27ເມສາ ມີກໍລະນີຕິດເຊື້ອໂຄວິດ-19 ຈຳນວນ75 ຄົນ, ນອນໃນ 6 ແຂວງ ແລະ ນະຄອນຫຼວງວຽງຈັນ

801

ຜົນເກັບຕົວຢ່າງມາກວດວິເຄາະທັງໝົດ 2.646 ຄົນ ໃນວັນທີ26 ເມສາ 2021 ແມ່ນພົບຜູ້ຕິດເຊື້ອໃໝ່ 75 ຄົນ, ໃນນັ້ນມີ ນະຄອນຫຼວງ 59ຄົນ, ຈຳປາສັກ 8 ຄົນ, ແຂວງວຽງຈັນ 4 ຄົນ, ສະຫວັນນະເຂດ 1 ຄົນ, ບໍ່ແກ້ວ 1 ຄົນ, ຫຼວງພະບາງ 1 ຄົນ ແລະ ຊຽງຂວາງ 1 ຄົນ.

ທ່ານ. ຮສ. ດຣ ພູທອນ ເມືອງປາກ ຫົວໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19 ຮອງລັດຖະມົນຕີ, ກະຊວງສາທາລະນະສຸກ ພ້ອມດ້ວຍ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ແລະ ທ່ານ ດຣ. ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19 ຖະແຫຼງຂ່າວປະຈຳວັນທີ27 ເມສາ 2021

ໃນວັນທີ 26 ເມສາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 2.646 ຄົນ;ຜົນກວດວິເຄາະທັງໝົດ ແມ່ນພົບຜູ້ຕິດເຊື້ອໃໝ່ 75 ຄົນ, ໃນນັ້ນມີ ນະຄອນຫຼວງ 59ຄົນ, ຈຳປາສັກ 8 ຄົນ, ແຂວງວຽງຈັນ 4 ຄົນ, ສະຫວັນນະເຂດ 1 ຄົນ, ບໍ່ແກ້ວ 1 ຄົນ, ຫຼວງພະບາງ 1 ຄົນ ແລະ ຊຽງຂວາງ 1 ຄົນ;


ມາຮອດປະຈຸບັນ ຕົວເລກຕິດເຊື້ອສະສົມ 511 ຄົນ, ບໍ່ມີຜູ້ເສຍຊີວີດ, ປິ່ນປົວຫາຍດີ 49 ຄົນ , ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ແຂວງກຳນົດໄວ້ ຈຳນວນ 462 ຄົນດັ້ງນີ້

ຢູ່ນະຄອນຫຼວງວຽງຈັນ 331 ຄົນ (ໃໝ່ 59)

ແຂວງຈຳປາສັກ 70 ຄົນ (ໃໝ່ 8), ສຳລັບຄົນເຈັບແຂວງເຊກອງ ແມ່ນນອນປິ່ນປົວຢູ່ແຂວງຈຳປາສັກ

ແຂວງສະຫວັນນະເຂດ 19 ຄົນ (ໃໝ່ 1)

ແຂວງບໍ່ແກ້ວ 14 ຄົນ (ໃໝ່ 1)

ແຂວງສາລະວັນ 6 ຄົນ

ແຂວງອຸດົມໄຊ 2 ຄົນ

ແຂວງຫຼວງນ້ຳທາ 4 ຄົນ

ແຂວງວຽງຈັນ 8 ຄົນ (ໃໝ່4)

ແຂວງຜົ້ງສາລີ 2 ຄົນ

ແຂວງຫຼວງພະບາງ 2 ຄົນ (ໃໝ່ 1)

ແຂວງໄຊຍະບູລີ 1 ຄົນ

ແຂວງບໍລິຄຳໄຊ 1 ຄົນ

ແຂວງຄຳມ່ວນ 1 ຄົນ

ຊຽງຂວາງ 1 (ໃໝ່ 1)