ໜຶ່ງໃນເພດຍິງຜູ້ທໍລະຫົດ “ ລົ້ມແລ້ວລຸກ” ເຜີຍຮອຍຍິ້ມທີ່ໃບໜ້າຊ່ອນບັນຫາໄວ້ຂ້າງໃນ

332

ຫຼາຍໆຄົນຄົງເຄີຍເຫັນບຸກຄົນໃນຮູບນີ້ມາກ່ອນ ຫຼື ອາດຮູ້ຈັກກໍເປັນໄດ້ ແຕ່ຄົງມີໜ້ອຍຄົນທີ່ຈະຮູ້ວ່າເພິ່ນເຮັດຫຍັງ? ຢູ່ໃສ? ເຄີຍປະເຊີນບັນຫາແນວໃດແດ່ໃນຊີວິດ ເພາະເທົ່າທີ່ເຫັນໃນເຟສບຸ໊ກ “ ສາວນ້ອຍ ອະສັງຫາ ” ກໍຈະເຫັນແຕ່ຄວາມຍິ້ມແຍ້ມແຈ່ມໃສ ແລະ ກ່າວເຖິງທຸລະກິດເປັນສ່ວນຫຼາຍ.

ມື້ນີ້ຄໍລໍາອາຊີບ – ວຽກງານ ໜັງສືພິມເສດຖະກິດ – ການຄ້າ ຂໍນໍາສະເໜີກ່ຽວກັບຍິງຄົນນີ້ ໃນສ່ວນໃດໜຶ່ງທີ່ຈະເປັນປະໂຫຍດຕໍ່ທ່ານຜູ້ອ່ານ ບອກໄດ້ເລີຍວ່າ: “ ເປັນອີກໜຶ່ງເພດຍິງທີ່ສູ້ຊົນ ຫຼາຍໆຄົນຄົງຄາດບໍ່ເຖິງ ”.

ທ່ານ ນາງ ພານິວັນ ລັດຕະນະໂກສົນ ປັດຈຸບັນຢູ່ນະຄອນຫຼວງວຽງຈັນ ເປັນປະທານ ບໍລິສັດ ຊັບມະຫາໄຊ ອະສັງຫາລິມະຊັບ ( Zup mahaxay Real Estate ) ເຊິ່ງກ່ອນໜ້ານີ້ໄດ້ເຮັດວຽກສັງກັດລັດ ແຕ່ດ້ວຍຄວາມມັກ ແລະ ມຸ່ງໝັ້ນດ້ານການຄ້າຂາຍ ຈຶ່ງຕັດສິນໃຈເດີນໜ້າສາຍທຸລະກິດແບບເຕັມຕົວ ເມື່ອບໍ່ດົນນີ້ເອງ ແລະ ຫັນສູ່ການເຮັດທຸລະກິດອະສັງຫາຈົນເຖິງປັດຈຸບັນ.

ในภาพอาจจะมี หนึ่งคนขึ้นไป และผู้คนกำลังยืน

ໃຜເຄີຍເຫັນທາງໂລກອອນລາຍເຟສບຸ໊ກ “ ສາວນ້ອຍ ອະສັງຫາ ” ກໍຈະເຫັນໄດ້ວ່າເປັນບຸກຄົນທີ່ໜ້າຮັກ, ອາລົມແຈ່ມໃສ ແຕ່ດັ່ງທີ່ນັກປາດອາຈານສອນວ່າ ຖະໜົນຊີວິດຄົນເຮົາບໍ່ອາດໂຮຍດ້ວຍດອກໄມ້ທີ່ຫອມຫວນ ແລະ ງົດງາມສະເໝີໄປ ເຊັ່ນດຽວກັບຍິງຄົນນີ້ເມື່ອຖາມເຖິງບັນຫາສ່ວນຕົວ ທ່ານກໍເຜີຍວ່າ: ປະເຊີນກັບບັນຫາຫຼາຍໆຢ່າງທີ່ຫຼາຍຄົນອາດບໍ່ເຊື່ອ ໂດຍສະເພາະໃນໄລຍະເລີ່ມຕົ້ນທຸລະກິດໃໝ່ໆ ເມື່ອ 2 – 3 ປີຜ່ານມານີ້ ເກືອບຈະສູນເສຍທຸກຢ່າງໃນຊີວິດ ຍ້ອນໜີ້ຄຸມເຄືອນັບຕື້ ເຖິງຂັ້ນປົດວັດຖຸປະຈໍາຕົວ, ເອົາຊັບສິນດິນ ເຮືອນ ລົດ ໄປຈໍານໍາ ພາສາຊາວບ້ານເອີ້ນວ່າ: “ ໝົດຕົວ ” ແລະ ເກືອບຈະເປັນບ້າມາແລ້ວ ເພາະຄວາມທຸກໃຈ. ແຕ່ດ້ວຍພື້ນຖານທີ່ຕົນເອງເຄີຍຄ້າຂາຍ, ຄິດເຫັນບຸກຄົນສໍາຄັນໃນຊີວິດ ຈຶ່ງກັບມາຮຶດສູ້ແບບສຸດຊີວິດ ພ້ອມສາມາດປະຄອງຊີວິດໃຫ້ມີສີສັນອີກຄັ້ງດັ່ງທີ່ທຸກຄົນໄດ້ເຫັນ.

