ໂຮງໝໍແຂວງຄໍາມ່ວນ ໄດ້ຮັບເຄື່ອງຟອກໄຂ່ຫຼັງ 3 ເຄື່ອງ ແລະ ເຄື່ອງຈັກຜະລິດນໍ້າອາໂອບໍລິສຸດ 1 ຊຸດ ຈາກການຊ່ວຍເຫຼືອຂອງ 3 ບໍລິສັດ

221

ພິທີມອບ-ຮັບເຄື່ອງຊ່ວຍເຫຼືອໃຫ້ແກ່ໂຮງໝໍແຂວງຄໍາມ່ວນໂດຍສະເພາະແມ່ນເຄື່ອງອຸປະກອນການແພດທີ່ຈໍາເປັນເຊັ່ນ : ເຄື່ອງຟອກໄຂ່ຫຼັງຈໍານວນ 3 ເຄື່ອງ ແລະ ເຄື່ອງຈັກຜະລິດນໍ້າອາໂອບໍລິສຸດຈໍານວນ 1 ຊຸດ ຈາກການຊ່ວຍເຫຼືອຂອງ 3 ບໍລິສັດຄື : ບໍລິສັດ ເທີນ ຫີນບູນ ພາວເວີ ຈໍາກັດ ຈໍານວນ 28.000 ໂດລາສະຫະລັດ, ບໍລິສັດ ລັດວິສາຫະກິດ ຖືຫຸ້ນລາວ ຈໍາກັດ ຈໍານວນ 28.000 ໂດລາສະຫະລັດ ແລະ ບໍລິສັດ ໄຟຟ້ານໍ້າເທີນ 2 ຈໍາກັດ ຈໍານວນ 28.000 ໂດລາສະຫະລັດມູນຄ່າລວມທັງໝົດໃນການມອບ-ຮັບລະດົມທຶນໃນຄັ້ງນີ້ຈໍານວນ 84.000 ໂດລາສະຫະລັດ .

ເຂົ້າຮ່ວມໃນພິທີມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງໆຄໍາມ່ວນ,ທ່ານ ຮສ.ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ , ທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ; ບັນດາທ່ານທີ່ຕາງໜ້າໃຫ້ແກ່ບໍລິສັດເຊິ່ງໃຫ້ການຊ່ວຍເຫຼືອ , ຕາງໜ້າບໍລິສັດ CBF , ການນໍາຂັ້ນກົມຂອງກະຊວງສາທາລະນະສຸກ , ແຂກຖືກເຊີນ , ຕະຫຼອດເຖິງພະນັກງານແພດໝໍ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ໃນຕອນເຊົ້າຂອງວັນທີ 29 ມີນາ 2021 ຢູ່ທີ່ໂຮງໝໍແຂວງຄໍາມ່ວນ .

ທ່ານ ບຸນທະວີ ກິລາທອງ ຮອງຜູ້ອໍານວຍການບໍລິສັດ ຊີບີເອັຟ ຟາມາ ຈໍາກັດໄດ້ລາຍງານກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານຕໍ່ພິທີວ່າ : ເຄື່ອງຈັກທີ່ປະກອບໃນຄັ້ງນີ້ແມ່ນ Fresenius 4008 s ແມ່ນເຄື່ອງຟອກໄຂ່ຫຼັງທີ່ຜະລິດຈາກປະເທດເຢຍລະມັນເຊິ່ງມີໜ້າທີ່ໃນການຟອກໄຂ່ຫຼັງທີ່ກ້າວໜ້າກວ່າເຄື່ອງຟອກໄຂ່ຫຼັງຍີ່ຫໍ້ອື່ນຖ້າທຽບໃສ່ຮຸ້ນດຽວກັນ ເຊິ່ງເຄື່ອງດັ່ງກ່າວໄດ້ປະກອບເຕັກນິກ ການຟອກທີ່ທັນສະໄໝສາມາດຕິດຕາມປະສິດທິພາບໃນການຟອກໄຂ່ຫຼັງແບບ real time ເຊິ່ງເຮົາເອີ້ນວ່າ : OCM . ເຄື່ອງດັ່ງກ່າວບໍລິສັດ CBF ແມ່ນໄດ້ຮັບອະນຸຍາດເປັນຕົວແທນຈໍາໜ່າຍແຕ່ພຽງຜູ້ດຽວໃນ ສປປ ລາວ .

ລະບົບຜະລິດນໍ້າບໍລິສຸດເພື່ອຮັບໃຊ້ໃນການຟອກແມ່ນໄດ້ສະໜອງເຄື່ອງຜະລິດ RO ( revers OMOSIS ) ເປັນເຕັກໂນໂລຊີທີ່ມີຄວາມທັນສະໄໝຈາກອາເມຣິກາເຊິ່ງມີຄວາມອາດສາມາດໃນການຜະລິດນໍ້າອາໂອທີ່ມີຄຸນນະພາບສູງ ແລະ ມີກໍາລັງການຜະລິດສູງສຸດ 700 ລິດຕໍ່ຊົ່ວໂມງ , ສາມາດສະໜອງນໍ້າໃນການຟອກໄຂ່ຫຼັງໄດ້ພຽງພໍເຖິງ 10 ເຄື່ອງ , ເຊິ່ງບໍລິສັດ we water ທີ່ເປັນຜູ້ຈໍາໜ່າຍເຄື່ອງຜະລິດນໍ້າ ສະເພາະຟອກໄຂ່ຫຼັງຈາກປະເທດໄທໄດ້ເປັນຄູ່ຮ່ວມມືໃນການຕິດຕັ້ງ ແລະ ຮັບປະກັນຄຸນນະພາບຂອງນໍ້າໃນຄັ້ງນີ້ , ທາງດ້ານຄຸນນະພາບຂອງນໍ້າບໍລິສຸດທີ່ນໍາມາຟອກໄຂ່ຫຼັງແມ່ນສາມາດບັນລຸຕາມມາດຖານການກໍານົດຕາມຂໍ້ກໍານົດ AAMI ( Association for the advancement of medical instrumentation ) .

