ແຂວງໄຊສົມບູນ ກະກຽມຄວາມພ້ອມໃຫ້ແກ່ການຂຶ້ນພິສິດຈອມພູທີ່ສູງສຸດໃນ ສປປ ລາວ

240

ວັນທີ 8 ພະຈິກ 2020 ຜ່ານມານີ້ ຄະນະນໍາແຂວງໄຊສົມບູນ ນໍາພາໂດຍ ທ່ານ ພົຕ ຄໍາລຽງ ອຸທະໄກສອນ ເຈົ້າແຂວງໄຊສົມບູນ ແລະ ທ່ານ ຄໍາໄພ ສົມຊະນະ ປະທານບໍລິສັດກຸ່ມຄໍາໄພ ໄຊຊະນະ ໄດ້ຂຶ້ນກວດກາສະພາບຄວາມພ້ອມ ຂອງເສັ້ນທາງ, ສິ່ງອໍານວຍຄວາມສະດວກ ເພື່ອກະກຽມຄວາມພ້ອມໃຫ້ແກ່ການ ນໍາຂັ້ນສູງ ທີ່ຈະຂຶ້ນພິສິດຈອມພູເບ້ຍໃນອີກບໍ່ດົນນີ້.

ຈອມພູດັ່ງກ່າວ ຢູ່ຫ່າງຈາກເທດສະບານແຂວງຂຶ້ນໄປປະມານ 40 ກວ່າກິໂລແມັດ ແລະ ໃຊ້ເວລາ ປະມານ 2 ຊົ່ວໂມງກວ່າ, ເປັນພູສູງທີ່ສຸດໃນລາວເຮົາ ດ້ວຍຄວາມສູງ 2.820 ແມັດ.


ທ່ານເຈົ້າແຂວງ ໄດ້ໃຫ້ຮູ້ວ່າ: ການຂຶ້ນພູເບ້ຍໃນຄັ້ງນີ້ ແມ່ນເພື່ອການກວດກາ, ກະກຽມຄວາມພ້ອມຂອງການຈັດຕັ້ງປະຕິບັດການພິສິດຍອດພູເບ້ຍ ຕາມແຜນຂອງຄະນະຊີ້ນໍາພັດທະນາເຂດຈຸດສຸມໃຈກາງ ແລະ ຄະ ນະນໍາແຂວງ ໄດ້ວາງໄວ້, ພ້ອມທັງສ້າງຂະບວນການເພື່ອຄຳນັບຮັບຕ້ອນວັນສໍາຄັນຂອງຊາດ ໂດຍສະເພາະແມ່ນ ວັນສະຖາປານາ ສປປ ລາວ ຄົບຮອບ 45 ປີ, ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ຄົບຮອບ 100 ປີ ແລະ ຊົມເຊີຍຜົນສໍາເລັດ ກອງປະຊຸມໃຫຍ່ ຄັ້ງທີ 1 ຂອງອົງຄະນະພັກແຂວງໄຊສົມບູນ.

ພ້ອມທັງ ສ້າງບັນຍາກາດເພື່ອຍູ້ແຮງໃຫ້ແກ່ການພັດທະນາແຂວງ ໃຫ້ໄປຕາມ 5 ທ່າແຮງ ທີ່ໄດ້ກໍານົດໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ເປັນຕົ້ນແມ່ນ: ດ້ານກະສິກໍາ, ດ້ານການທ່ອງທ່ຽວ, ດ້ານພະລັງງານ-ບໍ່ແຮ່, ດ້ານພະລັງງານໄຟຟ້າ ແລະ ດ້ານການບໍລິການທາງຜ່ານເຊື່ອມໂຍງ-ເຊື່ອມຈອດ.

ທ່ານ ຕົ່ງມົງ ຊົວໂກ້ ຫົວໜ້າພະແນກ ຖວທ ແຂວງ ຍັງໄດ້ກ່າວຕື່ມອີກວ່າ: ວຽກງານທ່ອງທ່ຽວເປັນວຽກງານໜຶ່ງ ທີ່ເປັນບູລິມະສິດໃນການສ້າງສາພັດທະນາແຂວງໄຊສົມບູນ ດ້ວຍການສົ່ງເສີມການທ່ອງທ່ຽວໃນຮູບແບບ ທໍາມະຊາດ, ເປັນມິດກັບສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຢືນຍົງ. ນອກຈາກການທີ່ໄດ້ຂຶ້ນສໍາຜັດກັບອາກາດທີ່ໜາວເຢັນແລ້ວຍັງຈະໄດ້ພົບກັບຕົ້ນໄມ້ທີ່ເປັນເອກະລັກສະເພາະ ທີ່ບໍ່ປະກົດໃຫ້ເຫັນໃນບ່ອນອື່ນ ເຊັ່ນ: ຕົ້ນໄມ້ຫຸ້ມຫໍ່, ຕົ້ນກຸຫລາບລ້ານປີ ແລະ ອື່ນໆ ທີ່ລໍຄອຍທ່ານຢູ່.

ພາບ-ຂ່າວ: ຈນທ