ກະຊວງປ້ອງກັນປະເທດຈັດພິທີປະກາດເລື່ອນຊັ້ນພົນຈັດຕະວາຂຶ້ນພົນຕີ 4 ສະຫາຍ, ພັນເອກຂຶ້ນພົນຈັດຕະວາ 15 ສະຫາຍ

845

ຢູ່ທີ່ຫ້ອງປະຊຸມກະຊວງປ້ອງກັນປະເທດໄດ້ຈັດພິທີປະກາດເລື່ອນຊັ້ນໃຫ້ພະນັກງານຫຼັກແຫຼ່ງຂັ້ນນໍາພາ-ບັນຊາ ໂດຍການເປັນປະທານຂອງ ສະຫາຍພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ມີບັນດາຫົວໜ້າກົມ, ຮອງກົມ ແລະ ບັນດາສະຫາຍທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ.

ອີງຕາມລັດຖະທໍາມະນູນແຫ່ງ ສປປລາວ ສະບັບປັບປຸງປີ2015 ມາດຕາ 76 ຂໍ້ 6, ອີງຕາມກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນຊົນລາວ ສະບັບເລກທີ43/ສພຊ, ລົງວັນທີ 14 ມີຖຸນາ 2018 ອີງຕາມໜັງສືສະເໜີຂອງນາຍົກລັດຖະມົນຕີສະບັບເລກທີ44/ນຍ, ລົງວັນທີ 2 ເມສາ 2021 ແລະ ລັດຖະດໍາລັດຂອງປະທານປະເທດ ສປປ ລາວ ວ່າດ້ວຍການເລື່ອນຊັ້ນນາຍທະຫານຊັ້ນພົນຈັດຕະວາຂື້ນຊັ້ນພົນຕີ ແລະ ຊັ້ນພັນເອກຂື້ນຊັ້ນພົນຈັດຕະວາ. ປະທານປະເທດ ສປປລາວ ອອກດໍາລັດຕົກລົງ ເລື່ອນຊັ້ນນາຍທະຫານຊັ້ນພົນຈັດຕະວາຂື້ນຊັ້ນພົນຕີ 4 ສະຫາຍ ຄື: ສະຫາຍພົນຈັດຕະວາ ວົງສອນ ອິນປານພິມ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ສະຫາຍພົນຈັດຕະວາ ວໍລະສານ ວິລັດດາວົງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ສະຫາຍພົນຈັດຕະວາ ຄໍາເພັດ ສີຊານົນ ຫົວໜ້າກົມໃຫຍ່ພາລາທິການກອງທັບ, ສະຫາຍພົນຈັດຕະວາ ວົງສັກ ພັນທະວົງ ປະທານກໍາມາທິການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບສະພາແຫ່ງຊາດ.

ໃນນັ້ນໄດ້ເລື່ອນຊັ້ນນາຍທະຫານຊັ້ນພັນເອກຂື້ນຊັ້ນພົນຈັດຕະວາ ມີ 15 ສະຫາຍຄື: ສະຫາຍພັນເອກ ແສງມະນີວອນ ຄໍາມະນີ ຫົວໜ້າກົມຈັດຕັ້ງພັກກົມໃຫຍ່ການເມືອງກອງທັບ, ສະຫາຍພັນເອກ ສົມພົງ ແພງປັນຍາ ຫົວໜ້າຫ້ອງການກົມໃຫຍ່ການເມືອງກອງທັບ, ສະຫາຍພັນເອກ ບຸນເຫຼືອ ໄຊຍະເພັນ ຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ, ສະຫາຍພັນເອກ ທອງດໍາ ພົງສະຫວັດ ຫົວໜ້າກົມປ້ອງກັນພາຍໃນ ກົມໃຫຍ່ການເມືອງກອງທັບ, ສະຫາຍພັນເອກ ສົມພອນ ມິດຕະພອນ ຫົວໜ້າກົມກໍາລັງພົນກົມໃຫຍ່ເສນາທິການກອງທັບ, ສະຫາຍພັນເອກ ເດືອນສະຫວັນ ສາຍພິມຄໍາປະທຸມ ຫົວໜ້າກົມຄົ້ນຄ້ວາສັງລວມ ຫ້ອງວ່າການກະຊວງປ້ອງກັນປະເທດ, ສະຫາຍພັນເອກ ວຽງແກ້ວ ສີສຸລາດ ຫົວໜ້າການເມືອງກອງພົນທີ2, ສະຫາຍພັນເອກ ໄຊຍະວົງ ໄຊນາມທິລາດ ຫົວໜ້າການທະຫານກອງພົນທີ 3, ສະຫາຍພັນເອກ ສົມຈິດ ກິດຕິຍະລາດ ຫົວໜ້າການເມືອງກອງພົນທີ 4, ສະຫາຍພັນເອກ ທິດແກ້ວ ພົມປັນຍາ ຫົວໜ້າການເມືອງກອງບັນຊາການທະຫານແຂວງຜົ້ງສາລີ, ສະຫາຍພັນເອກ ຄໍາຍີນ ແສງສຸລີ ຫົວໜ້າການເມືອງກອງບັນຊາການທະຫານແຂວງອຸດົມໄຊ, ສະຫາຍພັນເອກ ກູດ ພົມມາ ຫົວໜ້າການທະຫານກອງບັນຊາການທະຫານແຂວງໄຊຍະບູລີ, ສະຫາຍພັນເອກ ຄໍາເຄນ ອຸດຕະມາ ຫົວໜ້າການເມືອງກອງບັນຊາການທະຫານແຂວງວຽງຈັນ, ສະຫາຍພັນເອກ ສົງກາ ບຸນຄຸນ ຮອງຫົວໜ້າການທະຫານ ຫົວໜ້າກົມອົບຮົມ-ກໍ່ສ້າງວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ, ສະຫາຍພັນເອກ ບຸນເກີມ ສະເຫຼີມສັກ ຫົວໜ້າກົມພາລາ-ເຕັກນິກ ວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ.

ໂອກາດທີ່ມີຄວາມສໍາຄັນນີ້ ສະຫາຍພົນເອກ ຈັນສະໝອນ ຈັນຍາລາດ ຍັງໄດ້ເໜັ້ນໜັກໃຫ້ບັນດາສະຫາຍທີ່ຮັບການເລື່ອນຊັ້ນໃນຄັ້ງນີ້ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບການເມືອງຂອງຕົນເຂົ້າໃນການຄົ້ນຄ້ວາຊອກຮູ້ຮໍ່າຮຽນ ເຊື່ອມຊືມກໍາແໜ້ນແນວທາງນະໂຍບາຍຂອງພັກ-ລັດເອົາໃຈໃສ່ປັບປຸງຕົນເອງທາງດ້ານທັດສະນະ ຄຸນທາດການເມືອງ ສ້າງຄວາມເຊື່ອໝັ້ນອັນໜັກແໜ້ນຕໍ່ອຸດົມການສັງຄົມນິຍົມ ເປັນແບບຢ່າງທີ່ດີໃນການບຸກບືນຜ່ານຜ່າຂໍ້ຫຍຸ້ງຍາກຮັບປະກັນເຮັດສໍາເລັດໜ້າທີ່ການເມືອງທີ່ພັກ-ລັດ ກໍ່ຄືກອງທັບມອບໝາຍໃຫ້.

ທີ່ມາ: Lao people’s Army News