ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ແຕ່ຮຽກຮ້ອງທຸກຄົນເປັນເຈົ້າການປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກ

311

ຄະນະສະເພາະກິດຖະແຫຼງ ໃນວັນທີ 4 ກຸມພາ 2021 ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ແຕ່ຂໍການຮ່ວມມືຈາກ ບັນດາທ່ານ ຜູ້ເດີນທາງເຂົ້າມາ ສປປ ລາວ, ຜູ້ທີ່ຢູ່ໃນສະຖານທີ່ຈຳກັດບໍລິເວນ ແລະ ຍາດຕິພີ່ນ້ອງ ຈົ່ງໄດ້ປະຕິບັດ ມາດຕະການ ຕາມຄຳແນະນຳຂອງຄະນະສະເພາະກິດ ຢ່າງຖືກຕ້ອງ ແລະ ເຂັ້ມງວດເພື່ອຮັບປະກັນ ໃຫ້ທຸກຄົນທີ່ເດີນທາງເຂົ້າມາ ໄດ້ຮັບການເກັບຕົວຢ່າງກວດຊອກຫາເຊື້ອພະຍາດ ໂຄວີດ-19 ແລະ ໄດ້ຈໍາກັດບໍລິເວນ ຄົບ 14 ວັນ ຕາມມາດຕະການກຳນົດໄວ້.

ທ່ານ ດຣ. ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ລາຍງານປະຈຳວັນທີ 4 ກຸມພາ 2021 ວ່າ: ນັບແຕ່ເລີ່ມມີການລະບາດຂອງພະຍາດໂຄວິດ-19 ມາຮອດປັດຈຸບັນ ສປປ ລາວ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 45 ຄົນ, ບໍ່ມີຜູ້ເສຍຊີວິດ. ການປິ່ນປົວຫາຍດີ 41 ຄົນ ແລະ ຍັງມີຜູ້ຕິດເຊື້ອນອນຕິດຕາມປິ່ນປົວຢູ່ໂຮງໝໍຈຳນວນ 4 ຄົນ.

ສໍາລັບວຽກງານການເຝົ້າລະວັງ ໂຄວິດ-19 ຢູ່ ສປປ ລາວ ວັນທີ 4 ກຸມພາ ທົ່ວປະເທດມີຜູ້ເດີນທາງເຂົ້າມາ ມີທັງໝົດ 3.010 ຄົນ; ທຸກຄົນທີ່ເຂົ້າມາທາງຈຸດຜ່ານແດນ ໃນມື້ວານນີ້ ແມ່ນໄດ້ຜ່ານການວັດແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້, ໄດ້ເກັບຕົວຢ່າງທຸກໆຄົນມາກວດ ແລະ ນຳສົ່ງໄປຫາສະຖານທີ່ ຈຳກັດບໍລິເວນທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ.

ສ່ວນການເກັບຕົວຢ່າງມາກວດເພື່ອຊອກຫາຜູ້ຕິດເຊື້ອ ພະຍາດ ໂຄວິດ-19 ໃນວັນທີ 3 ກຸມພາ 2021, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 291 ຄົນ; ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ, ໝາຍຄວາມວ່າ ວັນທີ 3 ກຸມພາ 2021 ບໍ່ພົບຜູ້ຕິດເຊື້ອໃໝ່; ສັງລວມການກວດວິເຄາະ ນັບແຕ່ ເດືອນມັງກອນ 2020 ຮອດ ວັນທີ 4 ກຸມພາ 2021 ໄດ້ເກັບຕົວຢ່າງມາກວດທັງໝົດ 104.833 ຕົວຢ່າງ, ແລະ ໃຫ້ຜົນບວກ 45 ຕົວຢ່າງ.

