ບໍລິສັດ ປີໂຕລ້ຽມເທຣດດິ້ງລາວ ມະຫາຊົນ ສະໜັບສະໜູນຈັດງານວາງສະແດງຜະລິດຕະພັນລາວ

179

ບໍລິສັດ ປີໂຕລ້ຽມເທຣດດິ້ງລາວ ມະຫາຊົນ ໄດ້ລົງນາມບັນທຶກຄວາມເຂົ້າໃຈ ( MOU ) ກັບສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ( ສຄອຊ ) ເພື່ອເປັນຄູ່ຮ່ວມສະໜັບສະໜູນງານວາງສະແດງຜະລິດຕະພັນລາວ ( Made in Laos ) ໃນໄລຍະ 3 ປີ ມູນຄ່າ 200 ລ້ານກີບຕໍ່ປີ ເພື່ອເປັນການສົ່ງເສີມຜະລິດຕະພັນລາວທົ່ວປະເທດແລະ ຍົກລະດັບຄຸນນະພາບຂອງຜະລິດຕະພັນລາວໃຫ້ມີຄຸນນະພາບທຽບເທົ່າລະດັບສາກົນ.

ພິທີເຊັນສັນຍາມີຂຶ້ນວັນທີ 26 ມັງກອນ 2021 ທີ່ ສຄອຊ ເຂົ້າຮ່ວມຂອງ ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ສຄອຊ, ທ່ານ ມາກ ລູວັນ ຜູ້ຈັດການທົ່ວໄປ ບໍລິສັດ ປີໂຕລ້ຽມເທຣດດິ້ງລາວ ມະຫາຊົນ ພ້ອມດ້ວຍຕາງໜ້າຈາກຄະນະບໍລິຫານງານ ສຄອຊ, ກຸ່ມ, ສະມາຄົມ, ຫົວໜ່ວຍທຸລະກິດ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

ในภาพอาจจะมี 16 คน, ผู้คนกำลังยืน

ບໍລິສັດ ປີໂຕລ້ຽມເທຣດດິ້ງລາວ ມະຫາຊົນ ຈະເປັນຄູ່ຮ່ວມຍຸດທະສາດສະໜັບສະໜູນງານວາງສະແດງຜະລິດຕະພັນລາວ ( Made in Laos ) ໃນໄລຍະເວລາ 3 ປີ ເລີ່ມແຕ່ປີ 2020 – 2022 ໂດຍຈະໃຫ້ການສະໜັບສະໜູນເປັນມູນຄ່າ 200 ລ້ານກີບຕໍ່ປີ, ຈຸດປະສົງການຕົກລົງຮ່ວມມືເປັນຄູ່ຮ່ວມຍຸດທະສາດສະໜັບສະໜູນງານວາງສະແດງຜະລິດຕະພັນລາວ ກໍເພື່ອເປັນການຊຸກຍູ້ຜູ້ປະກອບການຫົວໜ່ວຍທຸລະກິດທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄ ວິດ – 19. ພ້ອມດຽວກັນນັ້ນ, ກໍເປັນການສົ່ງເສີມຜະລິດຕະພັນລາວທົ່ວປະເທດ ແລະ ຍົກລະດັບຄຸນນະພາບຜະລິດຕະພັນລາວໃຫ້ມີຄຸນນະພາບທຽບເທົ່າລະດັບສາກົນ ໂດຍສະເພາະແມ່ນຜະລິດຕະພັນທ້ອງຖິ່ນໃຫ້ກາຍເປັນສິນຄ້າທີ່ໄດ້ມາດຕະຖານສາມາດເປັນທີ່ຍອມຮັບທັງພາຍໃນ ແລະ ຕ່າງປະເທດ ການຊຸກຍູ້ສົ່ງເສີມເຊິ່ງກັນ ແລະ ກັນ ການມີສ່ວນຮ່ວມໃນການສ້າງສາພັດທະນາເສດຖະກິດຂອງຊາດ.

ในภาพอาจจะมี อาหาร

ທ່ານ ນາງ ຈັນທະຈອນ ວົງໄຊ ກ່າວວ່າ: ກ່ອນອື່ນໝົດຂ້າພະເຈົ້າຂໍຂອບໃຈ ບໍລິສັດ ປີໂຕລ້ຽມເທຣດດິ້ງ ມະຫາຊົນ ທີ່ມີສາຍພົວພັນອັນດີງາມທີ່ໄດ້ສົ່ງເສີມ ສຄອຊ ຕະຫຼອດມາ, ໃນການເຊັນບົດບັນທຶກຄວາມເຂົ້າໃຈນີ້ທາງ ບໍລິສັດ ປີໂຕລ້ຽມເທຣດດິ້ງລາວ ມະຫາຊົນ ຈະສະໜັບສະໜູນງານຜະລິດຕະພັນລາວ ຫຼື Made in Laos ເປັນໄລຍະ 3 ປີ ( 2020 – 2022 ) ເປັນມູນຄ່າ 200 ລ້ານກີບຕໍ່ປີ ເພື່ອເປັນການຊຸກຍູ້ສົ່ງເສີມບັນດາສະພາການຄ້າທັງ 18 ແຂວງ ໃຫ້ໄດ້ມາວາງສະແດງສິນຄ້າຕ່າງໆໃນງານ Made in Laos.