ປະຫວັດການເດີນທາງຜູ້ຕິດເຊື້ອຢູ່ແຂວງໄຊຍະບູລີ ແລະ ຈຸດສ່ຽງຈາກຜູ້ຕິດເຊື້ອນໍ້າເບີ219 ທີ່ໄດ້ເດີນທາງມາແຂວງ

566

ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ, ຫົວໜ້າຄະນະສະເພາະກິດ ປ້ອງກັນ, ຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ຂັ້ນແຂວງ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ໃນຕອນບ່າຍຂອງວັນທີ 26 ເມສາ 2021 ທີ່ພະແນກ ສາທາລະນະສຸກແຂວງວ່າ: ແຂວງ ໄຊຍະບູລີ ມາຮອດວັນທີ່ 25 ເມສາ 2021 ແມ່ນໄດ້ເກັບຕົວຢ່າງໄປກວດ 77 ຕົວຢ່າງ ( ລໍຖ້າຜົນກວດສະສົມ 88 ຕົວຢ່າງ) ຜົນອອກມາ ເປັນ ບວກ 1 ຕົວຢ່າງ, ສຳລັບຜູ້ຕິດເຊື້ອແມ່ນເພດຊາຍ ອາຍຸ 25 ປີ ສັນຊາດລາວ ອາຊີບ ຫວ່າງງານປະຈຸບັນຢູ່ບ້ານສີເມືອງ ເມືອງໄຊຍະບູລີ ແຂວງໄຊຍະບູລີ.

ປະຫວັດການເດີນທາງ ວັນທີ 18/4/2021 ຜູ້ກຽ່ວເດີນທາງໄປວຽງຈັນ, ເມື່ອໄປຮອດວຽງຈັນໄດ້ໄປກີນເຂົ້າຢູ່ຮ້ານໂອຊີນີ ໄປນຳກັນ 5 ຄົນ ຫຼັງຈາກນັ້ນກໍ່ໄດ້ກັບເຮືອນ, ວັນທີ 19/4 ຜູ້ກຽ່ວໄດ້ໄປສົ່ງເຄື່ອງຢູ່ເສັ້ນທາງ 450 ປີ ໄປນຳກັນ 2 ຄົນ ໄປກັບຜູ້ທີ່ມີກໍລະນີຕິດເຊື້ອ ທີ່ຖະແຫຼງ ໃນວັນທີ 24/4 ( ເຊິ່ງບໍ່ຮູ້ວ່າແມ່ນກໍລະນີເທົ່າໃດ), ວັນທີ 20/4 ແມ່ນໄດ້ໄປສົ່ງເຄື່ອງຢູ່ຮຸ່ງອາລຸນ ແລະ ອານຸສິດ ສາຂາໂພນທັນ ໄປຄົນດຽວ.

ວັນທີ 21/4 ເດີນທາງກັບແຂວງໄຊຍະບູລີ ມີຜູ້ຮ່ວມເດີນທາງນຳກັນ 4 ຄົນ, ເມື່ອມາຮອດແຂວງ ໄຊຍະບູລີ ບໍ່ໄດ້ອອກໄປໃສກັກໂຕຢູ່ສະຖານທີທາງການກຳນົດໄວ້, ມາຮອດວັນທີ 24 ເມສາ ຜູ່ກ່ຽວມີອາການໄຂ້, ໄອ ແລະ ເຈັບຄໍ ຈຶ່ງໄດ້ເອົາເຂົ້າມາຕິດຕາມຢູ່ໂຮງໝໍແຂວງ ແລະ ເກັບຕົວຢ່າງ, ຜົນຂອງການວິເຄາະຈາກຫ້ອງວິເຄາະຊອກຫາເຊື້ອ ໃນເບື້ອງຕົ້ນແມ່ນ ເປັນບວກ, ເພື່ອເປັນການຢັ້ງຢືນຄືນອີກເທື່ອໜື່ງ ພະແນກສາທາລະນະສຸກຈື່ງໄດ້ນຳສົ່ງຕົວຢ່າງ ໄປວິເຄາະຢູ່ນະຄອນຫຼວງວຽງຈັນໃນຕອນບ່າຍຂອງວັນທີ 26 ເມສາ ຜົນກວດແມ່ນເປັນບວກ, ປະຈຸບັນຜູ້ກ່ຽວແມ່ນໄດ້ນອນຕິດຕາມ,ປິ່ນປົວ ແລະ ແຍກປ່ຽວຢູ່ໂຮງໝໍແຂວງ ໄຊຍະບູລີ, ຜູ້ສຳພັດໃກ້ສິດ ທີ່ຮ່ວມເດີນທາງມານໍາກັນ 4 ຄົນແມ່ນ ໄດ້ເກັບຕົວຢ່າງ ແລະ ເຂົ້າກໍາຈັດບໍລິເວນແລ້ວ.

