ທ່ານ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຢ້ຽມຢາມບໍລິສັດ ຫົວເຫວີຍລາວ

287

ວັນທີ 17 ມີນາ ຜ່ານມາ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ບໍລິສັດ ຫົວເຫວີຍ ລາວ ເພື່ອໃຫ້ການຊີ້ນໍາຕໍ່ການປະຕິບັດວຽກງານຂອງບໍລິສັດ ໃນປີ 2021.
ໂດຍຕາງໜ້າໃຫ້ ບໍລິສັດ ຫົວເຫວີຍ ລາວ ທ່ານ ຫູ ເຫວີຍຫົວ (Hu Weihua) ອໍານວຍການ ບໍລິສັດ ຫົວເຫວີຍ ໄດ້ກ່າວຕ້ອນຮັບຢ່າງອົບອຸ່ນ ແລະ ລາຍງານຜົນການດໍາເນີນທຸລະກິດ ໃນປີ 2020 ຂອງ ບໍລິສັດ ຫົວເຫວີຍ ຢູ່ໃນທົ່ວໂລກ. ການດໍາເນີນທຸລະກິດຂອງ ບໍລິສັດ ຫົວເຫວີຍ ລາວ ແລະ ວິໄສທັດກ່ຽວກັບໂອກາດຂອງ ສປປ ລາວ ໃນການເປັນສູນກາງທາງດ້ານ ICT ຢູ່ໃນອານຸພາກພື້ນ.

ທ່ານ ຫູ ເຫວີຍຫົວ ຍັງໄດ້ແນະນໍານະວັດຕະກຳໃໝ່ຫຼ້າສຸດຂອງ ຫົວເຫວີຍ ສໍາລັບການປະຕິຮູບລະບົບດິຈິຕອນ ແລະ ການປ່ຽນແປງທາງດິຈິຕອນຂອງປະເທດອ້ອມຂ້າງ. ພ້ອມທັງໄດ້ອະທິບາຍການນໍາໃຊ້ເຕັກໂນໂລຊີເຂົ້າສູ່ລະບົບການເຮັດວຽກຂອງລັດຖະບານ ເພື່ອຊ່ວຍໃຫ້ການເຮັດວຽກຂອງລັດຖະບານມີຄວາມສະດວກ ແລະ ວ່ອງໄວຂຶ້ນ.

ໃນລະຫວ່າງການລົງເຄື່ອນໄຫວຢ້ຽມຢາມ ບໍລິສັດ ຫົວເຫວີຍ, ທ່ານ ນາງ ເຂັມມະນີ ພົນເສນາ ໄດ້ໃຫ້ຄວາມສົນໃຈຫຼາຍ ຕໍ່ກັບນະວັດຕະກຳໃໝ່ຫຼ້າສຸດຂອງ ຫົວເຫວີຍ ແລະ ໄດ້ສະແດງຄວາມຂອບໃຈຕໍ່ ບໍລິສັດ ຫົວເຫວີຍ ທີ່ໄດ້ປະກອບສ່ວນໃນການພັດທະນາອຸດສາຫະກຳໂທລະຄົມມະນາຄົມ ຂອງ ສປ ລາວ ພ້ອມທັງກ່າວ “ຊົມເຊີຍ ບໍລິສັດ ຫົວເຫວີຍ ທີ່ພັດທະນາເຕັກໂນໂລຊີໃໝ່ໆ ມາໃຫ້ຫຼາຍພາກສ່ວນໄດ້ນຳໃຊ້ ເປັນຕົ້ນແມ່ນ ລະບົບ e-government ທີ່ຈະຊ່ວຍໃຫ້ລະບົບການເຮັດວຽກຂອງລັດຖະບານມີຄວາມວ່ອງໄວ ແລະ ທັນສະໄໝ ຍິ່ງຂຶ້ນ”.

ໃນຕອນທ້າຍ, ທ່ານ ຫູ ເຫວີຍຫົວ ກໍໄດ້ສະແດງຄວາມຂອບໃຈຕໍ່ ລັດຖະບານລາວ ໂດຍສະເພາະ ທ່ານ ລັດຖະມົນຕີ ກະຊວງອຸດສະຫະກຳ ແລະ ການຄ້າ ທີ່ເສຍສະຫຼະເວລາຢ້ຽມຢາມບໍລິສັດ ແລະ ໃຫ້ຄໍາແນະນໍາຕໍ່ກັບ ບໍລິສັດ ຫົວເຫວີຍ ລາວ ຕະຫຼອດໄລຍະທີ່ຜ່ານມາ.