ເປັນຈິງແລ້ວ COPA Coca-Cola 2021 ທີ່ ສປປ ລາວ ເພີ່ມໂອກາດໃຫ້ກັບທີມຕ່າງແຂວງຮ່ວມຊີງໄຊ

270

ການແຂ່ງຂັນບານເຕະນັກຮຽນມັດທະຍົມ COPA Coca-Cola ຈັດມາແລ້ວ 3 ຄັ້ງ ແຕ່ຈັດພາຍໃນນະຄອນຫຼວງວຽງຈັນ ທັງໝົດໃນ 3 ຄັ້ງທີ່ຜ່ານມາ

ຫຼ້າສຸດໃນປີ 2021 ເມື່ອທ້າຍອາທິດ ທີ່ຜ່ານມາ ໄດ້ມີພິທີຖະແຫຼງຂ່າວຂຶ້ນທີ່ ສະໜາມລ້ານຊ້າງ ສະເຕດ້ຽມ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ພະສິນ ປັນດີ ຫົວໜ້າຝ່າຍຂາຍທົ່ວປະເທດ ບໍລິສັດ ໂຄຄາ-ໂຄລາ, ທ່ານ ວິລະວັນ ບຸນສຸກໄທ ພົວໜ້າກົມພະລະ ແລະ ສິລະປະສຶກສາ ແລະ ທ່ານ ແຮັບປີ້ ສີສົມພອນ ອໍານວຍການບໍລິສັດ L2MO ພ້ອມດ້ວຍນັກກີລາທີມແຊັມປີທີ່ຜ່ານມາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ ທ່ານ ແຮັບປີ້ ສີສົມພອນ ອໍານວຍການບໍລິສັດ L2MO ລາຍງານການກຽມຄວາມພ້ອມວ່າ: ດັ່ງທີ່ຮູ້ການແຂ່ງຂັນບານເຕະນັກຮຽນມັດທະຍົມ COPA Coca-Cola ຈັດມາ 3 ຄັ້ງແລ້ວ ແຕ່ທີ່ຜ່ານມາແມ່ນຈັດພາຍໃນນະຄອນຫຼວງວຽງຈັນ. ດັ່ງນັ້ນໃນປີ 2021 ຈະເປັນປີແຫ່ງປະຫວັດສາດ ເພາະຈະຈັດຂຶ້ນຢູ່ທົ່ວປະເທດກໍຄື ພາກເໜືອ, ພາກກາງ ແລະ ພາກໃຕ້ ດັ່ງນີ້:

-ຢູ່ນະຄອນຫຼວງວຽງຈັນ ຄັດເລືອກຈາກ 9 ຕົວເມືອງ 134 ທີມ ແລະ ຄັດເອົາ 4 ທີມຊາຍ ແລະ 4 ທີມຍິງ ເຂົ້າສູ່ຮອບສຸດທ້າຍ.
-ຢູ່ພາກເໜືອ: ກໍານົດເອົາ 7 ທີມຊາຍ ແລະ 7 ທີມຍິງ ເຂົ້າຮ່ວມການແຂ່ງຂັນທີ່ແຂວງຫຼວງພະບາງ ຫຼື ອຸດົມໄຊ ໃນຮອບຄັດເລືອກ ເພື່ອຄັດເອົາ 2 ທີມຊາຍ ແລະ 2 ທີມຍິງເຂົ້າຮອບສຸດທ້າຍທີ່ນະຄອນຫຼວງວຽງຈັນ.
-ພາກໃຕ້: ກໍານົດເອົາ 7 ທີມຊາຍ ແລະ 7 ທີມຍິງ ເຂົ້າຮ່ວມການຂ່ງຂັນທີ່ແຂວງຈໍາປາສັກ ແລະ ຄັດເອົາພຽງ 2 ທີມຊາຍ ແລະ 2 ທີມຍິງເຂົ້າຮອບສຸດທ້າຍທີ່ນະຄອນຫຼວງວຽງຈັນ.

ສໍາລັບ ຮອບຄັດເລືອກຈະເລີ່ມຂຶ້ນໃນວັນທີ 22 ມີນາ 2021 ຈົນເຖິງ 36 ພຶດສະພາ 2021 ແຂວງຂັນຢູ່ແຕ່ລະພາກ, ສ່ວນຮອບ 8 ທີມສຸດທ້າຍ ຈົນເຖິງຮອບຊີງຊະນະເລີດແມ່ນຈະຈັດຂຶ້ນທີ່ສະໜາມກີລາລ້ານຊ້າງ ສະເຕດ້ຽມ ບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍວັນເວລາຈັດການແຂ່ງຂັນຮອບ 8 ທີມຈະກໍານົດອີກຄັ້ງໜຶ່ງ.

ຂ່າວ: ຄໍາສອນ; ຮູບ: ສຸນັນໄຊ ( ໜຶ່ງ )