ນອກນັ້ນ ແຂວງໄຊຍະບູລີ ຍັງມີຄວາມສ່ຽງສູງ ເຊິ່ງມີປະຫວັດການເດີນທາງຂອງຜູ້ຕິດເຊື້ອນໍ້າເບີ 219 ທີ່ໄດ້ເດີນທາງມາແຂວງ ໄຊຍະບູລີລະອຽດຄື: ເພດຊາຍ, ອາຍຸ 34 ປີ, ສັນຊາດລາວ, ອາຊີບ: ພະນັກງານ ຮ້ານຂາຍເຄື່ອງ, ບ້ານຢູ່ປະຈຸບັນ ໂພນພະເນົາ , ເມືອງ ໄຊເສດຖາ ນະຄອນຫລວງວຽງຈັນ, ຜູ້ກ່ຽວສໍາຜັດກັບກໍລະນີ 83, ວັນທີ 14 ໄດ້ເດີນທາງໄປໄຊຍະບູລີ ດ້ວຍລົດສ່ວນຕົວ ກັບນ້ອງຊາຍ ແວ່ກິນເຂົ້າຢູ່ວັງວຽງ ຮ້ານອາຫານຕາມສັ່ງ (ກາຍສາມແຍກຊາກຸລະ ແຕ່ບໍ່ຈື່ຊື່ຮ້ານ), ແວ່ຫຼິ້ນນຳໝູ່ລຸ້ນນ້ອງຢູ່ ມ. ໄຊຍະບູລີ, ນອນຢູ່ລົດ;  ວັນທີ 15 ອອກເດີນທາງໄປຫຼວງພະບາງ.

ພ້ອມດຽວກັນ ທ່ານຮອງເຈົ້າແຂວງໄດ້ຮຽກຮ້ອງມາຍັງອົງການປົກຄອງທ້ອງຖິ່ນ, ທະຫານຊາຍແດນ, ເຈົ້າໜ້າທີ່ຕຳຫຼວດ ຈົ່ງເອົາໃຈໃສ່ເຝົ້າລະວັງ, ກວດກາຕາມຈຸດຜ່ານແດນທ້ອງຖິ່ນ ແລະ ດ່ານຂ້າມລອຍ ຢ່າງເຄັ່ງຄັດ; ຄອບຄົວຍາດຕິພີ່ນ້ອງ ຈົ່ງເປັນຫູເປັນຕາຊ່ວຍກັນ ຫາກຮູ້ວ່າມີຄົນໃນຄອບຄົວ ເດີນທາງມາຈາກປະເທດໃກ້ຄຽງ ຫຼື ເຂດທີ່ກຳລັງມີການລະບາດຢູ່, ຈົ່ງຮີບຮ້ອນ ນຳຜູ້ກ່ຽວໄປແຈ້ງຕໍ່ເຈົ້າໜ້າທີ່ ເພື່ອສົ່ງຜູ້ກ່ຽວໄປສູນຈຳກັດບໍລິເວນ ແລະ ເກັບຕົວຢ່າງມາກວດຫາເຊື້ອໂດຍໄວ ເພື່ອສະກັດກັ້ນການແຜ່ເຊື້ອໃສ່ຄົນອ້ອມຂ້າງ ແລະ ໄປສູ່ສັງຄົມ.

ສຳລັບຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອ ຫຼື ມີປະຫວັດເດີນທາງໄປຍັງສະຖານທີ່ມີຄວາມສ່ຽງ ຂໍໃຫ້ທ່ານຮີບຮ້ອນຕື່ນຕົວໄປກວດຕາມສະຖານທີ່ທີ່ໄດ້ກຳນົດໄວ້ ແຍກຕົວເອງຈາກຄົນໃນຄອບຄົວຂອງທ່ານ ແລະ ຄົນອ້ອມຂ້າງ ຈົນຄົບກຳນົດ 14 ວັນ, ນອກນີ້ຈົ່ງມີສະຕິ, ບໍ່ແຕກຕື່ນຂ່າວລື ແລະ ບໍ່ສ້າງຂ່າວປອມ ຫຼື ປັ່ນປວນສັງຄົມ,ໃຫ້ລໍຖ້າຟັງການຖະແຫຼງຂ່າວຈາກຄະນະສະເພາະກິດສູນກາງເປັນຕົ້ນ; ສືບຕໍ່ເອົາໃຈໃສ່ປະຕິບັດຄໍາສັ່ງເລກທີ 15 ຂອງນາຍົກລັດຖະມົນຕີ ແລະ ຂອງຄະນະສະເພາະກິດແຕ່ລະໄລຍະຢ່າງເຄັ່ງຄັດເຊັ່ນ: ການປ້ອງກັນຕົນເອງດ້ວຍການຮັກສາໄລຍະຫ່າງ 1-2 ແມັດ,ໃສ່ຜ້າປິດປາກ-ດັງເວລາອອກໄປຂ້າງນອກ, ລ້າງມືດ້ວຍເຫຼົ້າ 70 ອົງສາ ຫຼື ເຈວລ້າງມື, ບໍ່ຄວນເດີນທາງໄປສະຖານທີ່ທີ່ມີການລະບາດ ແລະ ມີຄົນແອອັດ.

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