ມາເບິ່ງທາມລາຍ ກໍລະນີທີ 95-98 ເປັນ 3 ໃນ 65 ຄົນທີ່ຕິດເຊື້ອໃໝ່ມື້ນີ້

766

ສະຖານະການການລະບາດຂອງພະຍາດໂຄວິດ-19 ມາຮອດຂະນະນີ້ ເວົ້າໄດ້ວ່າປະຊາຊົນຫຼາຍຄົນກິນບໍ່ແຊບນອນບໍ່ຫຼັບ ແລະຈຳນວນບໍ່ໜ້ອຍຂາດຄວາມໝັ້ນໃຈໃນໂຕເອງ ເນຶ່ອງຈາກທຸກຄົນຍ່ອມມີເພື່ອມິດສະພາຍມາພົວພັນບໍ່ຫຼາຍກໍ່ໜ້ອຍ, ມື້ນີ້ເຮົາມາເບິ່ງທາມລາຍ ກໍລະນີທີ 95, 96 ແລະ 98 ເບິ່ງພວກເພິ່ນໄປທາງໃດແດ່

ຕາມການຖະແຫຼງຂອງຄະນະສະເພາະກິດກໍລະນີຢັ້ງຢືນທີ 95 ເປັນເພດຊາຍ ອາຍຸ 29 ປີ ໃນວັນທີ 15 ເມສາ 2021 ໄດ້ໄປງານລ້ຽງຢູ່ໂພນທັນກັບໝູ່ສະໜິດ ທີ່ມີກໍລະນີທີ 61 ແລະ 59 ຮ່ວມນຳ, ຫຼັງຈາກນັ້ນວັນທີ 16 ເມສາ 2021: ໄດ້ໄປຫຼິ້ນປີໃໝ່ຢູ່ສະພານທອງກັບໝູ່ສະໜິດ (ກໍລະນີ 95), ແລະ ກໍລະນີທີ 91, ປະຈຸບັນ ຜູ້ກ່ຽວເຂົ້ານອນແຍກປ່ຽວ, ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍ ນະຄອນຫຼວງວຽງຈັນ.

ກໍລະນີຢັ້ງຢືນທີ 96 ເປັນເພດຍິງ, ອາຍຸ 23 ປີ, ສັນຊາດລາວ, ອາຊີບ ຂາຍເຄື່ອງຢູ່ຕະຫຼາດອົດຊີ ບ້ານຢູ່ປະຈຸບັນ: ບ້ານ ໜອງແຕ່ງ, ມ. ສີໂຄດ, ນະຄອນຫລວງວຽງຈັນ ຜູ້ກ່ຽວບໍ່ມີພະຍາດປະຈໍາຕົວ ແລະ ເປັນຄົນມີສຸຂະພາບແຂງແຮງ ແຕ່ໄດ້ສໍາຜັດກັບກໍລະນີທີ 59 ແລະ 61 ປັດຈຸບັນມີອາການເຈັບຄໍ, ໄອແຫ້ງ, ເມື່ອຍ, ບໍ່ຢາກອາຫານ.


ວັນທີ 15 ເມສາ 2021 ໄດ້ໄປງານລ້ຽງຢູ່ໂພນທັນກັບໝູ່ສະໜິດ ທີ່ມີກໍລະນີທີ 61 ແລະ 59 ຮ່ວມນຳ, ວັນທີ 16 ເມສາ 2021: ໄດ້ໄປຫຼິ້ນປີໃໝ່ຢູ່ສະພານທອງກັບໝູ່ສະໜິດ (ກໍລະນີ 95), ແລະ ກໍລະນີທີ 91, ວັນທີ 17-19 ເມສາ 2021 ໄປຂາຍເຄື່ອງຢູ່ຕະຫຼາດອົດຊີ ແຕ່ 4-9 ໂມງເຊົ້າ ແລ້ວກັບມາຢູ່ຫ້ອງ ວັນທີ 20 ເມສາ 2021: ເລີ່ມມີອາການເຈັບຄໍ, ເມື່ອຍ ແລະ ມາກວດພົບເຊື້ອ.

ກໍລະນີຢັ້ງຢືນທີ 98 ເພດຍິງ ອາຍຸ 24 ປີ, ບ້ານໂພນສະຫວາດ, ເມືອງສີໂຄດຕະບອງ, ສັນຊາດ ລາວ, ອາຊີບ ຄ້າຂາຍຂາຍເຄື່ອງຢູ່ໜ້າໂຮງຮຽນສີຖານ ແຕ່ລາວໄດ້ປິດຮ້ານແຕ່ຕົ້ນເດືອນ 4 ແລ້ວຈົນຮອດປະຈຸບັນ.

ວັນທີ 8-11 ເມສາ 2021 : ໄປກີນເຂົ້າຢູ່ບ້ານພີ່ນ້ອງ ບ້ານໂນນແກ້ວ, ເມືອງສິໂຄດຕະບອງ, ໄດ້ກີນນຳກັນທັງໝົດປະມານ 10 ຄົນ ຮອດວັນທີ 14 ເມສາ 2021 ໄດ້ອອກໄປກີນຊຸມກັບໝູ່ຢູ່ ບ້ານທາດຫຼວງ, ໄດ້ກີນນຳທັງໝົດປະມານ 30 ຄົນ,  ວັນທີ 16 ເມສາ 2021 ຜູ້ກ່ຽວໄດ້ໄປສັງສັນຢູ່ເຮືອນໝູ່ ບ້ານສະພານທອງ ເຊີ່ງເປັນເຮືອນຂອງກໍລະນີຢັ້ງຢືນ 91, ເມືອງສີສັດຕະນາກ ແລະ ໃນນັ້ນກໍລະນີຢັ້ງຢືນ 61 ມາຮ່ວມນໍາ ແລະ ຈຳນວນທີ່ຮວ່ມສັງສັນປະມານ 30 ຄົນ.


ວັນທີ 18 ເມສາ 2021: ຜູ້ກ່ງວໄດ້ໄປສັງສັນຢູ່ເຮືອນໝູ່ ບ້ານສະພານທອງ ເຊີ່ງເປັນເຮືອນຂອງກໍລະນີຢັ້ງຢືນ 91, ເມືອງສີສັດຕະນາກ ແລະ ກີນນຳກັນປະມານ 10 ຄົນ ຮອດວັນທີ 19 ເມສາ 2021: ໄດ້ນອນພັກຜ່ອນຢູ່ບ້ານ ຈົນຮອດເວລາ 20:00 ໄດ້ໄປກີນຊີ້ນດາດກັບແຟນນຳກັນ 02 ຄົນຢູ່ຮ້ານກະແລ 2 ໂພນພະເນົາ ວັນທີ 20 ເມສາ 2021 ໄດ້ມີອາການໃນຕອນເຊົ້າເວລາ 8:00 ມີອາການເຈັບຄໍ, ເມື່ອຍ ແລະ ຖອກທ້ອງ ແລະ ໄປກວດໃນວັນທີ 21 ເມສາ 2021 ພົບເຊື້ອ.