ນາເກິລມັນ ຕອບຕົກລົງຄຸມ ບາເຢິນ ມິວນິກ ລະດູການໜ້າ

679

ຢູລຽນ ນາເກິລມັນ ຜູ້ຈັດການທີມຂອງ ແອເບ ໄລຊິກ ຕອບຕົກລົງທີ່ຈະຍ້າຍໄປຄຸມ ບາເຢິນ ມິວນິກ ໃນລະດູການໜ້າແທນທີ່ຂອງ ຮັນຊີ ຟລິິກ ເປັນທີ່ຮຽບຮ້ອຍ ຕາມກນາລານງານຂອງສື່ທີ່ມີຊື່ສຽງໃນປະເທດເຢຍລະມັນ ເມື່ອວັນທີ 26 ເມສາ 2021.

ບາເຢິນ ມິວນິກ ຈໍາເປັນຕ້ອງຊອກຫາຜູ້ຈັດການທີມຄົນໃໝ່ ຫຼັງຈາກທີ່ ຮັນຊີ ຟລິີກ ຜູ້ຈັດການທີມຄົນປັດຈຸບັນປະກາດອໍາລາທີມຫຼັງຈົບລະດູການນີ້ ເຮັດໃຫ້ ບາເຢິນ ເປັນຂ່າວຕ້ອງການ ນາເກິລມັນ ມາຄຸມທີມ.

ຫຼ້າສຸດສື່ໃນປະເທດເຢຍລະມັນ ລາຍງານວ່າ: ນາເກິລມັນ ໄດ້ແຈ້ງຈຸດປະສົງໃຫ້ກັບ ໄລຊິກ ໃນການຢຸດຕິສັນຍາຂອງທັງສອງຝ່າຍ ເພື່ອຍ້າຍໄປຄຸມ ບາເຢິນ ມິວນິກ ໃນລະດູການໜ້າເປັນທີ່ຮຽບຮ້ອຍ ໂດຍໄລຊິກ ຕ້ອງການເງິນ 30 ລ້ານເອີິໂຣ ເພື່ອແລກກັບການຍອມປ່ອຍຜູ້ຈັດການທີມຄົນດັ່ງກ່າວ ແລະ ຈະເປັນຕົວເລກສູງສຸດໃນປະຫວັດສາດຂອງວົງການບານເຕະໃນກໍລະນີການຍ້າຍທີມຂອງຜູ້ຈັດການທີມ.