ສຸຂະພາບດີດ້ວຍການກິນ-ການພັກຜ່ອນນອນໃຫ້ພຽງພໍ

625

ຊ່ວງທີ່ຕ້ອງກັກໂຕຢູ່ບ້ານ ຫລື ເຮັດວຽກຢູ່ບ້ານ ເພື່ອປ້ອງກັນການຮັບເຊື້ອໂຄວິດ-19 ເປັນຈັງຫວະທີ່ດີທີ່ຈະປັບພຶດຕິກຳການກິນ, ການຢູ່ເພື່ອສຸຂະພາບທີ່ດີຫ່າງໄກຈາກໂລກໄພຕ່າງໆ

ສຸຂະພາບດີເລີ່ມຕົ້ນທີ່ໂຕເຮົາ ໃນນັ້ນການກິນ, ການອອກກໍາລັງກາຍ ແລະ ການນອນຫຼັບດີມີຄວາມສໍາຄັນໃນການສ້າງພູມຄຸ້ມກັນຕ້ານໂຄວີດ-19 ຖ້າເຮົາເຄື່ອນໄຫວໜ້ອຍກໍປານກັບວ່າປ່ວຍໜັກ ຮ່າງກາຍອ່ອນແອ, ບໍ່ມີພູມຕ້ານທານພະຍາດ ລອງປັບປ່ຽນດ້ວຍການສ້າງສຸຂະພາບທີ່ແຂງແຮງ ໃນຊ່ວງກັກໂຕຄວນກິນອາຫານທີ່ໃຫ້ພະລັງ ງານຕຳ່ຍ່ອຍງ່າຍ ສ້າງພູມຄຸ້ມກັນໃຫ້ແຂງແຮງ  ແລະ ເສີມວິຕາມິນໃຫ້ກັບຮ່າງກາຍ ທີ່ສຳຄັນຄວນກິນອາຫານໃຫ້ຄົບ 5 ໝູ່ ທັງ 3ຄາບໂດຍສະເພາະ ເນັ້ນໂປຣຕີນ, ວິຕາມິນ, ເກືອແຮ່, ກາກໄຍອາຫານຈາກຜັກໝາກໄມ້ ແລະ ເປັນໂອກາດທີ່ລອງສ້າງລາຍການອາຫານທີ່ມີປະໂຫຍດດ້ວຍຕົນເອງ ຫຼຸດອາຫານຫວານ,ມັນ,ເຄັມ.

ທີ່ສຳຄັນຕ້ອງກິນໃຫ້ຖືກສັດສ່ວນ ເຊັ່ນ: ກິນຜັກໝາກໄມ້ຊະນິດຕ່າງໆ ປະລິມານ ເຄິ່ງຈານ, ກິນເຂົ້າ-ແປ້ງປະລິມານ 1 ສ່ວນຂອງຈານ ຫຼື 1 ໃນ 4 ຂອງຈານ, ຊີ້ນສັດໄຂມັນຕຳ່ຖົ່ວເມັດແຫ້ງ ປະລິມານ 1 ສ່ວນຂອງຈານ ຫຼື 1ໃນ 4 ຂອງຈານ ລວມທັງຫຼຸດ ຫຼື ງົດອາຫານລົດຫວານ,ມັນ,ເຄັມ ແລະ ເຄື່ອງດື່ມປະເພດທີ່ມີນຳ້ຕານສູງ ເຊັ່ນ: ນຳ້ຫວານ,ນຳ້ອັດລົມ, ຊາຂຽວ, ຊາໄຂ່ມຸກຕ່າງໆ  ລວມເຖິງ ແອວກໍຮໍ ແຕ່ເລືອກດື່ມນຳ້ລ້າຫຼາຍໆ 7-8 ຈອກຕໍ່ມື້

ຊ່ວງເຮັດວຽກຢູ່ເຮືອນຕໍ່ເນື່ອງເປັນເວລາດົນ ເຮັດໃຫ້ຮ່າງກາຍບໍ່ໄດ້ໃຊ້ພະລັງງານ ໂລກຕຸ້ຍຈະຖາມຫາ ຮ່າງກາຍກໍຈະອ່ອນແອລົງ ດັ່ງນັ້ນຄວນລຸກເໜັງຕີງຮ່າງກາຍທຸກຊົ່ວໂມງ ແລະ ສ້າງເປັນກິດຈະວັດປະຈຳວັນໂດຍບໍ່ຕ້ອງໃຊ້ອຸປະກອນ ຫຼື ພື້ນທີ່ຫຼາຍເຊັ່ນ: ການເໜັງຕີງລຸກນັ່ງໃນຂະນະທີ່ຈຶ້ງສາຍຕາໄວ້ໜ້າຈໍໂທລະພາບ, ຍ່າງໄປມາ ຫຼື ຂຶ້ນລົງຂັ້ນໃດ, ເຂົ້າເບິ່ງການສອນອອກກຳລັງກາຍທາງອອນລາຍ

ການນອນມີຄວາມສໍາຄັນຕໍ່ສຸຂະພາບຊ່ວຍເສີມສ້າງພູມຄຸ້ມກັນພະຍາດ ແລະ ຊ່ວຍສ້ອມແຊມສ່ວນທີ່ອ່ອນແອໃນຮ່າງກາຍຂອງເຮົາ ໂດຍຄົນທົ່ວໄປຄວນນອນຫຼັບໃຫ້ໄດ້ມື້ລະ 7-8 ຊົ່ວໂມງ ການນອນໜ້ອຍເກີນໄປ ຫຼື ຫຼາຍເກີນໄປ ລ້ວນແຕ່ສົ່ງຜົນຕໍ່ສຸຂະພາບເຮັດໃຫ້ເຊວພູມຄຸ້ມກັນໃນຮ່າງກາຍຫຼຸດລົງ ,ພູມຕ້ານທານຕໍ່າ ສົ່ງຜົນໃຫ້ຮ່າງກາຍອ່ອນແອ ກ່ອນນອນຄວນລະເວັ້ນກິດຈະກຳຕ່າງໆເທິງໜ້າຈໍ ເຊັ່ນ: ການເບິ່ງໂທລະສັບ, ການຫຼິ້ນເກມຕ່າງໆເພາະຈະມີຜົນ ເຮັດໃຫ້ນອນບໍ່ຫຼັບ ຫຼື ຫຼັບຊ້າ ດັ່ງນັ້ນກ່ອນນອນຄວນປິດໄຟ, ປິດໜ້າຈໍໂທລະສັບ,ໜ້າຈໍເຄື່ອງອີເລັກໂທນິກທຸກຊະນິດ ຊຶ່ງຈະຊ່ວຍໃຫ້ຫຼັບສະນິດຢ່າງມີຄຸນນະພາບ ຖືເປັນການພິກວິກິດປ່ຽນເປັນຄົນໃໝ່ ທີ່ແຂງແຮງສຸຂະພາບດີທຸກສະຖານະການ

ຂໍ້ມູນຈາກ:thaihealth.or.th