ພະນັກງານແພດໝໍ 600ຄົນ ໄດ້ຮັບການສັກວັກແຊັງປ້ອງກັນໂຄວິດ-19

265

ໃນວັນທີ 27 ມັງກອນ 2021 ທີ່ໂຮງໝໍ ມິດຕະພາບ ໄດ້ຈັດພິທີການສັກວັກແຊັງ ຫລື ວັກຊີນກັນໂຄວິດ-19 ໃຫ້ແກ່ພະນັກງານແພດໝໍ ບຸກຄົນທີ່ເປັນກຸ່ມສ່ຽຽງສູງ ໂດຍມີທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ; ທ່ານ ຮສ ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ; ມີອໍານວຍການ, ຮອງອໍານວຍການໂຮງໝໍມິດຕະພາບ ພ້ອມດ້ວຍພະນັກງານແພດໝໍຜູ້ທີ່ຈະເຂົ້າຮັບການສັກວັກຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ລັດຖະມົນຕີກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ວັກແຊັງທີ່ໃຊ້ສັກໃນມື້ນີ້ກໍແມ່ນວັກແຊັງທີ່ໄດ້ຮັບການຊ່ວຍເຫຼືອຈາກ ສປ ຈີນຈຳນວນ 2.000 ໂດສ໌ ຊື່ວັກແຊັງ Vero cell ຈາກບໍລິສັດ Sinopharm.

ວັກແຊັງຊະນິດນີ້ແມ່ນໄດ້ມີການຈັດຕັ້ງປະຕິບັດຢູ່ໃນປະເທດຂອງເພີ່ນມາ 3 ຮອບແລ້ວ ແລະມີຄົນເຂົ້າຮ່ວມສັກ 1 ລ້ານກວ່າຄົນມາແລ້ວກໍເຫັນວ່າບໍ່ມີເຫດການປະຕິປັກຫຍັງເກີດຂຶ້ນ. ເພາະສະນັ້ນໃນວັນທີ 24 ພະຈິກ ທີມງານຜູ້ຊ່ຽວຊານຂອງໂຮງງານຜະລິດວັກແຊັງດັ່ງກ່າວ ພ້ອມທັງພະນັກງານສະຖານທູດຈີນ ກໍໄດ້ມີການຈັດສຳມະນາຮ່ວມກັນກັບທີມແພດໝໍຂອງລາວເຮົາ ເພື່ອແລກປ່ຽນປະສົບການກັນ ແລ້ວກໍໄດ້ມີການຈັດຕັ້ງປະຕິບັດສັກແບບສຸກເສີນໃນກຸ່ມຄົນແພດໝໍ, ພະນັກງານຜູ້ເຮັດວຽກຢູ່ຈຸດຜ່ານແດນ, ພະນັກງານຢູ່ສູນຈຳກັດບໍລິເວນ ໄດ້ຈຳນວນ 298 ຄົນ ແລະ ກໍສັກຄົບ 2ເຂັມໄປແລ້ວ ຈຳນວນ 125 ຄົນ, ໃຊ້ວັກແຊັງໄປທັງໝົດ 423 ໂດສ, ທັງໝົດແມ່ນບໍ່ມີອາການຜິດປົກກະຕິຫຍັງ.

ສະນັ້ນໃນມື້ນີ້ເພື່ອນໍາໃຊ້ວັກແຊັງທີ່ມີໃຫ້ເກີດປະໂຫຍດອັນສູງສຸດກັບແພດໝໍທີ່ມີຄວາມສ່ຽງສູງ ຈຶ່ງໄດ້ຈັດຕັ້ງການສັກຂຶ້ນຢູ່ໃນສະຖານທີ່ແຫ່ງນີ້. ທັ້ງນີ້, ຄາດວ່າປີທຳອິດ 2021 ນີ້ ສປປລາວເຮົາຈະຕ້ອງສັກໃຫ້ໄດ້ປະມານ 1,5 ລ້ານຄົນ ກວມເອົາ 22% ຂອງປະຊາຊົນ ຄາດວ່າເດືອນມີນາ ວັກແຊັງກໍຈະເຂົ້າມາເຖິງລາວເຮົາ ແລະ ກໍຈະມີທະຍອຍເຂົ້າມາເລື້ອຍໆ ຮອດປີ 2023 ຈະໃຫ້ກວມໄດ້ 70%.

ທ່ານ ດຣ ພອນປະເສີດ ອຸນາພົມ ຫົົົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກ ກ່າວວ່າ: ການສັກວັກແຊັງປ້ອງກັນພະຍາດໂຄວິດ-19ໃຫ້ແພດໝໍທີ່ມີຄວາມສ່ຽງໃນມື້ນີ້ຈັດເປັນ 2ຈຸດ ຄື: ໂຮງໝໍມິດຕະພາບ 150 ຕຽງ ແລະ ໂຮງໝໍໄຊເສດຖາທິລາດ.

ນອກຈາກແພດໝໍພາຍໃນ 2 ໂຮງໝໍນີ້ແລ້ວ ຍັງມີແພດໝໍຈາກໂຮງໝໍແມ່ ແລະເດັກ, ໂຮງໝໍ103, ໂຮງໝໍມະໂຫສົດ, ສູນສະໜອງຢາ ແລະອຸປະກອນການແພດ ແລະໂຮງໝໍ 5 ເມສາເຂົ້າຮ່ວມສັກຈຳນວນທັງໝົດ 600 ຄົນ.