ປີກໄກ່ປີ້ງກະທຽມພິກໄທ ເຮັດງ່າຍໆ

144

ມື້ນີ້ເຮົາຈະມາແລກປ່ຽນ ຄວາມຄິດກັບແກ້ມງ່າຍໆ ເຮັດກິນເອງຢູ່ເຮືອນມາເບິ່ງນຳກັນເລີຍ.

ສ່ວນປະສົມປີກໄກ່ປີ້ງກະທຽມພິກໄທ:

  • ປີກໄກ່ ( ປີກກົກ ) 500 ກຣາມ
  • ນ້ຳຕານ 2 ບ່ວງແກງ
  • ພິກໄທເມັດ 1/2 ບ່ວງແກງ
  • ກະທຽມຕຳ 5 ກີບ
  • ຜົງປຸງລົດ 1/2 ບ່ວງແກງ
  • ສະອິວຂາວ 1 ບ່ວງແກງ
  • ນ້ຳມັນຫອຍ 1 ບ່ວງແກງ


ວິທີເຮັດປີກໄກ່ປີ້ງກະທຽມພິກໄທ

  • ໝັກປີກໄກ່ໂດຍໃສ່ສ່ວນປະສົມນ້ຳຕານ, ພິກໄທເມັດ, ກະທຽມ, ຜົງປຸງລົດຊາດ, ສະອິວຂາວ ແລະ ນ້ຳມັນຫອຍ ປະສົມຈົນເຂົ້າກັນໃສ່ປີກໄກ່ລົງໄປໝັກ ພັກໄວ້ໃນຕູ້ເຢັນປະມານ 30 ນາທີ.
  • ນຳປີກໄກ່ອົບດ້ວຍໝໍ້ອົບລົມຮ້ອນທີ່ອຸນຫະພູມ 200 – 225 ອົງສາ ປະມານ 25 ນາທີ.
  • ຈັດໃສ່ຈານພ້ອມເສີບກິນຄູ່ກັບເຂົ້າໜຽວຮ້ອນໆໄດ້ເລີຍ.

ຖ້າໃຜກຳລັງຊອກຫາອາຫານເມນູປີ້ງ ຢາກໃຫ້ລອງເຮັດປີກໄກ່ປີ້ງກະທຽມພິກໄທ, ເຄື່ອງໝັກສາມາດປັບຫຼຸດອັດຕາສ່ວນຕາມໃຈ ແຕ່ທີ່ຂາດບໍ່ໄດ້ເລີຍຄືກະທຽມກັບພິກໄທ.