ອີກໜຶ່ງບົດບາດ! ພິລາວັນ ນັກມວຍລາຍລາວ ກັບການເປັນຜູ້ກໍາກັບຮູບເງົາສັ້ນຄວ້າຊະນະເລີດປີ 2021

149

ອີກໜຶ່ງຜົນສໍາເລັດ ແລະ ຜົນງານເດັ່ນທໍາອິດໃນປີ 2021 ຂອງ ພິລາວັນ ຈັນທະກາລີ ( ຊິກກອຍ ລາວແອັກຊັນ ) ນອກຈາກຈະເປັນນັກກີລາທີ່ປະສົບຜົນສໍາເລັດມາຫຼາກຫຼາຍປະເພດກີລາ ໂດຍສະເພາະມວຍລາຍລາວ ແລ້ວຍັງນໍາທີມ ລາວແອັກຊັນສະຕາ ( Lao Action Star ) ກັບຄວາມສາມາດທີ່ມີ ສ້າງຮູບເງົາທີ່ສະແດງເຖິງ ແມ່ໄມ້ມວຍລາວ ນໍາອີກ ເພື່ອເປັນການຮັກສາ ແລະ ສານຕໍ່ມວຍລາຍລາວ ສູ່ຮຸ່ນລູກຮຸ່ນຫຼານຕໍ່ໄປ ຫຼ້າສຸດສາມາດຄວ້າລາງວັນຊະນະເລີດ ແລະ ອັນດັບ 2 ຈາກສົ່ງຜົນງານຮູບເງົາສັ້ນເຂົ້າປະກວດຈາກ 2 ຮູບ.

ພິລາວັນ ເປີດເຜີຍຕໍ່ ທີມຂ່າວເສດຖະກິດ-ການຄ້າ ວ່າ: ການແຂ່ງຂັນສ້າງວິດີໂອ ຮູບເງົາສັ້ນ, ຫົວໂຄສະນາ( ສະປອດ ) ແລະ ຮ້ອງເພງ ພາຍໃຕ້ຫົວຂໍ້ ການຄ້າມະນຸດ ເຊິ່ງຈັດຂຶ້ນໂດຍ ກົມຕຳຫຼວດສະກັນກັ້ນ ແລະ ຕ້ານການຄ້າມະນຸດລະດັບຊາດ ຂະນະທີ່ ທິມງານ Lao Action Star ຂອງພວກເຮົາໄດ້ສົ່ງເຂົ້າປະກວດມີ 2 ເລື່ອງ ເຊິ່ງທັງສອງເລື່ອງ ຂຽນບົດ ແລະ ກຳກັບໂດຍ ພິລາວັນ ຈັນທະກາລີ ລວມທັງຍັງຮ່ວມສະແດງອີກດ້ວຍ.

ຜ່ານການປະກວດປາກົດວ່າ: ຜົນການແຂ່ງຂັນພວກເຮົາສາມາດເຂົ້າຮອບ 5 ທິມສຸດທ້າຍທັງ 2 ເລື່ອງ ແລະ ປະກາດຜົນໃນວັນທີ 26 ກຸມພາ 2021 ແມ່ນພວກເຮົາຍາດໄດ້ 2 ລາງວັນຄື:
-ຮູບເງົາສັ້ນເລື່ອງ: ທຸລະກິດບາບ ສາມາດຍາດໄດ້ລາງວັນອັນດັບທີ 1 ໄດ້ຮັບເປັນເງິນສົດ 9.000.000 ກີບ ພ້ອມກັບໂລ້ 1 ໜ່ວຍ.
-ຫົວໂຄສະນາ ( ສະປອດ ) ເລື່ອງ: ການເປັນຂໍທານ ສາມາດຍາດໄດ້ລາງວັນອັນດັບທີ 2 ເປັນເງິນສົດ 5.000.000 ກີບ ພ້ອມກັບໂລ້ 1 ໜ່ວຍ.

ສໍາລັບ ຮູບເງົາສັ້ນເລື່ອງ: ທຸລະກິດບາບ ( ຄວາມຍາວບໍ່ເກີນ 10 ນາທີ ) ໃຊ້ເວລາໃນກາຍຖ່າຍທໍາ 2 ວັນ ແລະ ມີນັກສະແດງ 21 ຄົນ ເນື້ອໃນຫຍໍ້ເລື່ອງນີ້ເວົ້າເຖິງ: ໜ່ວຍສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໄດ້ຮັບພະລະກິດຈາກສູນກາງ ເພື່ອສືບຫາຂະບວນການແກ້ງຄ້າມະນຸດຢູ່ໃນປະເທດລາວ ໃນທີ່ສຸດກໍໄດ້ຂໍ້ມູນວ່າ ຂະບວນການແກ້ງຄ້າມະນຸດ ພວກເຂົາເຈົ້າໄດ້ໃຊ້ວິທີຫຼອກເຫຍື່ອ ດ້ວຍການເອົາຕູ້ ມາໃຫ້ທຸກຄົນບໍລິການຮັບ-ສົ່ງ ໂດຍບໍ່ຂຶ້ນກັບສະມາຄົມໃດໆ ສະນັ້ນຫົວໜ້າໜ່ວຍສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໄດ້ມອບໜ້າທີ່ໃຫ້ສະຫາຍ ເອກ ເປັນເຫື່ຍອຫຼອກລໍ້ ເພື່ອຕິດຕາມຫາແຫຼ່ງຫຼົບຊ້ອນຂອງພວກມັນ.ຂະບວນການແກັ້ງຄ້າມະນຸດໄດ້ໃຊ້ວິທິການ ດ້ວຍການເອົາຢາສະຫຼົບໃສ່ໃນຜ້າອັດປາກ ແລະ ໃສ່ລົງນ້ຳດື່ມ ແລ້ວໃຫ້ເຫຍື່ອ. ໃນທີ່ສຸດໜ່ວຍສະກັດກັ້ນ ແລະ ຕ້ານການຄ້າມະນຸດ ກໍຢຸດຕິ ແລະ ຈັບກຸມການກະທຳຂອງພວກມັນໄວ້ໄດ້.

