ການຮຽນຕ້ອງພັກແກ່ຍາວໄປອີກຮອດ 20 ພຶດສະພາ

354

ເພື່ອເປັນການສືບຕໍ່ເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມພ້ອມຮອບດ້ານເພື່ອຕ້ານພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ທົ່ວຂະແໜງການສຶກສາ ແລະ ກິລາ ໃນຂອບເຂດທົ່ວປະເທດ, ຫົວໜ້າຄະນະສະເພາະກິດ ກະຊວງສຶກສາທິການ ແລະ ກິລາ ອອກແຈ້ງການ ສະບັບໃໝ່ໂດຍໃຫ້ສືບຕໍ່ພັກການຮຽນ-ການສອນໄປຮອດວັນທີ 20 ພຶດສະພາ ໃນທຸກຊັ້ນຮຽນນັບແຕ່ໂຮງຮຽນລ້ຽງເດັກຮອດມະຫາວິທະຍາໄລ.

ໃນແຈ້ງການລະບຸວ່າ 1. ໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາ ທຸກຂັ້ນ, ພະນັກງານ, ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາທຸກຄົນ ສືບຕໍ່ເພີ່ມທະວີປະຕິບັດມາດຕະການຕ່າງໆທີ່ລະບຸໃນຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ຄໍາແນະນໍາຂອງຄະນະສະເພາະກິດຂັ້ນສູນກາງ, ຄຳສັ່ງຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ຄໍາສັ່ງເພີ່ມເຕີມຂອງຫົວໜ້າຄະນະສະເພາະກິດກະຊວງສຶກສາທິການ ແລະ ກິລາ ແລະ ຄໍາສັ່ງແນະນໍາຂອງຄະນະສະເພາະກິດຂັ້ນແຂວງ/ນະຄອນຫຼວງ ອອກໄປຕື່ມອີກ 15 ວັນ ຢ່າງເຂັ້ມງວດ ນັບແຕ່ວັນທີ 06 – 20 ພຶດສະພາ 2021.

ໂດຍມອບໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາທຸກຂັ້ນ ຕິດຕາມ, ກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດ ແລະ ລາຍງານໃຫ້ຄະນະສະເພາະກິດ ກະຊວງສຶກສາທິການ ແລະ ກິລາ ຮັບຊາບທຸກອາທິດ; ຖ້າພົບວ່າການຈັດຕັ້ງ ຫຼື ບຸກຄົນໃດ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ລະເມີດບັນດາຄຳສັ່ງ, ແຈ້ງການ ແລະ ຄຳແນະນຳ ທີ່ກ່າວມານັ້ນ ມອບໃຫ້ການຈັດຕັ້ງບ່ອນນັ້ນລາຍງານໂດຍດ່ວນກ່ຽວກັບມາດຕະການລົງວິໄນເພື່ອນຳສະເໜີໃຫ້ຄະນະສະເພາະກິດຂັ້ນຂອງຕົນ ແລະ ຂັ້ນກະຊວງ ພິຈາລະນາ


2. ໃຫ້ສະຖານການສຶກສາທັງພາກລັດ ແລະ ເອກະຊົນ ໃນຂອບເຂດທົ່ວປະເທດ ສືບຕໍ່ພັກຮຽນຊົ່ວຄາວ ເຊິ່ງປະກອບມີ: ໂຮງລ້ຽງເດັກ, ໂຮງຮຽນອະນຸບານ, ໂຮງຮຽນປະຖົມສຶກສາ, ໂຮງຮຽນມັດທະຍົມສຶກສາ, ໂຮງຮຽນສຶກສາສົງ, ໂຮງຮຽນສຶກສາພິເສດ, ໂຮງຮຽນກິນນອນ, ສູນຝຶກອົບຮົມວິຊາຊີບ, ວິທະຍາໄລ, ສະຖາບັນ ແລະ ມະຫາວິທະຍາໄລ;


3. ໃຫ້ພະແນກສຶກສາທິການ ແລະ ກິລາແຂວງ/ນະຄອນຫຼວງ ສືບຕໍ່ປະສານສົມທົບກັບຄະນະສະເພາະກິດ ຂັ້ນແຂວງ/ນະຄອນຫຼວງ ເພື່ອເຝົ້າລະວັງ, ຕິດຕາມ ແລະ ປະເມີນຄວາມສ່ຽງການແຜ່ລະບາດຂອງພະຍາດໂຄວິດ-19 ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ເພື່ອສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂສະພາບການລະບາດໃຫ້ທັນການ;


