ຈຳປາສັກຮ່ວມເຊັນເອກະສານ 6 ສະບັບກັບບໍລິສັດເອໄອເອັຟ ເພື່ອພັດທະນາແຂວງ

261

ໃນຕອນເຊົ້າວັນທີ 8 ກຸມພາ 2021 ນີ້ທີ່ແຂວງຈຳປາສັກ ໄດ້ມີພິທີເຊັນບົດບັນທຶກການຮ່ວມມືລະຫວ່າງ ແຂວງ ຈຳປາສັກ ກັບກຸ່ມບໍລິສັດ ເອໄອເອັຟ (AIF) ກ່ຽວກັບການຊ່ວຍເຫຼືອກໍ່ສ້າງໂຮງໝໍ ແລະ ເປັນຄູ່ຮ່ວມພັດທະນາໃນຂະແໜງກະສິກຳ, ຂົນສົ່ງ, ການສະໜອງທຶຶນ, ການສື່ສານ ແລະ ນ້ຳປະປາແຂວງ. ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍຕູ້ ປະທານສະພາແຫ່ງຊາດ, ທ່ານ ປອ ວິໄລວົງ ບຸດດາຄຳ ເຈົ້າແຂວງໆຈຳປາສັກ, ມີບັນດາທ່ານລັດຖະມົນຕີຈາກກະຊວງຕ່າງໆ ແລະພະແນກຕ່າງໆທີ່ກ່ຽວຂ້ອງຂອງແຂວງເຊັ່ນ: ແຜນການ ແລະ ການລົງທຶນ, ໂຍທາທິການ ແລະ ຂົນສົ່ງ, ສາທາລະນະສຸກ, ກະສິກຳ ແລະ ປ່າໄມ້, ອຸດສາຫະກໍາ ແລະ ການຄ້າ, ໄປສະນີ,ໂທລະຄົມມະນາຄົມ ແລະ ການສື່ສານ ,ລັດວິສາຫະກິດນ້ຳປະປາແລະ ກຸ່ມບໍລິສັດ ເອໄອເອັຟ ພ້ອມດ້ວຍບັນດາບໍລິສັດ ແລະນັກທຸລະກິດກ່ຽວຂ້ອງເຂົ້າຮ່ວມ.


ບົດບັນທຶຶກການຮ່ວມມືລະຫວ່າງແຂວງຈໍາປາສັກກັບກຸ່ມບໍລິສັດ ເອໄອເອັຟ ທີ່ເຊັນກັນປະກອບມີ 6 ສະບັບດັ່ງນີ້:1.ບົດບັນທຶກການຮ່ວມມື ວ່າດ້ວຍການຊ່ວຍເຫຼືອຈາກກຸ່ມບໍລິສັດ ເອໄອເອັຟ ແລະ ບັນດາຄູ່ຮ່ວມທຸລະກິດເພື່ອກໍ່ສ້າງຕຶກນອນຄົນເຈັບ ໃຫ້ໂຮງໝໍແຂວງ ຈຳປາສັກ.
2.ບົດບັນທຶກການຮ່ວມມືໂຄງການການສຶກສາ, ການລົງທຶນຜະລິດສະບຽງ ແລະ ສິນຄ້າກະສິກຳ ແບບອຸດສະຫະກໍາ ໃນຮູບແບບ 4 P ແລະ BOT ຢູ່ເມືອງ ໂພນທອງ , ເມືອງ ປະທຸມພອນ ແລະ ເມືອງ ຊະນະສົມບູນ.
3.ບົດບັນທຶກການຮ່ວມມື ໂຄງການສຶກສາ ເພື່ອປັບປຸງ ແລະ ຍົກລະດັບການບໍລິຫານການຂົນສົ່ງ, ການປ່ຽນຖ່າຍສິນຄ້າກະສິກຳ, ອຸດສະຫະກໍາ ເພື່ອໃຫ້ແຂວງຈໍາປາສັກ ເປັນສູນກາງການຄ້າ ແລະ ໂລຈິດສະຕິກ ເຂດ 4 ຫຼ່ຽມມໍລະກົດ.

4.ບົດບັນທຶກການຮ່ວມມື ວ່າດ້ວຍການສະໜອງທຶນ ເພື່ອສະໜັບສະໜູນການຜະລິດຂອງທຸລະກິດ SME ຢູ່ແຂວງຈຳປາສັກ ໃນວົງເງິນ 100 ຕື້ກີບ.
5.ບົດບັນທຶຶກການຮ່ວມມື ວ່າດ້ວຍການສຶກສາການຫັນເປັນທັນສະໄໝ ລະບົບ E-Local Government ແລະ ປັບປຸງການສື່ສານພາກລັດຂອງແຂວງຈຳປາສັກ, ຄູ່ຮ່ວມເຊັນບົດບັນທຶກລະຫວ່າງ ພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານແຂວງ.
6.ບົດບັນທຶກການຮ່ວມມື ວ່າດ້ວຍການຊ່ວຍສຶກສາ ການຫັນເປັນທັນສະໄໝ ການບໍລິຫານລະບົບນ້ຳປະປາ ແລະ ການບໍລິການສຳລະຄ່ານ້ຳປະປາ ຜ່ານລະບົບອິນເຕີເນັດ, ຄູ່ຮ່ວມເຊັນບົດບັນທຶກລະຫວ່າງ ລັດວິສາຫະກິດ ນ້ຳປະປາ ແຂວງຈຳປາສັກ.


ໃນໂອກາດນີ້ ທ່ານ ປອ ວິໄລວົງ ບຸດດາຄຳ ເຈົ້າແຂວງໆຈຳປາສັກ ໄດ້ກ່າວຕີລາຄາວ່າ ການເຊັນບົດບັນທຶກຮ່ວມມືລະຫວ່າງເເຂວງຈຳປາສັກ ກັບກຸ່ມບໍລິສັດ AIF ໃນຄັ້ງນີ້ ແມ່ນມີຄວາມສຳຄັນຫຼາຍຕໍ່ການພັດທະນາເສດຖະກິດ-ສັງຄົມຂອງເເຂວງ ກໍຄືການປັບປຸງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ແລະ ລົບລ້າງຈາກຄວາມທຸກຍາກຕາມເເນວທາງນະໂຍບາຍຂອງພັກກໍຄື ມະຕິຂອງອົງຄະນະພັກແຂວງວາງອອກໃນ 5 ປີຕໍ່ໜ້າໃຫ້ປະກົດຜົນເປັນຈິງ.

ຂ່າວ: ເກດສະໜາ ແກ້ວສຸວັນນະແສງ ຈາກ ວິທະຍຸແຂວງຈຳປາສັກ