ແຟນັນດິນໂຢ ກັບ ອະເກວໂຣ ສ້າງສະຖິຕິເປັນນັກເຕະທີ່ຄວ້າແຊັມ ຄາຣາບາວ ຄັບ ກັບທີມຫຼາຍທີ່ສຸດ

691

ແຟນັນດິນໂຢ ແລະ ເຊຄິໂອ ອະເກວໂຣ 2 ນັກເຕະປະສົບການສູງຂອງ ແມນເຊັສເຕີ ຊິຕີ້ ກາຍເປັນຕໍານານໃໝ່ຂອງການແຂ່ງຂັນ ຄາຣາບາວ ຄັບ ເມື່ອທັງສອງເປັນນັກເຕະທີ່ຄວ້າແຊັມລາຍການດັ່ງກ່າວໄດ້ຫຼາຍທີ່ສຸດເຖິງ 6 ສະໄໝ.

ການແຂ່ງຂັນບານເຕະ ຄາຣາບາວ ຄັບ ນັດຊີງຊະນະເລີດຈັດຂຶ້ນເມື່ອວັນທີ 25 ເມສາ 2021 ປາກົດວ່າ: ແມນເຊັສເຕີ ຊິຕີ້ ເອົາຊະນະ ທ໊ອດແນມ ຮ໊ອດສະເປີ ໄປຫວຸດຫວິດ 1-0 ຄວ້າແຊັມໄປຄອງ.

ຈາກຜົນດັ່ງກ່າວເຮັດໃຫ້ ແຟນັນດິນໂຢ ແລະ ອະເກວໂຣ ຄວ້າແຊັມລາຍການນີ້ເປັນສະໄໝທີ 6 ( 4 ສະໄໝລຽນຕິດ ) ເຊິ່ງ ແຊງສະຖິຕິຂອງ ອຽນ ຣັຊ ຕໍານານກອງໜ້າຂອງ ລິເວີພູລ ແລະ ດາບິດ ຊິລບາ ອະດີດເຟື່ອນຮ່ວມທີມແມນເຊັສເຕີ ຊິຕີ້ ທີ່ເຄີຍເຮັດໄວ້ 5 ສະໄໝເປັນທີ່ຮຽບຮ້ອຍ.