ການຕິດຕັ້ງເຄື່ອງຟອກໄຂ່ຫຼັງໃນຄັ້ງນີ້ລວມມີເຄື່ອງ 4008 s ຈໍານວນ 3 ເຄື່ອງ , ເຄື່ອງຈັກຜະລິດນໍ້າອາໂອບໍລິສຸດຈໍານວນ 1 ຊຸດພ້ອມອຸປະກອນປະກອບຄົບຖ້ວນ ແລະ ພ້ອມໃນການນໍາໃຊ້ງານລວມມູນຄ່າທັງໝົດແມ່ນ 84.000 ໂດລາສະຫະລັດ .ພາຍຫຼັງທີ່ບໍລິສັດ ຊີບີເອັຟ ໄດ້ຖືກຮັບຄັດເລືອກໃຫ້ເປັນຜູ້ສະໜອງ ບໍລິສັດກໍ່ໄດ້ຮີບຮ້ອນໃນການຈັດຫາເຄື່ອງດັ່ງກ່າວ , ສ່ວນການດໍາເນີນການຕິດຕັ້ງແມ່ນເລີ່ມຕັ້ງແຕ່ວັນທີ 13 ມີນາ 2021 ເຊິ່ງທີມງານວິສະວະກອນໄດ້ດໍາເນີນການຕິດຕັ້ງລະບົບໃໝ່ທັງໝົດເຊິ່ງລວມມີລະບົບຜະລິດນໍ້າອ່ອນ , ລະບົບເກັບນໍ້າບໍລິສຸດ , ຕິດຕັ້ງເຄື່ອງຜະລິດນໍ້າບໍລິສຸດ ແລະ ລະບົບຈ່າຍນໍ້າເຂົ້າເຄື່ອງຟອກໄຂ່ຫຼັງ ( looping ) ແລະ ທໍາການຂ້າເຊື້ອລະບົບຈ່າຍນໍ້າ ແລະ ກວດກາຫາຜົນທາງດ້ານເຄມີ-ຟີຊິກ , ຈຸລິນຊີຕ່າງໆທີ່ຕົກຄ້າງໃນນໍ້າບໍລິສຸດ . ມາຮອດວັນທີ 26 ມີນາ 2021 ການຕິດຕັ້ງແມ່ນໄດ້ສໍາເລັດລົງ

ທ່ານ ເຈົ້າແຂວງໆຄໍາມ່ວນ ໄດ້ຕາງໜ້າໃຫ້ການນໍາຂອງແຂວງສະແດງຄວາມຮູ້ບຸນຄຸນມາຍັງການນໍາຂັ້ນສູງຂອງກະຊວງສາທາລະນະສຸກ ແລະ ກະຊວງພະລັງງານ – ບໍ່ແຮ່ທີ່ໄດ້ເປັນຫົວຈັກຫຼັກແຫຼ່ງໃນການຊອກຫາແຫຼ່ງທຶນເພື່ອມາຊ່ວຍເຫຼືອໂຮງໝໍແຂວງຄໍາມ່ວນໃນການຈັດຊື້ເຄື່ອງຟອກໄຂ່ຫຼັງໂດຍບໍ່ໄດ້ນໍາໃຊ້ງົບປະມານຂອງລັດ ແລະ ທ່ານຫວັງວ່າຈະໄດ້ຮັບການຊ່ວຍເຫຼືອຈາກທາງບໍລິສັດໃນໂອກາດຕໍ່ໄປ .


ໃນພິທີທ່ານເຈົ້າແຂວງຍັງໄດ້ມອບໃບຍ້ອງຍໍຂັ້ນແຂວງພ້ອມດ້ວຍຂອງທີ່ລະນຶກໃຫ້ແກ່ທ່ານລັດຖະມົນຕີທັງສອງທ່ານ , ຕາງໜ້າບໍລິສັດ CBF ແລະ ຕາງໜ້າທັງສາມບໍລິສັດທີ່ໄດ້ໃຫ້ການຊ່ວຍເຫຼືອໃນຄັ້ງນີ້. ພາຍຫຼັງສໍາເລັດພິທີມອບ-ຮັບຢ່າງເປັນທາງການແລ້ວທ່ານເຈົ້າແຂວງກໍ່ໄດ້ມອບເຄື່ອງຕໍ່ໃຫ້ການນໍາຂອງພະແນກສາທາລະນະສຸກ ແລະ ໂຮງໝໍແຂວງເພື່ອປົກປັກຮັກສາເຄື່ອງຟອກໄຂ່ຫຼັງໃຫ້ມີອາຍຸການນໍາໃຊ້ຍາວນານ ແລະ ນໍາໃຊ້ເຂົ້າໃນການປິ່ນປົວຄົນເຈັບຢ່າງມີປະສິດທິຜົນສູງ .


ຈາກນັ້ນການນໍາຂັ້ນສູງຂອງສອງກະຊວງ ແລະ ທ່ານເຈົ້າແຂວງຕະຫຼອດເຖິງແຂກທີ່ເຂົ້າຮ່ວມໃນພິທີກໍໄດ້ເຂົ້າເບິ່ງລະບົບການປະຕິບັດງານຂອງເຄື່ອງຟອກໄຂ່ຫຼັງທີ່ຢູ່ພາຍໃນຫ້ອງຂອງຄົນເຈັບ .

ຂ່າວ -ພາບ : ແດງສະຫວັດ ແສນພານິດ .