະຫຼຸດກ້ອງກໍາລັງແພດໝໍເອົາມາໂຮມໄວ້ໃນຈຸດດຽວ ເພື່ອກຽມຮັບມືອາດຈະມີການລະບາດຮອບໃໝ່.

ທ່ານ ຮສ ດຮ ນາງ ບົວເທບ ພູມິນ ຮອງຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ, ກະຊວງສາທາລະນະສຸກ ກ່າວໃນການຖະແຫຼງຂ່າວປະຈຳວັນທີ 16 ພຶດສະພາ 2021 ຂອງຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃຫ້ຮູ້ວ່າ: ຮູບແບບການຕິດເຊື້ອຂອງພະຍາດໂຄວິດ-19 ປັດຈຸບັນມັນໄດ້ແຕກຕ່າງ, ຜັນຂະຫຍາຍໄປເອງເລື່ອຍໆ ຕະຫຼອດໄລຍະ 1 ອາທິດຜ່ານມາ.

ຕ່າງໜ້າສາຍຄຸ້ມຄອງກໍລະນີ ພວກເຮົາໄດ້ສຶກສາຕົວເລກປຽບທຽບລະຫວ່າງຢູ່ສູນກາງ ແລະ ຢູ່ທ້ອງຖິ່ນເຫັນວ່າ ສຳລັບຜູ້ຕິດເຊື້ອຢູ່ສູນກາງ ຈາກຈຳນວນ 400 ຄົນ ຈະຫຼຸດລົງເລື່ອຍໆ ປັດຈຸບັນມີ 329 ຄົນ, ສໍາລັບຢູ່ທ້ອງຖິ່ນຈາກຕົວເລກ 500 ເພີ່ມຂຶ້ນ ມື້ນີ້ 613 ຄົນ ຈະເຫັນວ່າຕົວເລກລະຫວ່າງສູນກາງ ແລະ ທ້ອງຖິ່ນ ແມ່ນຢູ່ທ້ອງຖິ່ນຕົວເລກການຕິດເຊື້ອແມ່ນເພີ່ມຂຶ້ນ ເຊິ່ງການເພີ່ມຂຶ້ນແມ່ນແບ່ງເປັນ 2 ກຸ່ມຄື: 1 ຕິດເຊື້ອຈາກການນຳເຂົ້າຈາກຕ່າງປະເທດ ແລະ ຕິດພາຍໃນ ເຊິ່ງພົບຫຼາຍທີ່ສຸດແມ່ນຢູ່ນະຄອນຫຼວງວຽງຈັນ.


ຕໍ່ສະພາບດັ່ງກ່າວພວກເຮົາໄດ້ປັບຈາກເມື່ອກ່ອນຢູ່ສູນກາງ ມີສະຖານທີ່ປິ່ນປົວ 6 ແຫ່ງ, 3 ແມ່ນແມ່ນໂຮງໝໍສູນກາງ ແລະ 3 ແຫ່ງໂຮງໝໍພາກສະໜາມ. ໃນເມື່ອປະເມີນວ່າໂຮງໝໍພາກສະໜາມຕ້ອງຮັບປິ່ນປົວຄົນເຈັບຂັ້ນເບົາບາງ ຖ້າມີອາການຈຶ່ງສົ່ງເຂົ້າໂຮງໝໍສູນກາງ 3 ແຫ່ງນັ້ນ. ແຕ່ພາຍຫຼັງການເສຍຊີວິດຂອງຜູ້ຕິດເຊື້ອພະຍາດໂຄວິດ-19 ຄົນທີ 2 ຈຶ່ງໄດ້ຄົ້ນຄວ້າກັນໃໝ່ວ່າ ພວກເຮົາຈະຫຼຸດກ້ອນກຳລັງແພດໝໍລົງ ເອົາມາໂຮມໄວ້ໃນຈຸດດຽວ ເພື່ອຫຼຸດຜ່ອນກ້ອນກຳລັງ ເພື່ອກະກຽມຮັບມືທີ່ອາດຄືນລູກໃໝ່ທີ່ອາດຈະເກີດຂຶ້ນ.


