ສະມາຊິກສະພາແຫ່ງຊາດ ຮັບຮອງເອົາຮ່າງກົດໝາຍ ວ່າດ້ວຍຊັ້ນນັກການທູດ

0
299

ກະຊວງການຕ່າງປະເທດ ໄດ້ສະເໜີຮ່າງກົດໝາຍ ວ່າດ້ວຍຊັ້ນນັກການທູດ ເຊິ່ງເປັນກົດໝາຍທີ່ສ້າງຂຶ້ນໃໝ່ ເພື່ອສ້າງມາດຕະຖານ ໃຫ້ພະນັກງານ-ລັດຖະກອນ ຂອງກະຊວງການຕ່າງປະເທດ ທີ່ສອດຄ່ອງກັບກົດໝາຍສາກົນ ແນໃສ່ພັດທະນານັກການທູດໃຫ້ມີຄຸນນະພາບສູງ.


ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 9 ພະຈິກ 2020 ພາຍໃຕ້ການເປັນປະທານຂອງ ທ່ານ ພົນໂທ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ, ເຊິ່ງວາລະກອງປະຊຸມ ໄດ້ຮັບຟັງການສະເໜີຮ່າງກົດໝາຍ ວ່າດ້ວຍຊັ້ນນັກການທູດ ໂດຍ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ.


ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະເໜີຮ່າງກົດໝາຍ ວ່າດ້ວຍຊັ້ນນັກການທູດ (ສ້າງໃໝ່) ວ່າ: ຮ່າງສະບັບນີ້ ປະກອບມີ 9 ພາກ, 10 ໝວດ ແລະ 53 ມາດຕາ. ການສ້າງກົດໝາຍສະບັບນີ້ ແມ່ນເພື່ອສ້າງມາດຕະຖານ ໃຫ້ພະນັກງານ-ລັດຖະກອນ ຂອງກະຊວງການຕ່າງປະເທດ ທີ່ສອດຄ່ອງກັບກົດໝາຍສາກົນ ແນໃສ່ພັດທະນານັກການທູດໃຫ້ມີຄຸນນະພາບສູງ ທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ແບບແຜນການນຳພາ ແລະ ວິທີເຮັດວຽກ, ເຂັ້ມແຂງທາງດ້ານການຈັດຕັ້ງ, ວິຊາການການທູດ, ພາສາຕ່າງປະເທດ, ມີລະບຽບວິໄນເຂັ້ມງວດ ທັງເປັນມາດຕະການໃນການກະຕຸກຊຸກຍູ້ ຂະບວນການພັດທະນາຂະແໜງການຕ່າງປະເທດ, ເປັນພື້ນຖານໃຫ້ແກ່ການປະເມີນ, ບັນຈຸ, ແຕ່ງຕັ້ງ, ຊັບຊ້ອນພະນັກງານ-ລັດຖະກອນ ຂອງກະຊວງການຕ່າງປະເທດ, ເພີ່ມທະວີຄວາມເປັນເຈົ້າການຂອງຖັນແຖວນັກການທູດ ໃນການປະຕິບັດນະໂຍບາຍການຕ່າງປະເທດຂອງ ສປປ ລາວ ໃນໄລຍະໃໝ່ ໃຫ້ມີໝາກຜົນສູງຂຶ້ນກວ່າເກົ່າ.


ພາຍຫຼັງທີ່ກົດໝາຍສະບັບນີ້ ໄດ້ຖືກຮັບຮອງ ແລະ ປະກາດໃຊ້ ຈະເປັນບ່ອນອີງທາງດ້ານກົດໝາຍສຳຄັນທີ່ສຸດໃຫ້ແກ່ກະຊວງການຕ່າງປະເທດ ໃນການເປັນເສນາທິການ ໃຫ້ລັດຖະບານເພື່ອຄຸ້ມຄອງວຽກງານຊັ້ນນັກການທູດ ຈະເຮັດໃຫ້ພະນັກງານ-ລັດຖະກອນ ຂອງກະຊວງການຕ່າງປະເທດມີມາດຕະຖານສອດຄ່ອງກັບກົດໝາຍສາກົນ, ເປັນພື້ນຖານໃຫ້ແກ່ການການປັບປຸງມະຕິກົມການເມືອງສູນກາງພັກ ວ່າດ້ວຍວຽກງານຄຸ້ມຄອງພະນັກງານ ທີ່ກ່ຽວຂ້ອງກັບການແບ່ງຂັ້ນຄຸ້ມຄອງຖັນແຖວພະນັກງານ-ລັດຖະກອນຂອງກະຊວງການຕ່າງປະເທດໃຫ້ຖືກຕ້ອງ ຄືກັບການແບ່ງຂັ້ນຄຸ້ມຄອງນາຍທະຫານ ແລະ ນາຍຕຳຫຼວດ, ເຫັນໄດ້ຄວາມແຕກຕ່າງຢ່າງຈະແຈ້ງ ລະຫວ່າງຊັ້ນນັກການທູດ ກັບຕຳແໜ່ງການທູດ ແລະ ຕຳແໜ່ງກົງສຸນ ແລະ ຍັງເປັນກົດໝາຍທີ່ກຳນົດວັນການທູດລາວ ເພື່ອຍົກສູງບົດບາດຄວາມໝາຍສຳຄັນຂອງການທູດລາວ ໃນພາລະກິດການປະຕິວັດຊາດ ປະຊາທິປະໄຕ ໃນເມື່ອກ່ອນ ກໍຄືພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດໃນໄລຍະໃໝ່.


ຫຼັງຈາກນັ້ນ, ບັນດາ ສສຊ ກໍໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍດັ່ງກ່າວ ເພີ່ມຕື່ມເພື່ອໃຫ້ມີເນື້ອໃນຄົບຖ້ວນ ແລະ ສົມບູນ. ພ້ອມໄດ້ລົງຄະແນນສຽງຮັບຮອງເອົາ ຮ່າງກົດໝາຍ ວ່າດ້ວຍຊັ້ນນັກການທູດ (ສ້າງໃໝ່) ດັ່ງກ່າວດ້ວຍຄະແນນສຽງເຫັນດີເປັນສ່ວນຫຼາຍ.

LEAVE A REPLY

Please enter your comment!
Please enter your name here