5 ປີ ກອງຄຸ້ມຄອງພາສີ III ຈັດເກັບລາຍຮັບໄດ້ເພີ່ມຂຶ້ນບັນລຸ 3 ພັນຕື້ກວ່າກີບ

100

ໃນໄລຍະ 5 ປີຜ່ານມາ ( 2016 – 2020 ) ກອງຄຸ້ມຄອງພາສີ III ສາມາດຈັດເກັບລາຍຮັບເພີ່ມຂຶ້ນໃນແຕ່ລະປີ ຈາກລະດັບ 463 ຕື້ກີບ ໃນສົກປີ ( 2015 – 2016 ) ບວກ 3 ເດືອນຂ້າມຜ່ານ ເປັນ 869 ຕື້ກວ່າກີບ ໃນປີ 2020.

ທ່ານ ຫຸມພັນ ແສງພະຈັນ ຫົວໜ້າກອງຄຸ້ມຄອງພາສີ III ແຂວງໄຊຍະບູລີ ໄດ້ລາຍງານຕໍ່ກອງປະຊຸມ ປະຈໍາປີ 2020 ຂອງຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ທີ່ຫາກໍສໍາເລັດລົງບໍ່ດົນມານີ້ວ່າ: ແຂວງໄຊຍະບູລີ ມີດ່ານສາກົນ ຈໍານວນ 4 ດ່ານ  ຄື: ດ່ານພາສີສາກົນນໍ້າເຫືອງ, ດ່ານພາສີສາກົນພູດູ່, ດ່ານພາສີສາກົນນໍ້າເງິນ  ແລະ ດ່ານພາສີສາກົນປາງມອນ. ດ່ານປະເພນີມີ 3 ດ່ານ ຄື: ດ່ານພາສີນາຂ່າ, ດ່ານພາສີເມືອງທົ່ງມີໄຊ ແລະ ດ່ານພາສີຫ້ວຍຕອງ.

ບັນດາດ່ານເຫຼົ່ານັ້ນແມ່ນການຊີ້ນໍາໆພາຈາກກອງຄຸ້ມຄອງພາສີ III ໃນແຕ່ລະປີສາມາດສ້າງລາຍຮັບເພີ່ມຂຶ້ນ ສະແດງອອກແຜນຈັດເກັບສົກງົບປະມານ ( 2015 – 2016 ) ແມ່ນ439 ຕື້ກວ່າກີບ ບວກໃສ່ແຜນຈັດເກັບ 3 ເດືອນຂ້າມຜ່ານ 64 ຕື້ກວ່າກີບ ເທົ່າກັບ 504 ຕື້ກວ່າກີບ ຈັດຕັ້ງປະຕິບັດໄດ້ຕາມສົກງົບປະມານ ( 2015 – 2016 ) 338 ຕື້ກວ່າກີບບວກໃສ່ປະຕິບັດໄດ້ 3 ເດືອນຂ້າມຜ່ານ 124 ຕື້ກວ່າກີບ ເທົ່າກັບ 463 ຕື້ກວ່າກີບ ເທົ່າກັບ 91,83%.

ແຜນຈັດເກັບງົບປະມານ ປີ 2017 ຈຳນວນ 469 ຕື້ກວ່າກີບ ຫຼຸດລົງຈາກແຜນປີຜ່ານມາ 34 ຕື້ກວ່າກີບ ເທົ່າກັບ 6,83%, ຈັດຕັ້ງປະຕິບັດໄດ້ 544 ຕື້ກວ່າກີບ ເທົ່າກັບ 116,01% ຂອງແຜນການປີ, ທຽບໃສ່ການປະຕິບັດໄດ້ປີຜ່ານມາ ເພີ່ມຂຶ້ນ 127 ຕື້ກວ່າກີບ ເທົ່າກັບ 27,56%.