ທັ້ງນີ້, ມາຮອດປະຈຸບັນ ຍັງມີຄົນເຈັບຕິດເຊື້ອພະຍາດ ໂຄວິດ-19 ຈຳນວນ 4 ຄົນ ທີ່ຍັງສືບຕໍ່ນອນປິ່ນປົວຢູ່ໂຮງໝໍທີ່ຖືກກຳນົດໄວ້, ໃນນີ້ 2 ຄົນຄື ຜູ້ຕິດເຊື້ອ ອັນດັບ 42 ແລະ 45 ຕິດຕາມປິ່ນປົວ ຢູ່ທີ່ແຂວງຈຳປາສັກ; ຜູ້ຕິດເຊື້ອ ອັນດັບ 43 ຕິດຕາມປິ່ນປົວ ຢູ່ທີ່ແຂວງຫຼວງນໍ້າທາ; ຜູ້ຕິດເຊື້ອ ອັນດັບ 44 ຕິດຕາມປິ່ນປົວ ຢູ່ທີ່ນະຄອນຫຼວງວຽຈັນ ເຊິ່ງທັງ 4 ຄົນ ແມ່ນມີສຸຂະພາບແຂງແຮງດີ , ບໍ່ມີອາການສົນຫຍັງ.

ທ່ານ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກ່າວຕື່ມວ່າ: ໂດຍອີງໃສ່ສະພາບການເກີດພະຍາດ COVID-19 ທີ່ກ່າວມານັ້ນ, ເຫັນວ່າບັນດາປະເທດທີ່ໃກ້ຄຽງກັບ ສປປ ລາວ ຍັງມີສະພາບການເກີດລະບາດໃນຊຸມຊົນ ແລະ ມີການຕິດເຊື້ອພາຍໃນປະເທດຮອບໃໝ່ ເຊິ່ງຖືວ່າເປັນຄວາມສ່ຽງສູງ ທີ່ຈະມີການນຳເຊື້ອພະຍາດຈາກປະເທດທີ່ກຳລັງມີການລະບາດເຂົ້າມາ ໃນປະເທດຂອງພວກເຮົາ.

ຕໍ່ໜ້າສະພາບການດັ່ງກ່າວ ຄະນະສະເພາະກິດ ຂັ້ນສູນກາງ ແລະ ທ້ອງຖິ່ນ ກໍ່ໄດ້ເອົາໃຈໃສ່ ຕິດຕາມເຝົ້າລະວັງສະພາບການ ຢ່າງໃກ້ຊີດ ແລະ ຄະນະຮັບຜິດຊອບແຕ່ລະພາກສ່ວນ ໄດ້ມີການເອົາໃຈໃສ່ ຈັດຕັ້ງປະຕິບັດມາດຕະການ ຢ່າງເຂັ້ມງວດ ຕາມຈຸດຜ່ານແດນຊາຍແດນ ແລະ ສະຖານທີ່ຈຳກັດບໍລິເວນ ໃນຂອບເຂດທົ່ວປະເທດ ໂດຍສະເພາະ ແມ່ນໃນບັນດາແຂວງ ທີ່ມີຊາຍແດນຕິດກັບປະເທດທີ່ມີກຳລັງມີສະພາບການລະບາດໃນປະເທດ ເພື່ອສະກັດກັ້ນ ແລະ ປ້ອງກັນ ບໍ່ໃຫ້ເກີດມີການຕິດເຊື້ອພະຍາດໂຄວີດ-19 ໃນປະເທດເຮົາ ເປັນຮອບໃໝ່.

ພ້ອມນີ້, ກໍຂໍການຮ່ວມມືຈາກ ຜູ້ເດີນທາງເຂົ້າມາ ສປປ ລາວ , ຜູ້ທີ່ຢູ່ໃນສະຖານທີ່ຈຳກັດບໍລິເວນ ແລະ ຍາດຕິພີ່ນ້ອງ ຈົ່ງໄດ້ປະຕິບັດ ມາດຕະການ ຕາມຄຳແນະນຳຂອງຄະນະສະເພາະກິດ ຢ່າງຖືກຕ້ອງ ແລະ ເຂັ້ມງວດເພື່ອຮັບປະກັນ ໃຫ້ທຸກຄົນທີ່ເດີນທາງເຂົ້າມາ ໄດ້ຮັບການເກັບຕົວຢ່າງກວດຊອກຫາເຊື້ອພະຍາດ ໂຄວີດ-19 ແລະ ໄດ້ຈໍາກັດບໍລິເວນ ຄົບ 14 ວັນ ຕາມມາດຕະການກຳນົດໄວ້.