ບ້ານລາວມົງຄຸນ ສູນລວມສິນຄ້າລາວກຽມເປີດໄວໆນີ້

116

ບ້ານລາວມົງຄຸນ ສູນລວມສິນຄ້າລາວ ກຽມຈັດກິດຈະກໍາສົ່ງເສີມການທ່ອງທ່ຽວລາວ ໂດຍຈະນໍາສິນຄ້າຂອງລາວດັ້ງເດີມທີ່ມີຊື່ສຽງມາວາງສະແດງ ແລະ ຂາຍ ເພື່ອຕໍ່ຍອດການຕະຫຼາດໃຫ້ກວ້າງຂຶ້ນໃນໄລຍະທີ່ລັດຖະບານສົ່ງເສີມກິດຈະກໍາລາວທ່ຽວລາວ.

ພິທີຖະແຫຼງຂ່າວມີຂຶ້ນໃນວັນທີ 14 ຕຸລາ 2020 ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ມຸກດາວັນ ແກ້ວວິໄລ ເຈົ້າຂອງໂຄງການບ້ານລາວມົງຄຸນ, ທ່ານ ສຸກສະຫວັນ ພິທັກເທບ ທີ່ປຶກສາບ້ານລາວມົງຄຸນ, ມີຕາງໜ້າພາກທຸລະກິດຈາກຫຍີ່ຫໍ້ສິນຄ້າລາວເຂົ້າຮ່ວມ.

ທ່ານ ສຸກສະຫວັນ ພິທັກເທບ ກ່າວວ່າ: ບ້ານລາວມົງຄຸນ ສູນລວມແບຣນສິນຄ້າລາວ ຕັ້ງຢູ່ບ້ານທົ່ງຂັນຄໍາ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເຊິ່ງຈະເປີດໃຫ້ບໍລິການ ໃນວັນທີ 24 ຕຸລາ 2020 ຈຸດປະສົງການຈັດງານເພື່ອເປັນການສົ່ງເສີມສິນຄ້າລາວເຂົ້າສູ່ຕະຫຼາດໂລກ ເພື່ອໃຫ້ເປັນຈຸດໃຈກາງໃນການຈໍາໜ່າຍສິນຄ້າລາວ ເຂົ້າສູ່ຕະຫຼາດພາກພື້ນ ເພື່ອເປັນການສົ່ງເສີມວັດທະນະທໍາອັນດີງາມຂອງຊາດລາວເຮົາໃຫ້ຄົງຢູ່ກັບຄົນລາວຕະຫຼອດໄປ ແລະ ເພື່ອເປັນການເຜີຍແຜ່ລົດຊາດອາຫານລາວ.

ທ່ານ ນາງ ມຸກດາວັນ ແກ້ວວິໄລ ກ່າວວ່າ: ພາຍຫຼັງການຈັດງານເປັນທາງການແລ້ວ ພວກເຮົາຈະມີກິດຈະກໍາໃນຕໍ່ໜ້າເພື່ອດຶງດູດນັກທ່ອງທ່ຽວເຂົ້າມາ ໂດຍສົມທົບກັບອໍານາດການປົກຄອງບ້ານ ແລະ ເມືອງ ອາດຈະເຮັດຕະຫຼາດບູຮານ ແລະ ຈະຈັດກິດຈະກໍາທາງຮ່ອມຂາຍສະເພາະໝາກເບັງ, ຂາຍເຂົ້າໜົມ, ເຄື່ອງເສັ້ນໄຫວ້ ສະເພາະວັນສິນ, ທັງນີ້ກໍເພື່ອໂຄສະນາປະຊາສໍາພັນໃຫ້ພໍ່ແມ່ປະຊາຊົນລາວ ໄດ້ຮັບຮູ້ເຖິງລົດຊາດອາຫານລາວ, ສີໄມ້ລາຍມືຄວາມຄິດພູມປັນຍາຂອງລາວ ປວງຊົນລາວຈະໄດ້ຮັບຮູ້ເລິກເຊິ່ງຜ່ານກິດຈະກໍາໃນຄັ້ງນີ້.

ພາຍໃນງານນອກຈາກໄດ້ຊົມວັດທະນະທໍາລາວ ຫັດຖະກໍາ, ຜ້າຝ້າຍ, ຜ້າໄໝ ຍັງມີການສະແດງຈາກຫ້ອງເສື້ອຄໍາເພົ້າ, ຜ້າໄໝຊໍາເໜືອ, ບໍລິການຖ່າຍພາບ, ຊົມສິລະປະດົນຕີຈາກນ້ອງໆ.

ໃນຕໍ່ໜ້າຈະຂະຫຍາຍບ້ານລາວມົງຄຸນໄປທີ່ແຂວງຫຼວງພະບາງ, ສະຫວັນນະເຂດ ແລະ ແຂວງຈໍາປາສັກ.