ລົງນາມກໍ່ສ້າງຊົນລະປະທານຕົວແບບນໍ້າກະຕະ ເມືອງບົວລະພາ ແຂວງຄຳມ່ວນ ມູນຄ່າກໍ່ສ້າງ 4,8 ລ້ານເອີໂຣ

152

ກົມຊົນລະປະທານ ກະຊວງກະສິກໍາ ແລະ ປ່າໄມ້ ລົງນາມເຊັນສັນຍາຮ່ວມກັບ ບໍລິສັດ ອິນຊີພັດທະນາກໍ່ສ້າງ ຈໍາກັດ ເພື່ອຈັດຕັ້ງປະຕິບັດໂຄງການກໍ່ສ້າງຊົນລະປະທານຕົວແບບນໍ້າກະຕະ ເມືອງບົວລະພາ ແຂວງຄຳມ່ວນ ໃນເນື້ອທີ່ທັງໝົດ 300 ເຮັກຕາ ເຊິ່ງເປັນທຶນຊ່ວຍເຫຼືອລ້າຈາກອົງການຝຣັ່ງເພື່ອການພັດທະນາ ຫລື AFD (Agence Francaise de Development) ມູນຄ່າ 4 ລ້ານ 8 ແສນເອີໂຣ.


ໂຄງການຊົນລະປະທານຕົວແບບນໍ້າກະຕະ ເມືອງບົວລະພາ ແຂວງຄໍາມ່ວນ ມີເນື້ອທີ່ໂຄງການທັງໝົດປະມານ 300 ເຮັກຕາ ກວມເອົາເນື້ອທີ່ 3 ບ້ານໄດ້ແກ່: ບ້ານນາສົມບຸນ, ບ້ານທ່າແຮ່ ແລະ ບ້ານນາພະນັ່ງ. ໂຄງການດັ່ງກ່າວ, ລວມມີວຽກກໍ່ສ້າງຟື້ນຟູລະບົບຊົນລະປະທານ, ການຈັດຕັ້ງກຸ່ມຜູ້ນໍາໃຊ້ນ້ຳ, ສົ່ງເສີມກຸ່ມຜະລິດກະສິກໍາ ເພື່ອເປັນການສ້າງຄວາມເຂັ້ມແຂງໃຫ້ຊາວກະສິກອນໃນການຜະລິດສະບຽງອາຫານ ແລະ ຜະລິດເປັນສິນກຳ ແລະ ເພື່ອໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.


ໂຄງການດັ່ງກ່າວ, ໄດ້ຮັບທຶນຊ່ວຍເຫຼືອລ້າຈາກອົງການຝຣັ່ງເພື່ອການພັດທະນາ (AFD) ໃນມູນຄ່າລວມທັງໝົດ 4,8 ລ້ານເອີໂຣ. ໃນນີ້, 4,5 ລ້ານເອີໂຣ ແມ່ນຊ່ວຍເຫຼືອລ້າຈາກ AFD ແລະ 3 ແສນເອີໂຣ ແມ່ນທຶນປະກອບສ່ວນຂອງລັດຖະບານລາວ. ງົບປະມານດັ່ງກ່າວໄດ້ ສຸມໃສ່ພັດທະນາວຽກງານ 3 ອົງປະກອບຄື: 1). ການກໍ່ສ້າງພື້ນຖານໂຄງລ່າງລະບົບ ຊົນລະປະທານ, 2). ສ້າງຄວາມອາດສາມາດດ້ານການຄຸ້ມຄອງນຳໃຊ້, ການສົ່ງເສີມການຜະລິດ, ການຕະຫຼາດ ແລະ 3). ການຖອນຖອນບົດຮຽນ ແລະ ການເປັນເຜີຍແຜ່ໂຄງການອື່ນໆ.

ໄລຍະຜ່ານມາ, ໄດ້ເລີ່ມສຶກສາຄວາມເປັນໄປໄດ້ແຕ່ ປີ 2011 ມາຮອດ 2016 ຈຶ່ງໄດ້ຮັບການອະນຸມັດທຶນຊ່ວຍເຫຼືອລ້າຈາກ AFD. ໃນປີ 2018 -2019 ຈຶ່ງມີການສໍາຫຼວດ-ອອກແບບລະອຽດຂອງໂຄງການໂດຍແມ່ນບໍລິສັດ SCHCES ຂອງຝຣັ່ງ, ໃນປີ 2020 ຈຶ່ງໄດ້ຮັບຮອງເອົາການອອກແບບການກໍ່ສ້າງຂອງໂຄງການຈາກກົມຊົນລະປະທານ ແລະ ໄດ້ເລີ່ມຂະບວນການຈັດຊື້-ຈັດຈ້າງໃນເດືອນ 3/2020 ຜ່ານມາ.

ໂຄງການນີ້, ຈະໄດ້ເລີ່ມຈັດຕັ້ງປະຕິບັດໃຫ້ສໍາເລັດພາຍໃນ 1 ປີ , ພາຍຫຼັງສຳເລັດ ຈະເຮັດໃຫ້ພື້ນທີ່ການຜະລິດຂອງປະຊາຊົນເພີ່ມຂຶ້ນໂດຍສະເພາະລະດູແລ້ງ ຈະສາມາດຜະລິດພືດໄດ້ 90-100 ເຮັກຕາ; ຈໍານວນຄົວເຮືອນທີ່ໄດ້ຮັບຜົນປະໂຫຍດ 261 ຄອບຄົວ

ພິທີເຊັນສັນຍາດັ່ງກ່າວ, ຈັດຂຶ້ນໃນວັນທີ 6 ພະຈິກ 2020 ຢູ່ທີ່ໂຮງແຮມແລນມາກ ຣີເວີໄຊ ນະຄອນຫຼວງວຽງຈັນ ລະຫວ່າງທ່ານ ບຸນຄໍາ ສີດາວົງ ຫົວໜ້າກົມຊົນລະປະທານ ກັບທ່ານ ແຫຼວຄຳ ວົງສາວັນທອງ ຜູ້ອໍານວຍການບໍລິສັດອິນຊີພັດທະນາກໍ່ສ້າງ ຈໍາກັດ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍແຂກຖຶກເຊີນເຂົ້າຮ່ວມ.

(ເນື້ອໃນ-ພາບ: ກົມຊົນລະປະທານ)