ແຂວງບໍລິຄຳໄຊ ປັບປຸງຊັບຊ້ອນການນຳຫລາຍຕຳແໜ່ງງານ

187

ພິທີມອບ-ຮັບ ຮັກສາການຫົວໜ້າຫ້ອງວ່າການແຂວງ ແລະ ຮັກສາການຫົວໜ້າພະແນກຍຸຕິທຳແຂວງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 16 ພະຈິກ 2020 ທີ່ຫ້ອງວ່າການແຂວງບໍລິຄຳໄຊ, ໂດຍຊ້ອງໜ້າທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ມີຄະນະຫ້ອງວ່າການແຂວງ, ຄະນະພະແນກຍຸຕິທຳແຂວງ, ພ້ອມດ້ວຍພະນັກງານວິການ ເຂົ້າຮ່ວມເປັນສັກຂີພິຍານ.


ໃນພິທີໄດ້ຜ່ານຂໍ້ຕົກລົງຂອງຄະນະປະຈຳພັກແຂວງ ສະບັບເລກທີ 605/ຄປພ.ຂບຊ ລົງວັນທີ 11 ພະຈິກ 2020 ວ່າດ້ວຍການຍົກຍ້າຍ ສະຫາຍ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ ປະທານແນວລາວສ້າງແຂວງ ໄປຮັບໜ້າທີ່ໃໝ່ຢູ່ຫ້ອງວ່າການແຂວງ,ຂໍ້ຕົກລົງຂອງຄະນະປະຈຳພັກແຂວງ ສະ ບັບເລກທີ 611/ຄປພ.ຂບຊ ລົງວັນທີ 13 ພະຈິກ 2020 ວ່າດ້ວຍການແຕ່ງຕັ້ງ ສະຫາຍ ບຸນສົງ ເພັດຈະເລີນ ຄະນະປະຈຳພັກແຂວງ ເປັນຫົວໜ້າຄະນະຈັດຕັ້ງແຂວງ.

ຂໍ້ຕົກລົງຂອງທ່ານເຈົ້າບໍລິຄຳໄຊ ສະບັບເລກທີ 675/ຂບຊ ແລະ 676/ຂບຊ ລົງວັນທີ 11 ພະຈິກ 2020 ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ສົມໃຈ ຄຸນພະໄຊ ກໍາມະການພັກແຂວງ ຫົວໜ້າພະແນກຍຸຕິທໍາແຂວງ ໄປເປັນຮັກສາການຫົວໜ້າຫ້ອງວ່າການແຂວງ, ຂໍ້ຕົກລົງຂອງທ່ານເຈົ້າບໍລິຄຳໄຊ ສະບັບເລກທີ 673/ຂບຊ ລົງວັນທີ 11 ພະຈິກ 2020 ວ່າດ້ວຍການແຕ່ງຕັ້ງ ທ່ານ ພັນລອນ ແກ້ວວິເສດ ເປັນຮອງຫົວໜ້າຫ້ອງວ່າການແຂວງ.

ຂໍ້ຕົກລົງຂອງທ່ານເຈົ້າບໍລິຄຳໄຊ ສະບັບເລກທີ 674/ຂບຊ ແລະ 677/ຂບຊ ລົງວັນທີ 11 ພະຈິກ 2020 ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ປອ ນາງ ວິໄລ ພິລາວົງ ຮອງຫົວໜ້າຫ້ອງວ່າການແຂວງ ໄປເປັນຮັກສາການຫົວໜ້າພະແນກຍຸຕິທຳແຂວງ ແລະ ຂໍ້ຕົກລົງຂອງຄະນະປະຈຳພັກແຂວງ ສະບັບເລກທີ 606/ຄປພ.ຂບຊ ລົງວັນທີ 11 ພະຈິກ 2020 ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ສະ ຫາຍ ປອ ນາງ ວິໄລ ພິລາວົງ ເປັນເລຂາໜ່ວຍພັກ ພະແນກຍຸຕິທຳແຂວງ.

ທ້າຍພິທີ ຍັງໄດ້ຮັບຟັງການໂອ້ລົມຂອງທ່ານເຈົ້າແຂວງ ເຊິ່ງທ່ານໄດ້ຍົກວ່າ: ການປັບປຸງ, ຍົກ ຍ້າຍ, ແຕ່ງຕັ້ງໜ້າທີ່ຄວາມຮັບຜິດຊອບຂອງພະນັກງານລັດຖະກອນ ເປັນວຽກປົກກະຕິ ແລະ ເປັນຫຼັກ ການຂອງພັກ ເພື່ອເຮັດໃຫ້ລະບົບກົງຈັກການຈັດຕັ້ງພັກ-ລັດ ໃນລະບົບການເມືອງໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ ແລະ ໜັກແໜ້ນ. ທ່ານຍັງໄດ້ເນັ້ນໃຫ້ເອົາໃຈໃສ່ຫຼາຍບັນຫາເປັນຕົ້ນ ຕ້ອງກຳແໜ້ນສິດ, ໜ້າທີ່ ພາລະບົດບາດຂອງຕົນ ກໍ່ຄືກົມກອງວາງອອກ ຮັບປະກັນການປະຕິບັດລັດຖະທຳມະນູນ ແລະ ລະບຽບຫຼັກການຂອງພັກ-ລັດ, ຮັກສາຄວາມສາມັກຄີເປັນເອກະພາບພາຍໃນພັກ ແລະ ໝູ່ຄະນະ, ມີແບບແຜນເຂັ້ມງວດໃນການເຮັດວຽກ ນຳພາເປັນໝູ່ຄະນະ, ມີການປະສານສົມທົບກັບການນຳ ພາຂອງພັກ, ມີທັດສະມະຫາຊົນຖືກຕ້ອງ ຮູ້ຮັບຟັງ ແລະ ເລືອກເຟັ້ນຄຳຄິດ-ຄຳເຫັນ, ມີແບບແຜນວິທີນຳພາທີ່ມີວິທະຍາ ສາດ ແລະ ມີຄວາມໂປ່ງໃສ, ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ພະນັກງານ ໃຫ້ຮັບຮູ້ເຂົ້າໃຈແນວທາງນະໂຍບາຍຂອງພັກ-ລັດ ເຮັດໃຫ້ທົ່ວແຂວງ ໄດ້ມີການປ່ຽນແປງໃໝ່ຢ່າງຕັ້ງໜ້າ ແລະ ໄດ້ຮັບການພັດທະນາກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.