3 ພາກສ່ວນທຸລະກິດຂອງແຂວງສະຫວັນນະເຂດ ນຳເອົາເງິນ ແລະອຸປະກອນຈຳເປັນ ປະກອບສ່ວນຊຸກຍູ້ວຽກງານປ້ອງກັນ, ຄວບຄຸມ ແລະແກ້ໄຂການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19

354

3 ພາກສ່ວນທຸລະກິດຂອງແຂວງສະຫວັນນະເຂດ ໄດ້ນຳເອົາເງິນ ແລະ ອຸປະກອນຈຳເປັນ ເພື່ອປະກອບສ່ວນຊຸກຍູ້ວຽກງານປ້ອງກັນ, ຄວບຄຸມ ແລະແກ້ໄຂການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ພາຍໃນແຂວງ ລວມມູນຄ່າທັງໝົດ 133 ລ້ານກີບ.

ພິທີມອບ-ຮັບເງິນ ແລະ ເຄື່ອງຊ່ວຍເຫຼືອ ໄດ້ຈັດຂຶ້ນໃນວັນທີ 5 ພຶດສະພາ 2021 ທີ່ສະໂມສອນຫ້ອງວ່າການປົກຄອງແຂວງ ກໍຄືສູນປະຕິບັດງານຄະນະສະເພາະກິດເພື່ອປ້ອງກັນ, ສະກັດກັ້ນ ແລະຄວບຄຸມການແຜ່ລະບາດພະຍາດໂຄວິດ-19 ໃນນີ້ ປະກອບມີ: ບໍລິສັດ ມີຊຶຊຶ ເຂດເສດຖະກິດພິເສດ ມອບເງິນສົດມູນຄ່າ 100 ລ້ານກີບ, ໂຮງງານຜະລິດປຶ້ມຂຽນແສງເພັດ ບ້ານນາເຊັງ ນະຄອນໄກສອນ ພົມວິຫານ ມອບເງິນສົດ ແລະຜ້າອັດປາກ-ດັງ ມູນຄ່າ 14 ລ້ານກີບ ແລະບໍລິສັດຖໍ້ຮຸ່ງເຮືອງ+ໂຮງງານເຟີນິເຈີ້ຮຸ່ງເຮືອງຊັບ+ບໍລິສັດໂປແມັກຊິບປິ້ງ ມອບເງິນສົດ ແລະຜ້າອັດປາກ-ດັງ ລວມມູນຄ່າ 19 ລ້ານກີບ.

ໃຫ້ກຽດຮັບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ໂດຍທ່ານ ວຽງທະວີສອນ ເທບພະຈັນ ຮອງເຈົ້າແຂວງສະຫວັນນະເຂດ ແລະມອບໂດຍຕາງໜ້າຂອງທັງ 3 ພາກສ່ວນດັ່ງກ່າວ.


ຂ່າວແຈ້ງຕື່ມອີກວ່າ: ໃນຕອນບ່າຍຂອງວັນດຽວກັນນີ້, ທາງບໍລິສັດລາວມຸງຄຸນກໍ່ສ້າງຂົວທາງ ຈະມາມອບເງິນ ແລະເຄື່ອງຊ່ວຍເຫຼືອໃຫ້ແກ່ແຂວງສະຫວັນນະເຂດ ເພື່ອປະກອບສ່ວນໃນວຽກງານຕ້ານ ແລະສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໃນມູນຄ່າ 15 ລ້ານກີບ.