ປະທານປະເທດເນັ້ນ ພິທີສະຫຼອງ 60 ປີ ວັນສ້າງຕັ້ງກຳລັງ ປກສ, ຕໍາຫຼວດຕ້ອງມີຈິດໃຈຮັບໃຊ້ປະຊາຊົນ ມີຈັນຍາບັນ-ຈັນທໍາ

640

ກະຊວງ ປ້ອງກັນຄວາມສະຫງົບ (ປກສ) ຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງກຳລັງ ປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ ( 5 ເມສາ 1961-5 ເມສາ 2021) ທີ່ສະໂມສອນກະຊວງ ປ້ອງກັນຄວາມສະຫງົບ, ນະຄອນຫຼວງວຽງຈັນ ໃນວັນທີ 5 ເມສາ 2021 ເປັນກຽດເຂົ້າຮ່ວມໂດຍ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ, ທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ, ມີບັນດາທ່ານການນໍາພັກ-ລັດຂັ້ນສູງ, ພະນັກງານອາວຸໂສບຳນານ, ແຂກຮັບເຊີນ ແລະ ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.


ທ່ານ ພົທ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງ ປກສ ໄດ້ກ່າວຄຳເຫັນຕໍ່ພິທີວ່າ: ປະຫວັດສາດແຫ່ງການກຳເນີດ ແລະ ຄວາມເປັນມາ ຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ແມ່ນຕິດພັນສະໜິດແໜ້ນກັບມູນເຊື້ອອັນສະຫງ່າງາມຂອງຊາດ, ມູນເຊື້ອແຫ່ງການນຳພາອັນປີຊາສາມາດສະຫຼາດສ່ອງໃສຂອງພັກເຮົາ ໃນພາລະກິດການປະຕິວັດປົດປ່ອຍຊາດໃນເມື່ອກ່ອນ, ກໍ່ຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ. ການກຳເນີດເກີດຂຶ້ນ ຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ແມ່ນເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງພາລະກິດຕໍ່ສູ້ປົດປ່ອຍຊາດ ກໍ່ຄືພາລະກິດປົກປັກຮັກສາ, ສ້າງສາພັດທະນາປະເທດຊາດໃນປັດຈຸບັນ; ພໍແຕ່ໄດ້ຮັບການສ້າງຕັ້ງຂຶ້ນ, ກຳລັງປ້ອງກັນຄວາມສະຫງົບປະຊາຊົນ ກໍ່ໄດ້ປະເຊີນໜ້າໂດຍກົງກັບກຸ່ມຄົນບໍ່ດີ ທີ່ມີກໍາລັງເໜືອກວ່າຕັ້ງຫຼາຍເທົ່າທາງດ້ານເສດຖະກິດ, ດ້ານກຳລັງພົນ ແລະ ອາວຸດຍຸດໂທປະກອນທີ່ທັນສະໄໝ; ຜ່ານການຝຶກຝົນທົດສອບໃນແປວໄຟແຫ່ງການຕໍ່ສູ້ປະຕິວັດ ໃນເງື່ອນໄຂທີ່ຫຍຸ້ງຍາກລໍາບາກກັນດານນັ້ນ ກໍາລັງປ້ອງກັນຄວາມສະຫງົບ ພ້ອມກັນກັບກອງທັບປະຊາຊົນລາວ ໄດ້ສ້າງວິລະກໍາອັນລໍ້າເລີດຈາລຶກໄວ້ໃນປຶ້ມຄຳປະຫວັດສາດ ຂອງຊາດ ແລະ ຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນເຮົາ.


ຕະຫຼອດໄລຍະ 60 ປີ ແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງກຳລັງປ້ອງກັນ ຄວາມສະຫງົບປະຊາຊົນ ມັນແມ່ນຂະບວນວິວັດແຫ່ງການທົດສອບອັນໃຫຍ່ຫຼວງ ໃນການຕໍ່ສູ້ຍືດເຍື້ອຍາວນານ, ລະອິດລະອ້ຽວ, ດຸເດືອດຂ້ຽວຂາດ, ຫຍຸ້ງຍາກລໍາບາກນາໆປະການ, ດ້ວຍນ້ຳໃຈປະຕິວັດອັນສູງສົ່ງ ຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ໄດ້ເສີມຂະຫຍາຍມູນເຊື້ອຕໍ່ສູ້ອັນເດັດດ່ຽວອາດຫານ, ບໍ່ຍອມຈຳນົນ ຍາດໄດ້ຜົນງານໄຊຊະນະອັນໃຫຍ່ຫຼວງ. ພ້ອມກັນນັ້ນ, ກຳລັງປ້ອງກັນຄວາມສະຫງົບປະຊາຊົນ ໄດ້ຮັບການປັບປຸງ-ກໍ່ສ້າງ ແລະ ເຕີບໃຫຍ່ຂະຫຍາຍຕົວທາງດ້ານຈຳນວນ ແລະ ຄຸນນະພາບ, ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ມີຄວາມຊຳນິຊຳນານທາງດ້ານວິຊາສະເພາະ ແລະ ມີແບບແຜນທັນສະໄໝເປັນກ້າວໆ.