ສ່ວນຫົວຂໍ້ໂຄສະນາ(ສະປອດ) ເລື່ອງ: ການເປັນຂໍທານ (ຄວາມຍາວບໍ່ເກີນ 1 ນາທີ) ໃຊ້ເວລາໃນການຖ່າຍທໍາເຄິ່ງວັນ ແລະ ນັກສະແດງ 2 ຄົນ ເນື້ອໃນຫຍໍ້ເລື່ອງນີ້ເວົ້າເຖິງ: ເດັກນ້ອຍຜູ້ຊາຍຄົນໜຶ່ງ ຖືນຳມາໃຫ້ເປັນຂໍທານ ເພື່ອເປັນເຄື່ອງມືຫາເງິນໃຫ້ແກ່ກຸ່ມຄ້າມະນຸດ ຖ້າເດັກນ້ອຍມີການປາກເວົ້າກັບຄົນທົ່ວໄປຫຼາຍເກີນໄປ ຫຼື ຄິດຈະຫຼົບໜີ ພວກມັນກໍຂົ່ມຂູ່ ກັງຂັງ ແລະ ທຸບຕີແບບບໍ່ປານີ.

ສໍາລັບ ພິລາວັນ ( ຊິກກອຍ ) ເກີດວັນທີ 8 ພຶດສະພາ 1988 ທີ່ບ້ານໂພນສະຫວ່າງ ເມືອງສາມັກຄີໄຊ ແຂວງອັດຕະປື ເຊິ່ງປັດຈຸບັນຢູ່ບ້ານໜອງວຽງຄໍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເປັນຮອງຫົວໜ້າໜ່ວຍວິຊາ ກາຍະກໍາ ແລະ ເປັນອາຈານສອນ ຢູ່ພາກວິຊາສ້າງຄູພະລະສຶກສາ ຄະນະວິທະຍາສາດການກີລາ-ກາຍະກໍາ ມະຫາວິທະຍາໄລແຫ່ງຊາດລາວ ນັບຕັ້ງແຕ່ເຂົ້າເຮັດວຽກໃນປີ 2010.

ສ່ວນຜົນງານໂດດເດັ່ນທີ່ຜ່ານມາໃນວຽກງານກີລາ ແມ່ນເລີ່ມຈາກກີລາໂວວິນາມ ຍາດໄດ້ 1 ຫຼຽນຄຳລາຍການຊິງແຊັມໂລກ ໃນປີ 2011 ທີ່ປະເທດຫວຽດນາມ, 1 ຫຼຽນຄຳ ລາຍການອາຊຽນບີດ 2016 ທີ່ປະເທດຫວຽດນາມ ແລະ ຫຼຽນຄຳ ໄດ້ຈາກງານຊີງແຊັມອາຊຽນ 2017 ທີ່ປະເທດກຳປູເຈຍ, ສ່ວນລາຍການສໍາຄັນອື່ນສາມາດໄດ້ 1 ຫຼຽນທອງໃນ ຊີເກມ 2013 ທີ່ປະເທດມຽນມາ.

ຂະນະທີ່ ການຫຼິ້ນມວຍລາຍລາວ ຍາດໄດ້ 2 ຫຼຽນຄໍາ ໃນກີລາແຫ່ງຊາດ ຄັ້ງທີ 10 ທີ່ແຂວງອຸດົມໄຊ ໃນປີ 2014 ແລະ ເຂົ້າຮ່ວມແຂ່ງຂັນສິລະປະປ້ອງກັນຕົວລະດັບໂລກ (Womau Martial Arts) ເຊິ່ງໄດ້ນຳໃຊ້ມວຍລາຍລາວ ໄປສະແດງໃນງານທີ່ ສເກົາຫຼີ ສາມາດຍາດໄດ້ລາງວັນອັນດັບທີ 3 ໃນປີ 2018.
ຂ່າວ: ຄໍາສອນ; ຮູບ: Lao Action Star