4. ໃນໄລຍະພັກການຮຽນຊົ່ວຄາວ ມອບໃຫ້ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ກົມການສຶກສາກ່ອນໄວຮຽນ, ກົມສາມັນສຶກສາ, ກົມສ້າງຄູ ແລະ ສູນໄອຊີທີ ສືບຕໍ່ເຜີຍແຜ່ການຮຽນ-ການສອນ ຜ່ານໂທລະພາບການສຶກສາ-ກິລາ, ວິທະຍຸ, ຖານການຮຽນຮູ້ການຮຽນ-ການສອນ ຄັງປັນຍາລາວ (Teaching-Learning Platform); ສໍາລັບການສຶກສາຄູ, ພະລະ ແລະ ສິລະປະສຶກສາ, ການສຶກສານອກໂຮງຮຽນ, ອາຊີວະສຶກສາ ແລະ ການສຶກສາຊັ້ນສູງ ແມ່ນໃຫ້ຈັດການຮຽນ-ການສອນທາງໄກ ໃຫ້ແກ່ກຸ່ມເປົ້າໝາຍຕາມຄວາມເໝາະສົມ;


5. ໄລຍະປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ມອບໃຫ້ກົມວິຊາການ ແລະ ສະຖາບັນ ອອກແຈ້ງການລະອຽດສະເພາະກ່ຽວກັບການຈັດການຮຽນ-ການສອນ ທີ່ ເໝາະສົມກັບເງື່ອນໄຂຕົວຈິງ, ສຳລັບຫ້ອງການ, ກົມ, ສູນ ແລະ ພາກສ່ວນຕ່າງໆ ໃຫ້ສຸມໃສ່ປະຕິບັດວຽກທີ່ເປັນບູລິມະສິດຂອງຕົນໃຫ້ເປັນປົກກະຕິ;
6. ສຳລັບສຳນັກກະຊວງ, ພະແນກສຶກສາທິການ ແລະ ກິລາ ແຂວງ/ນະຄອນຫຼວງ ແລະ ສະຖານການສຶກສາທົ່ວປະເທດແຕ່ລະວັນລັດຖະການໃຫ້ຜັດປ່ຽນກັນມາປະຈຳການ ແລະ ປ້ອງກັນ-ເວນຍາມບໍ່ໃຫ້ຂາດ, ຈຳນວນໜຶ່ງ ແມ່ນໃຫ້ເຮັດວຽກຢູ່ເຮືອນ ຫຼື ທີ່ພັກອາໄສ ໂດຍຜ່ານ: ໂທລະສັບ, ອີເມວ ແລະ ລະບົບກອງປະຊຸມທາງໄກ. ເພື່ອຫຼຸດຜ່ອນຄວາມແອອັດໃນສະຖານທີ່ເຮັດວຽກ.

ພ້ອມນີ້ຜູ້ທີ່ມາປະຈໍາການໃຫ້ຈັດຕັ້ງກັນກວດກາວັດແທກອຸນຫະພູມ, ລ້າງມືດ້ວຍນໍ້າສະອາດໃສ່ສະບູ ຫຼື ເຈວລ້າງມື, ໃສ່ຜ້າອັດປາກ-ດັງ ແລະ ອະນາໄມສະຖານທີ່ບ່ອນເຮັດວຽກເປັນປົກກະຕິ ແລະ ໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາ, ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ຈົ່ງມີສະຕິໃນການຮັບຂໍ້ມູນຂ່າວສານຈາກສື່ອອນລາຍ ໂດຍສະເພາະແມ່ນຂ່າວທີ່ບໍ່ມີມູນຄວາມຈິງ ຫ້າມບໍ່ໃຫ້ເຜີຍແຜ່ ຫຼື ແຊຕໍ່ຢ່າງເດັດຂາດ, ໃຫ້ຕິດຕາມຂ່າວສານຈາກສື່ອອນລາຍທີ່ເຊື່ອຖືໄດ້ຄື: ສູນຂ່າວສານການແພດສຸຂະສຶກສາ (ສະເພາະຂໍ້ມູນກ່ຽວກັບການແຜ່ລະບາດຂອງພະຍາດໂຄວິດ-19); ສໍາລັບຂໍ້ມູນຂ່າວສານສຶກສາ ແລະ ກິລາ ໃຫ້ຕິດຕາມຂ່າວຈາກ: Edu-Sport TV online ແລະ ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ; ຖ້າມີກໍລະນີຮີບດ່ວນໃຫ້ປະສານ ແລະ ລາຍງານຫາຫ້ອງການກະຊວງສຶກສາທິການ ແລະ ກິລາ, ຈຸດປະສານງານຄະນະສະເພາະກິດກະຊວງສຶກສາທິການ ແລະ ກິລາ ໂທ/ແຟັກ: 021 254702, ຫຼື whatsapp 020 22475552, 020 54922051, ອີ

ລາຍລະອຽດຕ້ອງອ່ານ

ອ່ານເພື່ອຄວາມເຂົ້າໃຈ