ນ້ອງລີນາ ຂອບໃຈຍອດຊ່ວຍເຫຼືອ 51ລ້ານກີບ ພ້ອມຂອບໃຈ ແລະ ຂໍຢຸດຮັບການບໍລິຈາກເງິນຈາກສັງຄົມ

274

ຈາກກໍລະນີ ທີ່ສັງຄົມອອນລາຍອອກມາແຊຮພາບເຫດການສາວນັກສຶກສາໃຈເດັດຂັບລົດຈັກຕໍາໂຈນທີ່ດຶງກະເປົາຕົນເອງ ເມື່ອວັນທີ 22 ຕຸລາ 2020 ທີ່ຜ່ານມາ, ເຊິ່ງຫຼັງຄລິບເຫດການດັ່ງກ່າວຖືກເຜີຍແຜ່ອອກໄປ ບັນດາຜູ້ໃຊ້ສື່ສັງຄົມອອນລາຍຕ່າງກໍ່ມາສະແດງຄວາມຊົມເຊີຍຕໍ່ຄວາມໃຈກ້າຂອງຜູ້ກ່ຽວ ແຕ່ກໍ່ຍອມຮັບວ່າມັນເປັນເລື່ອງທີ່ອັນຕະລາຍຫຼາຍ.

ດັ່ງທີ່ແອັດມິນໄດ້ນໍາ່ສະເໜີໄປແລ້ວກ່ອນໜ້ານີ້ກ່ຽວກັບຂໍ້ມູນສ່ວນຕົວໂດຍຫຍໍ້ຂອງສາວນັກສຶກສາຄົນນີ້ ນັ້ນກໍ່ຄື ນາງລີນ້າ ບຸນສີວິໄລພອນ ນັກສຶກສາສາຂາໄຟຟ້າ ວິທະຍາໄລສັບພະວິຊາ, ເຊິ່ງຕໍ່ມາແອັດກໍ່ໄດ້ຂໍ້ມູນເພີ່ມເຕີມຈາກນ້ອງວ່າຕອນນີ້ໄດ້ອອກມາພັກເຊົາຢູ່ຫ້ອງພັກແລ້ວ, ຫຼັງອອກມາກໍ່ມີຜູ້ໃຫຍ່ຫຼາຍພາກສ່ວນເຂົ້າມາຖາມຂ່າວພ້ອມໃຫ້ຄວາມຊ່ວຍເຫຼືອ ເປັນຕົ້ນຄະນະອາຈານຈາກວິທະຍາໄລສັບພະວິຊາ, ປກສ ນະຄອນຫຼວງວຽງຈັນ.

ນອກຈາກນີ້ ຍັງມີກໍາລັງແຮງຈາກຜູ້ໃຊ້ສື່ສັງຄົມອອນລາຍຈໍານວນຫຼາຍ ໂດຍມີເພຈຂ່າວຕ່າງໆນໍາເລື່ອງລາວຂອງນ້ອງອອກມາເຜີຍແຜ່ ພ້ອມເຜີຍເລກບັນຊີທະນາຄານ ເປີດຮັບບໍລິຈາກເງິນຊ່ວຍເຫຼືອຄ່າປິ່ນປົວໃຫ້ກັບຜູ້ກ່ຽວ, ເຊິ່ງເປັນເລື່ອງລາວທີ່ດີ ແລະ ສ້າງຄວາມຕົກໃຈໃຫ້ກັບສັງຄົມບໍ່ໜ້ອຍ ເມື່ອເຫັນຍອດບໍລິຈາກພຽງ 1 ມື້ ມີຜູ້ໃຈບຸນ ເຂົ້າມາບໍລິຈາກໃຫ້ນ້ອງຈໍານວນຫຼວງຫຼາຍ ໂດຍໄດ້ຂໍ້ມູນຈາກຜູ້ກ່ຽວວ່າ ຍອດບໍລິຈາກທະລຸ 51ລ້ານກວ່າກີບໃນຕອນບ່າຍຂອງມື້ນີ້.

ແນວໃດກໍ່ຕາມ ຕໍ່ກັບຍອດບໍລິຈາກອັນມະຫາສານນີ້ ແນ່ນອນວ່າອາດມີຄໍາຖາມຕາມມາຈາກສັງຄົມ ກ່ຽວກັບເງິນຈໍານວນນີ້ ວ່ານ້ອງລີນາ ຈະນໍາໄປໃຊ້ໃນທິດທາງໃດ ດັ່ງນັ້ນແອັດມິນກໍ່ບໍ່ພາດທີ່ຈະໄປຖາມມາຈາກຜູ້ກ່ຽວ ເຊິ່ງນ້ອງລີນາ ບອກວ່າ: ເງິນບໍລິຈາກທີ່ໄດ້ຮັບຈະນໍາໄປຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຈໍານວນ 5ລ້ານກີບ, ຈະນໍາໄປຊື້ລົດ(ລົດຈັກຂອງນ້ອງລີນາເສຍຂະນະທີ່ຂັບໄປຈອດໄວ້ບ່ອນເຮັດວຽກ) ແລະ ຈະເອົາສ່ວນທີ່ເຫຼືອມາໄວ້ເປັນທຶນຮອນໃນການສຶກສາ.

ນອກຈາກນີ້ ລີນາ ຍັງບອກອີກວ່າ: ກ່ອນອື່ນຕ້ອງຂອບໃຈຄົນທີ່ຊ່ວຍນ້ອງຈັບໂຈນ ແລະຄົນທີພານ້ອງໄປໂຮງຫມໍ ພ້ອມຂອບໃຈໝູ່ເພືອນທາງເຟສບຸກ ທີຊ່ວຍເຫຼືອເປັນວັດຖຸ ເງິນຄໍາ ແລະໃຫ້ກຳລັງໃຈ ຕໍ່ໄປນ້ອງຊິມີສະຕິໃຫ້ຫຼາຍຂຶ້ນ ພ້ອມຖືເອົາເລື່ອງນີ້ເປັນບົດຮຽນ. ທີ່ສໍາຄັນ ນ້ອງລີນາ ຂໍປິດຮັບການບໍລິຈາກເງິນຊ່ວຍເຫຼືອແລ້ວໂດຍແຈ້ງຜ່ານເຟສບຸກສ່ວນຕົວຂອງຕົນເອງຜ່ານຊື່ ລີນາ ບຸນວິໄລ(ພາສາໄທ)ໃນເລື່ອງດັ່ງກ່າວ ເພາະຈໍານວນເງິນທີ່ໄດ້ຮັບແມ່ນຫຼວງຫຼາຍ ແລະ ພຽງພໍສໍາລັບນ້ອງແລ້ວ.