ສູນພັດທະນາກີລາບານເຕະ ຈຳປີ – ຈຳປາ ເປີດສອນທາງການ (ຄລິບ)

293

ສະຫະພັນບານເຕະແຫ່ງຊາດລາວ ຈັດພິທີເປີດ ສູນພັດທະນາກິລາບານເຕະ ຈຳປີ – ຈຳປາ ຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 20 ມີນາ 2021 ທີ່ ສະຫະພັນບານເຕະແຫ່ງຊາດລາວ ບ້ານຫ້ວຍຫົງ.

ພິທີດັ່ງກ່າວໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ ແລະ ທ່ານ ອາຈານ Sundram Moorthy ຈາກປະເທດ ສິງກະໂປ (ອະດິດ ທິມຊາດ ສິງກະໂປ) ຫົວຫນ້າພະແນກເຕັກນິກວິທະຍາ (TD) ພ້ອມດ້ວຍການນໍາ, ຄູຝຶກ, ພໍ່ແມ່ຜູ້ປົກຄອງ ແລະ ນັກເຕະດາວດວງນ້ອຍລາວ ເຂົ້າຮ່ວມຢ່າງພ້ອມພຽງ.

ຄລິບສໍາພາດ ແລະ ບັນຍາກາດການສອນລຸ່ມນີ້:

ສໍາລັບ ສູນດັ່ງກ່າວແມ່ນຮັບນັກກີລາແບບເປີດກວ້າງລາຍລະອຽດແຕ່ລະຮຸ່ນອາຍຸ ມີດັ່ງລຸ່ມນີ້:
1. ຮຸ່ນອາຍຸ 8 ປິ – ເກີດໃນປີ 2013-2014
2. ຮຸ່ນອາຍຸ 10 ປີ – ເກິດໃນປີ 2011-2012
3. ຮຸ່ນອາຍຸ 12 ປີ – ເກີດໃນປີ 2009-2010

4. ຮຸ່ນອາຍຸ 14 ປີ – ເກີດໃນປີ 2007-2008
5. ຮຸ່ນອາຍຸ 16 ປີ – ເກີດໃນປີ 2005-2006
ຜົນປະໂຢດທີ່ຈະໄດ້ຮັບ:
ນັກກິລາ ຈະໃດ້ຮັບການຝຶກຊ້ອມທາງດ້ານເຕັກນິກ, ທັກສະຕ່າງໆ ກ່ຽວກັບ ກິລາບານເຕະ ຈາກ ບັນດາຄູຜຶກ ທີ່ມີປະສົບການ ແລະ ພ່ານ ການຜຶກອົມຮົມ ພ້ອມໃບປະກາດທີ່ ຮັບຮອງ ຈາກ ສະຫະພັນບານເຕະອາຊີ (AFC) ແລະ ພາຍໃຕ້ ການຊີ້ນໍາຄະນະ ຂອງ ຄະນະອະນຸກໍາມະການເຕັກນິກ ແລະ ຫົວຫນ້າພະແນກເຕັກນິກວິທະຍາ (TD) ທ່ານ ອາຈານ Sundram Moorthy ຈາກປະເທດ ສິງກະໂປ (ອະດິດ ທິມຊາດ ສິງກະໂປ).
ຄູຝຶກ:

– ອາຈານ NAY HLIANG , ຄູຝຶກຜູ້ຮັກສາປະຕູທີມຊາດລາວສັນຊາດມຽນມາ ພ້ອມ ຜູ້ຊ່ວຍ ອາຈານ ສົມໃຈ ແສນພິມມະຈັກ ວິຊາການ
– ອາຈານ ພອນທິບ ແສງມະນີ ອະດິດ ທິມຊາດຍິງ, ຄູຝຶກ ທີມຊາດຍິງ
– ອາຈານ ຈັນທະຄາດ ສ່ຽນຜ່ອງໃສ ອະດິດ ຜູ້ຮັກສາປະຕູທີມຊາດລາວ, ຄູຝຶກຜູ້ຮັກສາປະຕູທີມຊາດລາວ.
– ອາຈານ ອຸດຕະມະ ຂາງມະນີວົງ ຄູຝຶກທີມຊາດລາວ ພ້ອມ ຜູ້ຊ່ວຍ ອາຈານ ໄຊປະເສີດ ພົມມະລິນ.


/
– ອາຈານ ວົງມີໄຊ ສຸບົວຄຳ ຄູຝຶກ ທີມຊາດຍິງລາວ ຊຸດໃຫຍ່
– ອາຈານ ຄານຊະນິດ ຄຳຈະເລີນ ອະດິດ ທິມຊາດຍິງ , ຜູ້ຊ່ວຍຄູຝຶກທີມຊາດລາວ ຮຸ່ນອາຍຸ 16 ປີ
– ອາຈານ ນົກ ດວງມາລາ ອະດິດ ທິມຊາດຍິງ, ຜູ້ຊ່ວຍຄູຝຶກທີມຊາດລາວ
– ອາຈານ ແກ້ວຕາ ພົງອຸດົມ ອະດິດ ທິມຊາດຍິງ, ຜູ້ຊ່ວຍຄູຝຶກທີມຊາດລາວ.

ຄ່າສະຫມັກ ແລະ ລົງທະບຽນ: 500.000 ກີບ ( ຫ້າແສນກີບ ) ເຊິ່ງປະກອບດ້ວຍ:
– ຊຸດຝຶກຊ້ອມ ເສື້ອ, ໂສ້ງ ແລະ ຖົງຕີນ 2 ຊຸດ.
– ຝຶກຊ້ອມ 10 ອາທິດ (ເສົາ – ທິດ).
ເວລາຝຶກຊ້ອມ: ເວລາ 07:30 – 09:00 , ທຸກໆ ວັນເສົາ ແລະ ວັນອາທິດ. (ວັນອາທິດ ມີການລົງທິມ ເພື່ອໃຫ້ໂອກາດ ນໍາໃຊ້ ວິຊາ ທີ່ຮຽນມາ.)

ສະຫນາມຝຶກຊ້ອມ: ເດິ່ນ ຫ້ວຍຫົງ ສະຫະພັນບານເຕະແຫ່ງຊາດລາວ
ເລີ້ມລົງທະບຽນ: ນັບຕັ້ງແຕ່ ວັນທີ 04 ກຸມພາ 2021 ເປັນຕົ້ນໄປ
ມື້ທີ່ເລີ້ມຝຶກຊ້ອມ: ວັນທີ 06 ມີນາ 2021.

ສອບຖາມຂໍ້ມູນເພີ້ມເຕິມ:
020 54443133, 020 99888551, 020 93662252 ແລະ 020 59611465.