ແຜນຈັດເກັບງົບປະມານ ປີ 2018 ຈຳນວນ 589 ຕື້ກວ່າກີບ ເພີ່ມຂຶ້ນຈາກປີຜ່ານມາ 119 ຕື້ກວ່າກີບ ເທົ່າກັບ 25,40% ຈັດຕັ້ງປະຕິບັດໄດ້ 614 ຕື້ກວ່າກີບ ເທົ່າກັບ 104,30% ຂອງແຜນການປີ, ທຽບໃສ່ການປະຕິບັດໄດ້ປີຜ່ານມາ ເພີ່ມຂຶ້ນ 69 ຕື້ກວ່າກີບ ເທົ່າກັບ 12,74%.

ไม่มีคำอธิบายรูปภาพ

ແຜນຈັດເກັບງົບປະມານ ປີ 2019 ຈຳນວນ 707 ຕື້ກີບ ເພີ່ມຂຶ້ນຈາກປີຜ່ານມາ 120 ຕື້ກວ່າກີບ ເທົ່າກັບ 20,05% ຈັດຕັ້ງປະຕິບັດໄດ້ 697 ຕື້ກວ່າກີບ ເທົ່າກັບ 98,86% ຂອງແຜນການປີ, ທຽບໃສ່ການປະຕິບັດໄດ້ປີຜ່ານມາ ເພີ່ມຂຶ້ນ 75 ຕື້ກວ່າກີບ ເທົ່າກັບ 11,93%.

ແຜນຈັດເກັບງົບປະມານ ປີ 2020 ໃນເບື້ອງຕົ້ນ 791 ຕື້ກີບ ເພີ່ມຂຶ້ນຈາກປີຜ່ານມາ 84 ຕື້ກີບ ເທົ່າກັບ 11,88%, ແຜນຈັດເກັບງົບປະມານ 2020 ແຜນດັດແກ້ 934 ຕື້ກວ່າກີບ ເພີ່ມຂຶ້ນຈາກແຜນເບື້ອງຕົ້ນ 143 ຕື້ກວ່າກີບ ເທົ່າກັບ 18,13%, ຈັດຕັ້ງປະຕິບັດໄດ້ 869 ຕື້ກວ່າກີບ ເທົ່າກັບ 109,91% ຂອງແຜນການປີ ເທົ່າກັບ 93,04% ຂອງແຜນດັດແກ້, ທຽບໃສ່ການປະຕິບັດໄດ້ປີຜ່ານມາ ເພີ່ມຂຶ້ນ 171 ຕື້ກວ່າກີບ ເທົ່າກັບ 30,17%.

ທ່ານຍັງໄດ້ກ່າວຕື່ມວ່າ: ສະເພາະປີ 2020 ກອງຄຸ້ມຄອງພາສີ III ສາມາດເກັບລາຍຮັບຈາກໝວດສິນຄ້າຕ່າງໆທີ່  ເຂົ້າ – ອອກດ່ານໄດ້ທັງໝົດ 869 ຕື້ກວ່າກີບ ເທົ່າກັບ 109,91%. ໃນນີ້, ຮັບຄ່າຊັກພິເສດ – ຂາອອກປະຕິບັດໄດ້ 1 ຕື້ກວ່າກີບ, ນໍາເຂົ້າເພື່ອສົ່ງອອກເຄື່ອງ 879 ລ້ານກວ່າກີບ, ນໍ້າມັນເຊື້ອໄຟ 436 ຕື້ ກວ່າກີບ, ນໍ້າມັນເຄື່ອງ 113 ລ້ານກວ່າກີບ, ພາຫະນະເສຍພາສີ 10 ຕື້ກວ່າກີບ, ເຄື່ອງອາໄຫຼ່ 3 ຕື້ກວ່າກີບ, ເຄື່ອງກໍ່ສ້າງ 11 ຕື້ກວ່າກີບ, ເຄື່ອງໄຟຟ້າ 1 ຕື້ກວ່າກີບ, ເຄື່ອງອຸປະໂພກ – ບໍລິໂພກ 20 ຕື້ກວ່າກີບ, ຄ່າທໍານຽມຄັງແຮ 377 ຕື້ກວ່າກີບ, ຄ່າທໍານຽມພາຫະນະ – ຄົນ 4 ຕື້ກວ່າກີບ ແລະ ຄ່າປັບໃໝ 1 ຕື້ກວ່າກີບ.