ໂລກ້າຄິວ ເລີ່ມໃຫ້ບໍລິການແທັກຊີ ລາຄາຖືກເລີ່ມຕົ້ນ 5 ພັນກີບຕໍ່ກິໂລແມັດ

108

ບໍລິສັດ ໂລກ້າ ຈໍາກັດ ຜູ້ໃຫ້ບໍລິການແທັກຊີອອນລາຍ 24 ຊົ່ວໂມງ ນໍາສະເໜີບໍລິການໃໝ່ ໂລກ້າຄິວ ( LOCA QUTE ) ບໍລິການແທັກຊີລາຄາຖືກເລີ່ມຕົ້ນ 7 ພັນກີບຕໍ່ກິໂລແມັດ, ຫຼັງຈາກນັ້ນໄລ່ເປັນ 5 ພັນກີບຕໍ່ກິໂລແມັດ ຕັ້ງເປົ້າໃຫ້ບໍລິການ 300 ຄັນໃນທ້າຍປີນີ້.

ພິທີເປີດໃຫ້ບໍລິການໂລກ້າຄິວ ມີຂຶ້ນທີ່ຫ້ອງຂາຍບໍລິສັດ ພຣາຍໂອໂຕລາວ ( BAJAJ ) ບ້ານຕານມີໄຊ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຂອງ ທ່ານ ສຸລິໂຍ ວົງດາລາ ອໍານວຍການ ບໍລິສັດ ໂລກ້າ ພ້ອມດ້ວຍຄູ່ຮ່ວມທຸລະກິດ ແລະ ສື່ມວນຊົນເຂົ້າຮ່ວມ.

ທ່ານ ສຸລິໂຍ ວົງດາລາ ກ່າວວ່າ: ໂລກ້າຄິວ ບໍລິການໃໝ່ ນໍາໃຊ້ລົດຂະໜາດນ້ອຍຍີ່ຫໍ້ບາຈາ ( BAJAJ ) ເພື່ອຢາກໃຫ້ຄົນລາວມີບໍລິການຂົນສົ່ງໂດຍສານທີ່ໄດ້ມາດຕະຖານທຽບເທົ່າສາກົນ ໃນລາຄາທີ່ຄົນລາວສາມາດຈ່າຍ ໄດ້. ພ້ອມນັ້ນ, ຍັງເນັ້ນເລື່ອງ ຄວາມປອດໄພເປັນຫຼັກ ໂດຍມີມູນຄ່າປະກັນໄພສູງເຖິງ 500 ລ້ານກີບ ຈາກບໍລິສັດ ພົງສະຫວັນ ປະກັນໄພ ( ເອພີເອ ).

ในภาพอาจจะมี 1 คน, กำลังยืน

ໂລກ້າຄິວແມ່ນບໍລິການໃໝ່ທີ່ນໍາໃຊ້ລົດຂະໜາດນ້ອຍ ນໍາເຂົ້າຈາກປະເທດອິນເດຍ ເປັນທາງເລືອກໃໝ່ສໍາລັບລູກຄ້າທີ່ຕ້ອງການເດີນທາງໄລຍະສັ້ນ ແລະ ໃນຊົ່ວໂມງຮີບດ່ວນເນື່ອງຈາກລົດທີ່ມີຂະໜາດນ້ອຍກວ່າລົດທົ່ວໄປ ຈຶ່ງສາມາດເດີນທາງໃນຕົວເມືອງໄດ້ຄ່ອງແຄ້ວກວ່າ ແລະ ມີຄ່າບໍລິການທີ່ປະຢັດກວ່າ ເຊິ່ງມີລາຄາເລີ່ມຕົ້ນ 7 ພັນກີບຕໍ່ກິໂລແມັດ, ຫຼັງຈາກນັ້ນກໍຄິດໄລ່ເປັນ 5 ພັນກີບຕໍ່ກິໂລແມັດ ໂດຍຈະໃຊ້ລະບົບ ຈີພີເອັສ ໃນການຈັບໄລຍະທາງ ຖ້າຜູ້ຂັບພາອ້ອມໄປໃນໄລຍະທາງທີ່ໄກກວ່າທາງເຮົາກໍສາມາດກວດກາຄືນໄດ້ ໂດຍມີພື້ນທີ່ຄວບຄຸມໃນໃຈກາງນະຄອນຫຼວງວຽງຈັນ ເຊິ່ງໃນອີກ 3 ເດືອນຕໍ່ໜ້າຈະໃຫ້ຄວບຄຸມໃນ 9 ຕົວເມືອງນະຄອນຫຼວງວຽງຈັນ.

ไม่มีคำอธิบายรูปภาพ

ສໍາລັບບໍລິການເລີ່ມຕົ້ນຈະໃຫ້ບໍລິການ 10 ຄັນ, ຫຼັງຈາກນັ້ນທຸກໆເດືອນຈະເພີ່ມເດືອນລະ 10 ຄັນ ຄາດວ່າຈະເປັນລົດບາຈາ 300 ຄັນ ຮອດທ້າຍປີ 2021 ແລະ ຖ້າເມື່ອເປີດປະເທດ ຫຼື ໂຄວິດ – 19 ຜ່ອນຄາຍລົງຈະເຫັນລົດບາຈາແລ່ນໃຫ້ບໍລິການເຖິງ 500 – 1.000 ຄັນ ໂດຍສະເພາະເມື່ອເປີດບໍລິການລົດໄຟລາວ – ຈີນ.

ໂລກ້າຄິວ ຈະເລີ່ມໃຫ້ບໍລິການໃນນະຄອນຫຼວງວຽງຈັນ ນັບແຕ່ວັນທີ 27 ມັງກອນ 2021 ເປັນຕົ້ນໄປ.