ແຈ້ງເຕືອນໄພ ພະຍຸໝຸນເຂດຮ້ອນ ວາມກໍ ວັນທີ 14-17 ພະຈິກ 2020

337

ວັນທີ 12 ພະຈິກ 2020 ກົມອຸຕຸນິຍົມ ແລະ ອຸທົກະສາດ ໄດ້ອອກແຈ່້ງເຕືອນໄພພະຍຸໝຸນເຂດຮ້ອນ ວາມກໍ (STS VAMCO) ໃນໄລຍະວັນທີ 14-17 ພະຈິກ 2020 , ສະບັບທີ1 ໂດຍລະບຸວ່າ:

ພະຍຸໝູນເຂດຮ້ອນ ວາມກໍ(STS VAMCO) ຫົວທີ່ 22 ປະຈໍາປີ 2020 ໃນເຂດດ້ານຕາເວັນຕົກຂອງ ມະຫາສະຫມຸດປາຊີຟິກຕອນເຫນືອ, ຊຶ່ງໃນເວລາ 07 ໂມງ 30 ນາທີ ຂອງວັນທີ 12 ພະຈິກ 2020 ມີຈຸດສູນ ກາງຢູ່ເສັ້ນຂະຫນານທີ່ 15.2 ອົງສາເຫນືອ ແລະ ເສັ້ນ ແວງທີ່ 19.7 ອົງສາຕາເວັນອອກ ພວມເຄື່ອນທີ່ມາ ທາງທິດຕາເວັນຕົກ ດ້ວຍຄວາມໄວ 30 ກິໂລແມັດຕໍ່ ຊົ່ວໂມງ ແລະ ຄວາມໄວສູງສຸດຢູ່ໃກ້ຈຸດສູນກາງຂອງ ພະຍຸ ແມ່ນ 108 ກິໂລແມັດຕໍ່ຊົ່ວໂມງ.

ຄາດຄະເນວ່າ ພະຍຸຫົວນີ້ ຈະເຄື່ອນຂຶ້ນຝັ່ງທາງພາກກາງຂອງ ສສ ຫວຽດນາມ ໃນຕອນກາງຄືນຂອງວັນທີ 14 ພະຈິກ 2020 ແລະ ຈະສືບຕໍ່ເຄື່ອນທີ່ຜ່ານພາກກາງ ຫາ ພາກເຫນືອດ້ານຕາເວັນອອກຂອງ ສປປ ລາວ ໃນໄລຍະວັນທີ 15 ຫາ 16 ພະຈິກ 2020 ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບ ປານກາງ ຫາ ຕົກຫນັກ ພ້ອມມີລົມພັດແຮງຢູ່ບັນດາແຂວງພາກກາງ ແລະ ພາກເຫນືອດ້ານຕາເວັນອອກ ໃນໄລຍະວັນທີ 14 ຫາ 17 ພະຈິກ 2020.


ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນ ແລະ ອົງການປົກຄອງທ້ອງຖິ່ນ ທຸກພາກສ່ວນທີ່ອາໄສຢູ່ບັນດາແຂວງ ເຊກອງ, ສາລະວັນ, ສະຫວັນນະເຂດ, ຄໍາມ່ວນ, ບໍລິຄໍາໄຊ, ໄຊສົມບຸນ, ຊຽງຂວາງ, ຫົວພັນ ແລະ ຫຼວງພະບາງ ຈົ່ງມີສະຕິລະມັດລະວັງ ຕໍ່ສະພາບຝົນຕົກ ແລະ ລົມພັດແຮງ ພ້ອມນີ້ໃຫ້ກະກຽມເກັບມ້ຽນ ຜົນລະປູກໄປໄວ້ບ່ອນທີ່ປອດໄພ ແລະ ຂໍໃຫ້ຕິດຕາມການ ແຈ້ງເຕືອນຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.