ປະມວນພາບພິທີເປີດແຂ່ງຂັນດອກປີກໄກ່ທົ່ວປະເທດ ປະເພດທີມ ຊີງຂັນທ່ານນາຍົກລັດຖະມົນຕີ 2020

183

ພິທີເປີດການແຂ່ງຂັນກີລາດອກປີກໄກ່ທົ່ວປະເທດ ປະເພດທີມ ຊີງຂັນທ່ານນາຍົກລັດຖະມົນຕີ 2020 ເປີດສາກຂຶ້ນຢ່າງເປັນທາງການ ໃນວັນທີ 4 ພະຈິກ 2020 ທີ່ເດີ່ນດອກປີກໄກ່ໃນຮົ່ມ ເສດຖາ ( ບ້ານບຶງຂະຫຍອງ ) ໃຫ້ກຽດກ່າວເປີດພິທີໂດຍ ທ່ານ ປອ ບຸນເຫຼືອ ສິນໄຊວໍລະວົງ ປະທານສະຫະພັນກີລາດອກປີກໄກ່ແຫ່ງຊາດລາວ ໂດຍມີຄະນະນໍາ, ຕາງໜ້າຈາກຜູ້ສະໜັບສະໜູນ, ຄູຝຶກນັກກີລາ ແລະ ສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ ທ່ານ ປອ ບຸນເຫຼືອ ສິນໄຊວໍລະວົງ ປະທານສະຫະພັນດອກປີກໄກ່ແຫ່ງຊາດລາວ ກ່າວວ່າ: ການແຂ່ງຂັນໃນຄັ້ງນີ້ ຖືເປັນໃບໜ້າປະຫວັດສາດຂອງວົງການກີລາດອກປີກໄກ່ບ້ານເຮົາ ເພາະໄດ້ຮັບກຽດເປັນຢ່າງສູງຈາກ ທ່ານ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ອະນຸຍາດໃຫ້ນຳໃຊ້ ນາມມະຍົດ “ ຊີງຂັນທ່ານນາຍົກລັດຖະມົນຕີ ” ເປັນຄັ້ງທໍາອິດ ເພື່ອສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 45 ປີ, ສ້າງຂະບວນ, ເປັນເວທີໃຫ້ນັກກີລາໄດ້ມີໂອກາດໃນການທົດສອບສີມືຂອງຕົນເອງ ແລະ ເລືອກເຟັ້ນໄດ້ນັກກີລາດີເດັ່ນ ປະກອບເຂົ້າເປັນນັກກີລາທີມຊາດໃນແຕ່ລະຮຸ່ນອາຍຸ ລວມເຖິງເປັນການສ້າງເງື່ອນໄຂກັບແຕລະແຂວງ ໄດ້ມີການກະກຽມນັກກີລາທົ່ວປະເທດ ເພື່ອກຽມເຂົ້າຮ່ວມການແຂ່ງຂັນກີລາແຫ່ງຊາດຄັ້ງທີ 11 ທີ່ແຂວງຊຽງຂວາງ ໃນປີໜ້າອີກດ້ວຍ.

ສໍາລັບ ການແຂ່ງຂັນຄັ້ງນີ້ຈະໃຊ້ 5 ເດີ່ນທີ່ເດີ່ນໃນຮົມ ເສດຖາ ບ້ານບຶງຂະຫຍອງ ໂດຍຈະເລີ່ມແຂ່ງເວລາ 9 ໂມງເຊົ້າ ຈົນຮອດ 22 ໂມງໃນລະຫວ່າງວັນທີ 3-6 ທັນວາ 2020, ສ່ວນທີມໜຶ່ງສາມາດມີນັກກີລາ 6 ຄົນ ( ທີມຊາດສົ່ງໄດ້ 2 ຄົນ ) ແລະ ຄູຝຶກ 1 ຄົນ ໂດຍມີການຊີງໄຊທັງໝົດ 6 ລາຍການ ເປັນຮູບແບບທີມຄື: ທີມຊາຍທົ່ວໄປ 18 ທີມ, ທີມຍິງທົ່ວໄປ 8 ທີມ, ທີມປະສົມທົ່ວໄປ 9 ທີມ, ທີມເຍົາວະຊົນຊາຍ 13 ທີມ, ທີມເຍົາວະຊົນປະສົມ 5 ທີມ ແລະ ທີມອາວຸໂສຊາຍ 6 ທີມ.

ສໍາລັບ ເງິນລາງວັນໃນການແຂ່ງຂັນໃນຄັ້ງນີ້ ລວມມູນຄ່າເປັນເງິນ 150 ລ້ານກີບ ລວມມູນຄ່າໃຊ້ຈ່າຍໃນການຈັດການແຂ່ງຂັນຄັ້ງນີ້ 300 ລ້ານກວ່າກີບ ໂດຍສະເພາະ ຊະນະເລີດປະເພດທີມຊາຍ ແລະ ທີມປະສົມ ແມ່ນຈະໄດ້ຮັບເຖິງ 12 ລ້ານກີບ, ຫຼຽນລາງວັນ ແລະ ຂັນລາງວັນ, ອັນດັບ 2 ໄດ້ 8 ລ້ານກີບ ແລະ ອັດນັບ 3 ໄດ້ 5 ລ້ານກີບ, ສ່ວນປະເພດທີມຍິງ, ທີມເຍົາວະຊົນຊາຍ ແລະ ທີມເຍົາວະຊົນປະສົມ ຊະນະເລີດໄດ້ 8 ລ່ານກີບ ພ້ອມຫຼຽນລາງວັນ ແລະ ຂັນລາງວັນ. ຂະນະທີ່ ຊະນະເລີດທີມອາວຸໂສ ໄດ້ 5 ລ້ານກີບ. ນອກນັ້ນ, ນັກກີລາທີ່ສາມາດເຂົ້າຮອບ 8 ທີມສຸດທ້າຍຂຶ້ນໄປ ກໍຈະໄດ້ຮັບຄະແນນສະສົມເຊັ່ນກັນ.

ສໍາລັບ ພາກສ່ວນທີ່ໃຫ້ສະໜັບສະໜູນລາຍການນີ້ປະກອບມີ:
1.ບໍລິສັດ ການບິນລາວ ມອບໃຫ້ 50 ລ້ານກີບ
2.ບໍລິສັດ ພີເອັສແອລ ເຊີວິດ ຈຳກັດ (PSL) 30 ລ້ານກີບ
3.ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ 50 ລ້ານກີບ

  1. ບໍລິສັດ ລາວໂທລະຄົມ 30 ລ້ານກີບ
    5.ທະນາຄານ ບີໄອຊີ ລາວ ຈຳກັດ 50 ລ້ານ
    6.ກຸ່ມບໍລິສັດ ພົງຊັບທະວີ 50 ລ້ານກີບ
    7.ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ 50 ລ້ານ

8.ບໍລິສັດ ເບຍລາວ ຈຳກັດ 50 ລ້ານກີບ
9.ທະນາຄານ ລາວ-ຫວຽດ 15 ລ້ານກີບ
10.ຮ້ານອາຫານ ອາຊໍ້ຫູສະຫຼາມ 30 ລ້ານກີບ
11.ບັນດາຜູ້ອຸປະຖຳຮ່ວມ ອື່ນອີກຫຼາຍໆພາກສ່ວນ