ไม่มีคำอธิบายรูปภาพ

ແນວໃດກໍຕາມ, ເມື່ອບໍ່ດົນມານີ້ຍິງຄົນນີ້ ໄດ້ເຮັດຄລິບໜຶ່ງອອກມາ ແລະ ເຜີຍທາງສັງຄົມອອນລາຍທີ່ຕ້ອງການສື່ໃຫ້ສັງຄົມເຂົ້າໃຈວ່າ: “ ໃຜທີ່ກໍາລັງປະເຊີນກັບບັນຫາກໍຈົ່ງຢ່າທໍ້ຖອຍ ” ພ້ອມບອກເລົ່າເຖິງເຫດການຂອງຕົນເອງໃຫ້ຫຼາຍຄົນຮູ້ ໂດຍສະເພາະບັນຫາລາຍວັນທີ່ຜ່ານເຂົ້າມາໃນຊີວິດເຖິງຂັ້ນເຄີຍຄິດສັ້ນຫຼາຍຄັ້ງ ເຊິ່ງອາລົມຮູ້ສຶກນັ້ນມັນຄົງຈະເກີດຂຶ້ນກັບບາງຄົນເຊັ່ນດຽວກັນ ແລະ ມີແນະນໍາທາງອອກວ່າ ຈົ່ງນຶກເຖິງຄຸນຄ່າຂອງຊີວິດ, ຮູ້ຄຸນຄ່າຂອງເວລາ, ສໍານຶກຫາບຸກຄົນຜູ້ມີພະຄຸນ ແລະ ຄົນທີ່ເຮົາຮັກ ແລ້ວຈົ່ງຢູ່ ແລະ ສູ້ເພື່ອພວກເຂົາ… ຈົ່ງສູ້ໆ.

ในภาพอาจจะมี ข้อความ

ຈາກທີ່ເຄີຍສໍາພາດກ່ອນໜ້ານີ້ ສາມາດຮູ້ໄດ້ບາງບັນຫາກ່ຽວກັບນັກທຸລະກິດຍິງຄົນນີ້ມາແລ້ວ ແລະ ມາເຫັນການປຸກພະລັງໃຫ້ຄົນອື່ນ ເມື່ອບໍ່ດົນຜ່ານມາສາມາດເວົ້າໄດ້ວ່າ: ນັກທຸລະກິດຍິງຄົນນີ້ສາມາດ “ ເຜີຍຮອຍຍິ້ມໄວ້ທີ່ໃບໜ້າ ແລະ ຊ່ອນບັນຫາໄວ້ຂ້າງໃນ ” ໄດ້ເປັນຢ່າງດີ ເຊິ່ງກໍສະທ້ອນເຖິງບັນຫາສັງຄົມທີ່ວ່າການປະກອບອາຊີບຂອງຄົນເຮົານັ້ນຫຼາຍຄົນ ຫຼາຍສາຂາອາຊີບແຕກຕ່າງກັນ, ປະກອບກັບທ່າແຮງ ແລະ ພື້ນຖານຂອງແຕ່ລະຄົມກໍບໍ່ຄືກັນ ແນ່ນອນທີ່ສຸດຄົນທີ່ປະສົບຜົນສໍາເລັດໄດ້ ຫຼື ສາມາດຢືນຢັດໝັ້ນທ່ຽງໄປສູ່ເປົ້າໝາຍຂອງຕົນຢ່າງແນ່ວແນ່ ຄືຄົນທີ່ເຂັ້ມແຂງທີ່ສຸດ ເພາະບົນຖະໜົນຊີວິດຍ່ອມປະເຊີນກັບຫຼາຍໆເຫດການທີ່ຜ່ານເຂົ້າຫາ ວ່າແຕ່ໃຜຈະບືນສູ້ໄດ້ຢ່າງໃດ.

ສໍາລັບທຸລະກິດຂອງນັກທຸລະກິດຄົນນີ້ໃນປັດຈຸບັນ ກໍຄືບໍລິສັດ ຊັບມະຫາໄຊ ອະສັງຫາລິມະຊັບ ແມ່ນກໍາລັງເບັ່ງບານກັບໂຄງການຕ່າງໆ, ພ້ອມມີແຜນຈະຂະຫາຍສູ່ຕ່າງແຂວງ ແລະ ເຮັດຫຼາຍໆຢ່າງໃນອະນາຄົດທີ່ລໍຖ້າໃຫ້ຕິດຕາມນໍາກັນຕໍ່ໄປ.