ກະຊວງການເງິນ ປະກາດແຕ່ງຕັ້ງ – ຍົກຍ້າຍພະນັກງານຫຼາຍຕຳແໜ່ງ

296

ພິທີປະກາດແຕ່ງຕັ້ງ – ຍົກຍ້າຍພະນັກງານໄປຮັບໜ້າທີ່ໃໝ່ຂັ້ນພະແນກຂອງກົມກວດກາ, ກະຊວງການເງິນ ໄດ້ຈັດຂຶ້ນໃນວັນທີ 7 ຕຸລາຜ່ານມາ ທີ່ຫ້ອງປະຊຸມໃຫຍ່ກະຊວງການເງິນ ໂດຍການເປັນປະທານຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ, ມີທ່ານ ອຸໄທ ອິນທິລາດ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ມີຄະນະກົມ, ຄະນະພະແນກ, ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ໃນພິທີ, ທ່ານ ອຸໄທ ອິນທິລາດ ໄດ້ຂຶ້ນຜ່ານຂໍ້ຕົກລົງສະບັບເລກທີ 2641/ກງ ລົງວັນທີ 5 ຕຸລາ 2020 ວ່າດ້ວຍການແຕ່ງຕັ້ງ ທ່ານ ວິລະໄພ ອຸບົນປະເສີດ ຫົວໜ້າພະແນກແກ້ໄຂຜົນການກວດກາ ເປັນຮອງຫົວໜ້າກົມກວດກາ, ກະຊວງການເງິນ.

ອີງຕາມຂໍ້ຕົກລົງສະບັບເລກທີ 2622/ກງ ລົງວັນທີ 1 ຕຸລາ 2020, ແຕ່ງຕັ້ງ ທ່ານ ທອງວອນ ເລືອງພິມມາ ຮອງຫົວໜ້າພະແນກຈັດຕັ້ງ ແລະ ບໍລິຫານ ເປັນຮອງຫົວໜ້າພະແນກກວດກາພັກ; ແຕ່ງຕັ້ງ ທ່ານ ປະຫວັດ ພິລາວົງ ຮອງຫົວໜ້າພະແນກກວດກາລັດ ເປັນຮອງຫົວໜ້າພະແນກກວດກາພັກ; ແຕ່ງຕັ້ງ ທ່ານ ສຸລິພອນ ເພັດໄຊສີ ຮອງຫົວໜ້າພະແນກກວດກາລັດ ເປັນຫົວໜ້າກວດກາລັດ; ແຕ່ງຕັ້ງ ທ່ານ ຄໍາຮັກ ວິວັນໄຊ ເປັນຮອງຫົວໜ້າພະແນກກວດກາລັດ, ແຕ່ງຕັ້ງ ທ່ານ ບຸນມາ ວໍລະສານ ຮອງຫົວໜ້າພະແນກຈັດຕັ້ງ ແລະ ບໍລິຫານ ເປັນຮອງຫົວໜ້າພະແນກກວດກາລັດ; ແຕ່ງຕັ້ງ ທ່ານ ສາຄອນ ພຸດທະພັນ ຮອງຫົວໜ້າພະແນກແກ້ໄຂຜົນການກວດກາ ເປັນຮອງຫົວໜ້າພະແນກກວດກາລັດ; ແຕ່ງຕັ້ງ ທ່ານ ຂັນຄໍາ ໄຊຍະວົງ ຫົວໜ້າພະແນກກວດກາລັດ ເປັນຮອງຫົວໜ້າພະແນກຕ້ານການສໍ້ລາດບັງຫຼວງ; ແຕ່ງຕັ້ງ ທ່ານ ບຸນປອນ ສີບຸນເຮືອງ ຫົວໜ້າກວດກາຕ້ານການສໍ້ລາດບັງຫຼວງ ເປັນຫົວໜ້າພະແນກແກ້ໄຂຜົນການກວດກາ; ແຕ່ງຕັ້ງ ທ່ານ ອິສອນ ສີນໍລະເພັດ ຮອງຫົວໜ້າພະແນກກວດກາພັກ ເປັນຮອງຫົວໜ້າພະແນກແກ້ໄຂຜົນການກວດກາ; ແຕ່ງຕັ້ງ ທ່ານ ສິນະຄອນ ສຸລິໂຍໄຊ ຮອງຫົວໜ້າພະແນກກວດກາລັດ ເປັນຮອງຫົວໜ້າພະແນກແກ້ໄຂຜົນການກວດກາ, ກົມກວດກາ, ກະຊວງການເງິນ.

ໂອກາດດັ່ງກ່າວ, ທ່ານ ສົມດີ ດວງດີ ກໍໄດ້ໃຫ້ກຽດໂອ້ລົມ ແລະ ມີຄໍາຄິດເຫັນຕໍ່ສະມາຊິກພັກ – ພະນັກງານ, ໄດ້ເນັ້ນໃຫ້ສືບຕໍ່ການປະຕິບັດວຽກງານສູ້ຊົນສືບຕໍ່ປັບປຸງວຽກງານຂັ້ນຕໍ່ໄປໃຫ້ດີຂຶ້ນຕື່ມ, ສືບຕໍ່ແກ້ໄຂບັນດາວຽກງານທີ່ຍັງຄົງຄ້າງ ເພື່ອປັບປຸງກໍ່ສ້າງແກ້ໄຂບັນຫາປະຕິບັດວຽກງານໃຫ້ຊັດເຈນຂອງກົມກວດກາໃຫ້ໄດ້ຮັບຜົນສໍາເລັດຕາມຈຸດປະສົງລະດັບຄາດໝາຍ, ຝຶກຝົນຫຼໍ່ຫອມຕົນເອງສືບຕໍ່ຮຽນຮູ້, ເອົາໃຈໃສ່ ຄວາມຮ່ວມມືໃນການຈັດຕັ້ງປະຕິບັດວຽກງານຮ່ວມກັນໃຫ້ກົມກຽວ ເພື່ອພ້ອມກັນກ້າວໜ້າປັບປຸງໃຫ້ວຽກງານມີລັກສະນະການຫັນປ່ຽນ ແລະ ໃຫ້ດີຂຶ້ນເລື້ອຍໆ.

[ ຂ່າວ – ຮູບ: ກະຊວງການເງິນ ]