ແຈ້ງການໃໝ່ຫຼ້າສຸດ ຈາກສຳນັກງານນາຍົກ ໃຫ້ທົ່ວປະເທດກຽມສູນກັກກັນ ແລະປິ່ນປົວໃຫ້ພຽງພໍ

652

ສະຖານະການໂຄວິດ-19 ໃນລາວ ໂດຍລວມຍັງໜ້າເປັນຫ່ວງ ແລະມີຕົວເລກທີ່ເພີ່ມຂຶ້ນທຸກໆວັນ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີຈິ່ງໄດ້ອອກແຈ້ງການສະບັບເລກທີ 406 /ຫສນຍ ນະຄອນຫຼວງວຽງຈັນ, ວັນທີ 26 ເມສາ 2021 ໃຫ້ຄະນະສະເພາະກິດຂັ້ນແຂວງ, ນະຄອນຫຼວງສືບຕໍ່ປະຕິບັດ ທິດຊີ້ນໍາກ່ຽວກັບການສືບຕໍ່ຈັດຕັ້ງປະຕິບັດຄໍາສັ່ງສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ໃຫ້ໄດ້ປະສິດທິຜົນສູງສຸດ.


ໃນແຈ້ງການດັ່ງກ່າວລະບຸວ່າ:
ຜ່ານການຈັດຕັ້ງປະຕິບັດຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕໍນພະຍາດ COVID-19 ເຫັນວ່າຄະນະສະເພາະກິດ, ກໍຄືບັນດາ ການນໍາຂອງຂະແຫນງການ, ອົງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ແຕ່ລະຂັ້ນ ໃນຂອບເຂດທົ່ວປະເທດ ລ້ວນ ແຕ່ໄດ້ເອົາໃຈໃສ່ ແລະ ສຸມທຸກຄວາມພະຍາຍາມເຂົ້າໃນການຈັດຕັ້ງປະຕິບັດຄໍາສັ່ງດັ່ງກ່າວ ແລະ ໄດ້ຮັບຜົນສໍາເລັດໃນ ລະດັບດີສົມຄວນ, ແຕ່ເຖິງຢ່າງໃດກໍຕາມ ອີງຕາມຂໍ້ມູນທີ່ໄດ້ຮັບເບື້ອງຕົ້ນ ການຈັດຕັ້ງປະຕິບັດຄໍາສັ່ງດັ່ງກ່າວ ຂອງຫຼາຍ ພາກສ່ວນທັງສູນກາງ ແລະ ທ້ອງຖິ່ນ ໃນຫຼາຍດ້ານ ຍັງບໍ່ທັນເອກະພາບກັນ. ສະນັ້ນ ເພື່ອໃຫ້ຄໍາສັ່ງຂອງທ່ານ ນາຍົກລັດຖະມົນຕີ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເຕັມສ່ວນ ແລະ ເປັນເອກະພາບ ທັ້ງມີປະສິດທິຜົນ, ທ່ານ ນາຍົກລັດຖະ ມົນຕີ ໄດ້ຊີ້ນໍາໃຫ້ຄະນະສະເພາະກິດ, ບັນດາຂະແຫນງການທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ ເອົາໃຈໃສ່ຕື່ມໃນ ການຈັດຕັ້ງປະຕິບັດຄໍາສັ່ງດັ່ງກ່າວ ໃນບາງວຽກງານຄື:

