ສາຍໃຕ້ເນັ້ງເສັ້ນໄວ້ ແຈ້ງສັງຄົມປິດບໍລິການ ເດືອນໜ້າວ່າກັນໃໝ່

920

ຫຼັງຈາກທີ່ມີການປະກາດລັອກດາວນະຄອນຫຼວງວຽງຈັນ ແທນທີ່ສັງຄົມຈະຕື່ນຕົວຢູ່ບ້ານຢູ່ເຮືອນຈຳກັດບໍລິເວນຕົນເອງ ພັດມີຄົນຈຳນວນບໍ່ໜ້ອຍທີ່ທະຍອຍກັນກັບບ້ານໄປຂຶ້ນລົດ, ລັດລົດຫຼາຍກວ່າປົກກະຕິ.

ຄວາມຈີງສະຖານີຂົນສົ່ງສາຍໃຕ້ໄດ້ປະກາດໄປໃນບໍ່ເທົ່າໃດຊົ່ວໂມງ ຫຼັງລັດຖະບານຖະແຫຼງຂ່າວລັອກດາວນະຄອນຫຼວງວຽງຈັນ ແລະໄດ້ປິດໃຫ້ບໍລິການແຕ່ຄືນນັ້ນ(21ເມສາ)ເວລາ 21:00 ເປັນຕົ້ນມາແລ້ວ ແຕ່ປະຊາຊົນຈຳນວນໜຶ່ງຍັງບໍ່ເຂົ້າໃຈ.

ດັ່ງນັ້ນ, ເພື່ອຄວາມເຂົ້າໃຈຂອງຜູ້ບໍໄດ້ບໍລິໂພກຂໍ້ມູນຂ່າວສານທາງອອນລາຍ, ມື້ວານນີ້ສະຖານີຂົນສົ່ງສາຍໃຕ້ໄດ້ເນັ້ງເຊືອກໄວ້ໜ້າສະຖານີ ເປັນການບອກແຈ້ງວ່າຄີວລົດສາຍໃຕ້ໄດ້ປິດບໍລິການຊົ່ວຄາວໄປແລ້ວຈົນເຖິງວັນທີ 5/5/2021 .

ສ່ວນວ່າຈະເປີດຄືນອີກເມື່ອໃດພວກເຮົາບໍ່ມີໃຜຮູ້ ຕ້ອງລໍຖ້າຕິດຕາມສະຖານະການຕົວຈີງ ພະຍາດຜ່ອນຄາຍລົງຄະນະສະເພາະກິດຜ່ອນຜັນ ລົດໂດຍສານຈິ່ງສາມາດໄປໄດ້.