ທ່ານ ຮສ ດຮ ນາງ ບົວເທບ ພູມິນ ກ່າວຕື່ມວ່າ: ມາດຕະການດັ່ງກ່າວຈະເປັນການຫຼຸດຄ່າໃຊ້ຈ່າຍ ຖ້າພວກເຮົາໄດ້ທ້ອນຄົນເຈັບມາໄວ້ໃນບ່ອນດຽວກັນ ຈາກທີ່ເຄີຍຢູ່ກະແຈກກະຈາຍເຊັ່ນ: ໂຮງໝໍພາກສະໜາມ ສູນກິລາຫ້ວຍຫົງ ເມື່ອກ່ອນເປັນສູນປິ່ນປົວຄົນເຈັບເບົາບາງ ປັດຈຸບັນມີຄົນເຈັບຕິດເຊື້ອຢູ່ 18 ຄົນ ແລະ ພວກເຮົາຈະຄ່ອຍຫຼຸດອອກ. ຫຼັງຈາກນັ້ນສູນນີ້ຈະບໍ່ຮັບປິ່ນປົວຄົນເຈັບເບົາບາງ ແຕ່ຮັບຕິດຕາມຄົນເຈັບທີ່ຕິດເຊື້ອຢູ່ຂັ້ນເບົາບາງທີ່ນອນປິ່ນປົວຢູ່ພາກສະໜາມຫຼັກ 27ແລະ ພາກສະໜາມລ້ານຊ້າງ ພວກເຮົາໃຫ້ເພິ່ນໄປຕິດຕາມຕົນເອງຢູ່ເຮືອນ ແຕ່ບໍ່ມີເງື່ອນໄຂເຊັ່ນ: ເຮືອນຢູ່ມີຫຼາຍຄົນ, ມີຫ້ອງນອນຈຳກັດ ຕ້ອງໄດ້ເອົາໄປຢູ່ສູນຫ້ວຍຫົງເພື່ອ ຕິດຕາມເຊິ່ງການຕິດຕາມອາດຈະເປັນພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ຫຼື ນະຄອນຫຼວງວຽງຈັນ ຮັບຜິດຊອບ ສົມທົບກັບອຳນາດການປົກຄອງບ້ານ.

ສູນປິ່ນປົວພາກສະໜາມລ້ານຊ້າງ ຍັງຮັກສາໄວ້ຄືເກົ່າເພາະເປັນສູນທີ່ໄດ້ມາດຕະຖານ ປັດຈຸບັນມີຄົນເຈັບນອນຢູ່ 75 ຄົນ ເຊິ່ງສາມາດຮັບໄດ້ 303 ຕຽງ. ສ່ວນສູນຫຼັກ 27 ມີຄົນເຈັບ 137 ຄົນ ເມື່ອພົ້ນກໍານົດຈະຄ່ອຍຫຼຸດອອກ ແລ້ວສູນດັ່ງກ່າວຈະກາຍເປັນບ່ອນຈຳກັດບໍລິເວນຜູ້ທີ່ເດີນທາງເຂົ້າມາ; ແຕ່ຕຶກທີ່ກຳນົດເປັນໂຮງໝໍປິ່ນປົວຍັງຄົງໄວ້ ເພື່ອກໍລະນີມີຜູ້ຕິດເຊື້ອເພີ່ມຂຶ້ນແມ່ນຈະນຳໃຊ້.


ສ່ວນໂຮງໝໍສູນກາງ 3 ແຫ່ງຄື: ໂຮງໝໍມິດຕະພາບ, ເສດຖາທິຣາດ ແລະ ໂຮງໝໍສູນກາງ 103 ເປັນບ່ອນປິ່ນປົວຜູ້ທີ່ມີອາການປານກາງ ຫາ ໜັກ ໂດຍໂຮງໝໍມິດຕະພາບແມ່ນຖືກຍົກລະດັບຂຶ້ນ ເປັນບ່ອນປິ່ນປົວ, ຟື້ນຟູກໍລະນີຄົນເຈັບທີ່ໜັກ ແລະ ໜັກທີ່ສຸດ ແມ່ນຈະສົ່ງເຂົ້າໂຮງໝໍດັ່ງກ່າວ.

ສິ່ງທີ່ເປັນກັງວົນໃນປັດຈຸບັນແມ່ນຈຳນວນຄົນເຈັບທີ່ເປັນເດັກເພີ່ມຂຶ້ນປັດຈຸບັນທັງສູນກາງ ແລະ ທ້ອງຖິ່ນມີ 19 ຄົນ . ດັ່ງນັ້ນ, ຈະເປັນຂອດວຽກໜຶ່ງທີ່ຈະໄດ້ປະຊຸມກັນຢ່າງຮີບດ່ວນໃນການຮັບມື ແລະ ກຸ່ມຖືພາ ຢູ່ທ້ອງຖິ່ນແຈ້ງມາວ່າ ສາມາດເກີດລູກໄດ້ຢ່າງປອດໄພ, ແຕ່ປັດຈຸບັນຍັງມີ 1ຄົນ ຢູ່ທ້ອງຖິ່ນທີ່ມີອາກາດໜັກ.