1. ໃຫ້ຄະນະສະເພາະກິດ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດ ຂອງພະຍາດ COVID- 19 ແຕ່ລະ ຂັ້ນ ຫັນຄໍາສັ່ງເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ໃຫ້ເປັນແຜນປະຕິບັດລະອຽດ ເພື່ອເປັນບ່ອນອີງໃຫ້ທຸກ ພາກສ່ວນ, ທຸກຂັ້ນ ສາມາດຈັດຕັ້ງປະຕິບັດໄດ້ໃຫ້ມີລັກສະນະທີ່ເປັນເອກະພາບ ໃນນີ້ ວຽກງານຈຸດສຸມບາງດ້ານທີ່ຄວນ ເອົາໃຈໃສ່ ແມ່ນ:
– ກວດກາ ແລະ ຂື້ນແຜນຄວາມຕ້ອງການດ້ານຕ່າງໆ ລວມທັງອຸປະກອນເຄື່ອງມື, ຢາປົວພະຍາດ, ງົບປະມານໃຊ້ ຈ່າຍຕ່າງໆ ໃຫ້ສາມາດຮັບໃຊ້ການປະຕິບັດວຽກງານຂອງແຕ່ລະບ່ອນ ໃນແຕ່ລະໄລຍະ;


– ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ ເພື່ອລະດົມການຊ່ວຍເຫຼືອໃນດ້ານຕ່າງໆ ທີ່ຈໍາເປັນ ເປັນຕົ້ນແມ່ນ ຊ່ຽວຊານ, ແພດຫມໍ, ເຄື່ອງມືທາງການແພດ, ອຸປະກອນປ້ອງກັນການຕິດເຊື້ອ, ຢາປົວພະຍາດ, ທືນຮອນ ແລະ ດ້ານອື່ນໆ. ຄຽງຄູ່ກັນນັ້ນ, ກໍໃຫ້ສືບຕໍ່ລະດົມຈາກພາກທຸລະກິດ ແລະ ທຸກພາກສ່ວນໃນສັງຄົມ ລວມທັງ ອົງການສາສະຫນາແຕ່ລະຂັ້ນ ທີ່ມີຈິດໃຈຢາກປະກອບສ່ວນຊ່ວຍເຫຼືອເຂົ້າໃນວຽກງານດັ່ງກ່າວນີ້;
– ສັງລວມຜົນງານການປະກອບສ່ວນຊ່ວຍເຫຼືອທາງດ້ານວັດຖຸ ແລະ ຈິດໃຈ, ພ້ອມທັງ ຄົ້ນຄວ້າຮຸບການປະຕິບັດຍ້ອງຍໍ ຕໍ່ບຸກຄົນ ແລະ ນິຕິບຸກຄົນ ທີ່ໄດ້ປະກອບສ່ວນຊ່ວຍເຫຼືອດັ່ງກ່າວຕາມນະໂຍບາຍ ກໍ່ຄືນີ້ຕືກໍາກ່ຽວຂ້ອງໄດ້ກໍານົດໄວ້ໃຫ້ຖ່ວງ ທັນເວລາ.


2. ໃຫ້ຄະນະສະເພາະກິດ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດ ຂອງພະຍາດ COVID-19 ຂັ້ນສູນ ກາງ ປະສານສົມທົບກັບຂະແຫນງການ, ອົງການຂັ້ນສູນກາງກ່ຽວຂ້ອງ ແລະ ທ້ອງຖິ່ນຕ່າງໆໃນທົ່ວປະເທດ ສືບຕໍ່ກະກຽມສະ ຖານທີ່ບ່ອນກັກກັນ ແລະ ບ່ອນປິ່ນປົວຜູ້ຕິດເຊື້ອ ໃຫ້ພຽງພໍ ຊຶ່ງນອກຈາກໂຮງຫມໍຕ່າງໆແລ້ວ ໃຫ້ຫມຸນໃຊ້ສະຖານທີ່ຕ່າງໆ ທີ່ ເຫມາະສົມ ລວມທັງສູນກິລາ, ພ້ອມທັງ ແບ່ງຄວາມຮັບຜິດຊອບໃຫ້ກັນລະຫວ່າງ ຂະແຫນງການຂັ້ນສູນກາງ ແລະ ທ້ອງຖິ່ນໃຫ້ ລະອຽດຈະແຈ້ງ.

ໃນແຈ້ງການຍັງມີຫຼາຍຫົວຂໍ້ ແອັດຈະແຍກຍ່ອຍນຳມາລາຍງານສູ່ທ່ານຜູ້ອ່ານເປັນແຕ່ລະໜ້າວຽກ