ເຈົ້າໜ້າທີ່ ຊີ້ແຈງຂ່າວລື ຄົນໂດດຕຶກຂ້າຕົວຕາຍ ຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ

1090

ຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງບໍ່ແກ້ວ ໄດ້ເຮັດໜັງສືລາຍງານຫຍໍ້ ເລກທີ 194/ຄຂສພ.ບກ, ລົງວັນທີ 6 ພຶດສະພາ 2021.ເລື່ອງ ຂໍລາຍງານສະພາບການ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ ອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ທີ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ.

ຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງບໍ່ແກ້ວ ຂໍຖືເປັນກຽດຮຽນລາຍງານມາຍັງທ່ານ ກ່ຽວກັບຄລິບທີ່ລົງທາງສື່ອອນລາຍ ເຫດການ ຄົ້ນໂດດຕຶກ (ຂ້າຕົວຕາຍ) ທາງຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງບໍ່ແກ້ວ ໄດ້ມອບໃຫ້ເຈົ້າໜ້າທີ່ ປກຊ-ປກສ ລົງກວດກາຕົວຈິງ ສາມາດຢັ້ງຢືນໄດ້ວ່າ : ຄລີບດັ່ງກ່າວບໍ່ໄດ້ເກີດຂຶ້ນ ຢູ່ພາຍໃນເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ແລະ ຕຶກດັ່ງກ່າວກໍບໍ່ໄດ້ມີຢູ່ພາຍໃນເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ຂໍ້ມູນທີ່ລົງທາງສື່ອອນລາຍນີ້ ເປັນການສ້າງຄວາມປັ່ນປວນ ແລະ ໃສ່ຮ້າຍປ້າຍສີໃຫ້ແກ່ເຂດຂອງພວກເຮົາ.

ສະນັ້ນ ທາງຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງບໍ່ແກ້ວ ຈຶ່ງຂໍຢັ້ງຢືນອີກຄັ້ງ ຂ່າວດັ່ງກ່າວ ເປັນພຽງ (ຂ່າວປອມ) ບໍ່ມີມູນຄວາມຈິງ.ດັ່ງນັ້ນ, ຈຶ່ງຮຽນລາຍງານມາຍັງທ່ານ ແລະ ທຸກພາກສ່ວນທີ່ຕິດຕາມຂ່າວທາງສື່ອອນລາຍ ເພື່ອຊາບ.