ກິນນ້ຳຕານຢ່າງພໍດີ ກັບນ້ຳຕານຈາກທຳມະຊາດ

151

ນ້ຳຕານທີ່ມີຢູ່ໃນອາຫານ ແລະ ເຄື່ອງດື່ມນັ້ນ ສາມາດແບ່ງອອກເປັນ 2 ສ່ວນຄື ນ້ຳຕານທີ່ມີຕາມທຳມະຊາດ ແລະ ນ້ຳຕານທີ່ເຕີມເພີ່ມ ສຳລັບຜູ້ທີ່ຈຳກັດປະລິມານນ້ຳຕານ ຫຼື ຕ້ອງການຄວບຄຸມການກິນນ້ຳຕານໃຫ້ພໍເໝາະ ການຫຼຸດ ຫຼື ຫຼີກລ່ຽງການປຸງນ້ຳຕານເພີ່ມໃນອາຫານ ແລະ ເຄື່ອງດື່ມ ຖືເປັນທາງເລືອກໜຶ່ງ ທີ່ຊ່ວຍໃຫ້ເຮົາກິນນ້ຳຕານໃນປະລິມານທີ່ພໍເໝາະໄດ້ ແລະ ສົ່ງຜົນດີຕໍ່ສຸຂະພາບໃນໄລຍະຍາວ.

ນ້ຳຕານທີ່ມີຢູ່ຕາມທຳມະຊາດນັ້້ນ ພົບໄດ້ໃນອາຫານເກືອບທຸກປະເພດ ໃນກຸ່ມອາຫານທີ່ມີຄາໂບໄຮເດຣດ ບໍ່ວ່າຈະເປັນ ເຂົ້າ, ແປ້ງ, ທັນຍາພືດ, ຖົ່ວ,ຜັກ ໝາກໄມ້, ນົມ ແລະ ຜະລິດຕະພັນຈາກນົມ ເປັນແຫຼ່ງພະລັງງານແກ່ຮ່າງກາຍໃນການດຳລົງຊີວິດ ແລະ ເຮັດກິດຈະກຳຕ່າງໆ.

ນ້ຳຕານຕາມທຳມະຊາດ ຄວາມຫວານທີ່ມີປະໂຫຍດ

ນ້ຳຕານທີ່ເກີດຂຶ້ນຕາມທຳມະຊາດ ໃນຜັກ ໝາກໄມ້, ເຂົ້າ, ແປ້ງ, ທັນຍາພືດ ແລະ ນົມ ຖ້າຫາກກິນໃນປະລິມານທີ່ພໍເໝາະ ຮ່າງກາຍຈະສາມາດຈັດການ ແລະ ຈັດສັນແປປ່ຽນເປັນພະລັງງານໄດ້ຢ່າງໄວວາ ແລະ ຍັງເປັນຄວາມຫວານທີ່ ມາພ້ອມກັບສານອາຫານອື່ນໆ ທີ່ມີປະໂຫຍດ ເຊັ່ນ: ຜັກ ໝາກໄມ້, ເຂົ້າກ້ອງ, ທັນຍາພືດ ນ້ຳຕານກໍ່ມາພ້ອມກັບວິຕາມິນ ເກືອແຮ່ ແລະ ໃຍອາຫານ ທີ່ຊ່ວຍບຳລຸງລະບົບຍ່ອຍອາຫານ ແລະ ຂັບຖ່າຍ.

ສ່ວນນ້ຳຕານໃນນົມນັ້ນ ກໍ່ມາພ້ອມໂປຣຕີນ ວິຕາມິນ ແຮ່ທາດຕ່າງໆ ທີ່ຊ່ວຍບຳລຸງກະດູກ ແຂ້ວ ໃຊ້ສ້ອມແຊ່ມສ່ວນທີ່ຫຼຸ້ຍຫ້ຽນ ແລະ ຊ່ວຍໃນການຈະເລີນເຕີບໃຫຍ່.

ອາຫານ ໂດຍສະເພາະເຄື່ອງດື່ມ ທີ່ອາດມີການຕື່ມນ້ຳຕານໃນປະລິມານຄ່ອນຂ້າງສູງ ປະກອບກັບນ້ຳຕານທີ່ມີຢູ່ຕາມທຳມະຊາດທີ່ມີຢູ່ໃນອາຫານ ຈຶ່ງເຮັດໃຫ້ເຮົາມີຄວາມສ່ຽງໃນການກິນນ້ຳຕານຫຼາຍເກີນພໍດີ ຊຶ່ງເປັນສາເຫດໜຶ່ງທີ່ເຮັດໃຫ້ເກີດພະຍາດໄດ້ຫຼາຍ ທັ້ງພະຍາດຫົວໃຈ, ຄວາມດັນ, ເບົາຫວານ, ພະຍາດຫຼອດເລືອດຫົວໃຈ ແລະ ພະຍາດຕຸ້ຍ ແລະ ອື່ນໆ.

ສຳລັບຄົນທີ່ຕ້ອງການຫຼຸດການກິນນ້ຳຕານ ຫຼຸດອາການຕິດຄວາມຫວານ ຄວນເລີ່ມຈາກຫຼຸດການກິນອາຫານ, ເຂົ້າໜົມ ແລະ ເຄື່ອງດື່ມທີ່ມີນ້ຳຕານສູງ.

ໂດຍອົງການອະນາໄມໂລກແນະນຳວ່າ ປະລິມານນນ້ຳຕານທີ່ຕື່ມເພີ່ມໃນອາຫານ ແລະ ເຄື່ອງດື່ມທີ່ເໝາະສົມນັ້ນ ບໍ່ຄວນເກີນຮ້ອຍລະ 10 ຂອງປະລິມານພະລັງງານທັ້ງໝົດທີ່ໄດ້ຮັບໃນແຕ່ລະມື້ ຫຼື ສະເລ່ຍປະມານ 4-6 ບ່ວງກາເຟຕໍ່ຄົນຕໍ່ມື້.