ໃນໂອກາດດັ່ງກ່າວ, ທ່ານ ທອງລຸນສີ ສຸລິດ ໄດ້ກ່າວສູນທອນພົດຕໍ່ພິທີ ໂດຍມີເນື້ອໃນບາງຕອນທີ່ສໍາຄັນວ່າ: ພາລະກິດຂອງກໍາລັງປ້ອງກັນຄວາມສະຫງົບໃນຍຸກໃໝ່ແມ່ນ ຕ້ານກັບກົນອຸບາຍຂອງກຸ່ມຄົນບໍ່ດີ ທີ່ມີເຈດຕະນາອັນບໍ່ດີຕໍ່ປະເທດຊາດ ແມ່ນໜ້າທີ່ຂອງກໍາລັງ ປກຊ-ປກສ ເປັນຜູ້ແບກຫາບໜັກກວ່າໝູ່, ເປັນຜູ້ປະເຊີນໜ້າຫຼາຍກວ່າໝູ່, ນອກຈາກຕ້ານກຸ່ມຄົນບໍ່ດີແລ້ວ ຍັງຕ້ອງສ້າງສັງຄົມໃຫ້ມີຄວາມສະຫງົບປອດໄພ, ສ້າງສະພາບແວດລ້ອມໃຫ້ປະຊາຊົນລາວໃນທົົ່ວປະເທດ ມີຄວາມອຸ່ນອ່ຽງໃຈ ໃນການດຳລົງຊີວິດ, ການທໍາມາຫາກິນຢ່າງສະຫງົບສັນຕິ; ປົກປ້ອງກົດໝາຍ ເຮັດໃຫ້ປະຊາຊົນມີທີີ່ເພິ່ງ, ໃຫ້ປະຊາຊົນເຊືີ່ອໝັັ້ນ ໃນຄວາມເປັນທຳ, ຍຸຕິທໍາຂອງກໍາລັງປ້ອງກັນຄວາມສະຫງົບ, ຕ້ານອາຊະຍາກໍາທຸກຮູບແບບຂອງສັງຄົມ, ຕ້ານການກໍ່ການຮ້າຍອາຊະຍາກໍາຂ້າມຊາດ, ຕ້ານ ແລະ ສະກັດກັ້ນໄພສັງຄົມ ເປັນຕົ້ນ ບັນຫາຢາເສບຕິດ, ອຸບັດເຫດຕາມທ້ອງຖະໜົນ, ປຸ້ນຈີ້ຊິງຊັບ, ຂີ້ລັກງັດແງະ ແລະ ການກໍ່ອາຊະຍາກໍາປະເພດອື່ນໆ.


ດັ່ງນັ້ນ, ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ຈະຕ້ອງໄດ້ສືບຕໍ່ປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບອັນໃຫຍ່ຫຼວງ, ຄວາມມານະອົດທົນສູງ ແລະ ຄວາມກ້າຫານປະດິດສ້າງ, ສະດຸ້ງໄວ ເພື່ອຮັບມືກັບສິ່ງທ້າທາຍທົດສອບທີ່ອາດຈະເກີດຂຶ້ນ, ປັບປຸງແບບແຜນວິທີຄົ້ນຄິດ, ວິທີເຮັດວຽກຂອງຖັນແຖວພະນັກງານ ໃນຂົງເຂດວຽກງານປ້ອງກັນຄວາມສະຫງົບ ໃຫ້ຖວງທັນກັບສະພາບການໃນປະຈຸບັນ, ເສີມຂະຫຍາຍມູນເຊື້ອກໍາລັງປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ດ້ວຍການສືບຕໍ່ລົງກໍ່ສ້າງຮາກຖານຢູ່ທ້ອງຖິ່ນ ໃຫ້ມີຕາໜ່າງປ້ອງກັນຄວາມສະຫງົບທີ່ເຂັ້ມແຂງໜັກແໜ້ນ, ພະນັກງານ-ນັກຮົບ ຕ້ອງເປັນແບບຢ່າງສ້າງຄວາມເຊື່ອໝັ້ນໃຫ້ປະຊາຊົນ ເປັນທີ່ເພີງຂອງປະຊາຊົນ, ຮ່ວມທຸກຮ່ວມສຸກກັບປະຊາຊົນ ປະຕິບັດຕາມຄໍາຂັວນທີ່ວ່າ: ຕໍາຫຼວດ ແລະ ປະຊາຊົນ ໃຫ້ຄືປາກັບນໍ້າ, ຕໍາຫຼວດຕ້ອງມີຈິດໃຈຮັບໃຊ້ປະຊາຊົນ ຖືປະຊາຊົນເປັນກົກ, ຕ້ອງເຄັ່ງຂັດຕໍ່ລະບຽບກົດໝາຍ, ມີຈັນຍາບັນ-ຈັນທໍາ ທີ່ແທ້ຈິງ, ກໍາລັງປ້ອງກັນຄວາມສະຫງົບໃນຍຸກໃໝ່ ຕ້ອງພະຍາຍາມກ້າວເຂົ້າສູ່ທັນສະໄໝ ນໍາໃຊ້ເຕັກໂນໂລຊີໃໝ່, ວິທະຍາສາດໃໝ່ ທີ່ສາມາດສື່ສານໄດ້ຢ່າງທັນການ ເພື່ອພັດທະນາໃຫ້ກໍາລັງປ້ອງກັນຄວາມສະຫງົບເຕີບໃຫຍ່ເຂັ້ມແຂງກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

ພາຍຫຼັງພິທີໂຮມຊຸມນຸມ ກໍ່ໄດ້ມີການປ່ອຍປາອີກດ້ວຍ