ປະທານ ບາເຊໂລນາ ຊີ້ຊຸບເປີ ລີກ ຍັງຈໍາເປັນຕ້ອງມີ

791

ທ່ານ ໂຈນ ລາປໍຕ້າ ປະທານສະໂມສອນ ບາເຊໂລນາ ໃນລາລີກາ ແອັດສະປາຍ ຢືນຢັນໂຄງການບານເຕະ ຢູໂຣປ້ຽນ ຊຸບເປີລີກ ເປັນສິ່ງຈໍາເປັນ ເຖິງວ່າກໍາລັງຖືກຕໍ່ຕ້ານຈາກຫຼາຍໆຝ່າຍ ໂດຍສະເພາະແຟນບານກໍຕາມ.

ບາເຊໂລນາ ຄື 1 ໃນ 12 ສະໂມສອນຍັກໃຫຍ່ຂອງເອີຣົບ ທີ່ຕົກລົງຮ່ວມກັນຈັດຕັ້ງບານເຕະລາຍການ ຢູໂຣປ້ຽນ ຊຸບເປີລີກ, ແຕ່ລາຍການດັ່ງກ່າວຖືກຕໍ່ຕ້ານຢ່າງໜັກ ຈົນເຮັດໃຫ້ມີຫຼາຍສະໂມສອນຂໍຖອນຕົວໄປຈົນເກືອບໝົດ.

ຫຼ້າສຸດ ປະທານສະໂມສອນ ບາເຊໂລນາ ໃຫ້ຄໍາເຫັນວ່າ: “ ໂຄງການດັ່ງກ່າວ ຖືເປັນສິ່ງທີ່ຈໍາເປັນຢ່າງຍິ່ງ ແນ່ນອນພວກເຮົາຈະລອງເຂົ້າໄປສົນທະນາກັບ ຢູຟາ, ພວກເຮົາມີຈຸດຢືນທີ່ຮອບຄອບຢູ່ແລ້ວ, ມັນເປັນສິ່ງຈໍາເປັນ ແລະ ສຸດທ້າຍການຕັດສິນໃຈຈະຂຶ້ນຢູ່ກັບບັນດາສະມາຊິກ ”.