ບານເຕະຊາຍ ທົ່ວມະຫາວິທະຍາໄລແຫ່ງຊາດ ສົກ2020-2021 ແບ່ງສາຍແລ້ວ

156

ການແຂ່ງຂັນກິລານັກສຶກສາ ທົ່ວມະຫາວິທະຍາ ໄລແຫ່ງຊາດ(ມຊ) ຄັ້ງທີ XII ປະຈຳສົກສຶກສາ 2020 – 2021 ກຽມເປີດສາກຂຶ້ນຢ່າງເປັນທາງການໃນວັນທີ 8 ກຸມພາ 2021 ໂດຍມີການຊີງໄຊ 4 ປະເພດກີລາ. ສະເພາະການແຂ່ງຂັນບານເຕະຊາຍຂອງ ໄດ້ແບ່ງສາຍອອກມາເປັນທີ່ຮຽບຮ້ອຍແລ້ວ

ກອງປະຊຸມປຶກສາຫາຫລືກ່ຽວກັບການແຂ່ງຂັນກິລາໃນໄລຍະຜ່ານມາ ແລະ ກະກຽມການແຂ່ງຂັນກິລານັກສຶກສາ ທົ່ວມະຫາວິທະຍາ ໄລແຫ່ງຊາດ ຄັ້ງທີ XII ປະຈຳສົກສຶກສາ 2020 – 2021 ຈັດຂຶ້ນໃນອາທິດທີ່ຜ່ານມາ ທີ່ຫ້ອງປະຊຸມພະແນກກິລາ – ກາຍະກຳ ສະໜາມກີລາກາງ ມຊ ໂດຍການເປັນປະທານຂອງທ່ານ ເປິ້ນ ອິນທະໜໍ່ ຮອງຫົວໜ້າຫ້ອງການຄຸ້ມຄອງນັກສຶກສາ ມຊ, ທ່ານ ສະຫວັນ ເງິນງາມ ຫົວໜ້າພະແນກກິລາ – ກາຍະກຳ ; ມີອາຈານຕາງໜ້າຈາກ 13 ຄະນະວິຊາ ເຂົ້າຮ່ວມທັງໝົດ 19 ທ່ານ.

ພາຍໃນກອງປະຊຸມໄດ້ຕົກລົງເຫັນດີກຳນົດເອົາ 4 ປະເພດກິລາແຂ່ງຂັນໃນປີນີ້ເຊັ່ນ: ບານເຕະຊາຍ – ຍິງ, ບານສົ່ງຊາຍ – ຍິງ, ກະຕໍ້ຊາຍ – ຍິງ ແລະ ເປຕັງ.
ໃນທ້າຍກອງປະຊຸມໄດ້ມີການຈັກສະຫຼາກແບ່ງສາຍແຂ່ງຂັນບານເຕະຊາຍ ( ສ່ວນລາຍການອື່ນໆແມ່ນຍັງບໍ່ທັນໄດ້ຈັບສະຫຼາກແບ່ງສາຍ ) ມີດັ່ງລຸ່ມນີ້:

ສາຍ ກໍ
1.ຄະນະສະຖາປັດຕະຍະກຳສາດ ( ຄສປ )
2. ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ( ຄສບ )
3. ຄະນະວິທະຍາສາດສັງຄົມ ( ຄສຄ )
4. ຄະນະສຶກສາສາດ ( ຄສສ )

ສາຍ ຂໍ
1. ຄະນະນິຕິສາດ ແລະ ລັດຖະສາດ ( ຄນລ)
2. ຄະນະວິທະຍາສາດທຳມະຊາດ ( ຄວທ )
3. ຄະນະວິສະວະກຳສາດ ( ຄວສ )

ສາຍ ຄໍ
1. ຄະນະວິທະຍາສາດປ່າໄມ້ ( ຄປມ )
2. ຄະນະອັກສອນສາດ ( ຄອສ )
3. ຄະນະວິທະຍາສາດການກິລາ – ກາຍະກຳ ( ຄວກ )

ສາຍ ງໍ
1. ຄະນະວິທະຍາສາດສິ່ງແວດລ້ອມ ( ຄສວ )
2. ຄະນະກະເສດສາດ ( ຄກສ )
3. ຄະນະຊັບພະຍາກອນນໍ້າ ( ຄຊນ ).

ຂໍ້ມູນ-ຮູບຈາກ: ງານແຂ່ງຂັນກີລານັກສຶກສາທົ່ວມະຫາວິທະຍາໄລແຫ່ງຊາດ