ແຈ້ງເຕືອນປະຊາຊົນເຝົ້າລະວັງລະດັບນໍ້າເຊກອງ ຫຼັງຈະມີການປ່ອຍນໍ້າຈາກເຂື່ອນຢູ່ຫວຽດນາມ

343

ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງເຊກອງ ອອກແຈ້ງການເຕືອນໄພເຝົ້າລະວັງລະດັບນໍ້າເຊກອງ ໃນລະຫວ່າງວັນທີ 7-10 ຕຸລາ 2020 ຫຼັງຮັບຮູ້ແຈ້ງການຈາກບໍລິສັດຫຸ້ນສ່ວນເຂື່ອນໄຟຟ້ານໍ້າຕົກພາກກາງຂອງ ສສ ຫວຽດນາມ ຈະປ່ອຍນໍ້າບໍລິຫານອ່າງເກັບນໍ້າເຂື່ອນໄຟຟ້າອາເລື້ອຍ.

ພາບປະກອບຂ່າວເທົ່ານັ້ນ

ອີງຕາມແຈ້ງການເຕືອນໄພ ລະດັບນໍ້າເຊກອງ ແຕ່ວັນທີ 7 ຫາ 10 ຕຸລາ 2020 ສະບັບເລກທີ 86/ພຊສ.ຊກ, ລົງວັນທີ 6 ຕຸລາ 2020; ອີງໃສ່ແຈ້ງການຂອງບໍລິສັດຫຸ້ນສ່ວນເຂື່ອນໄຟຟ້າ ນໍ້າຕົກພາກກາງຂອງ ສສ ຫວຽດນາມ ສະບັບເລກທີ 1057/TB-EVNCHP ລົງວັນທີ 6 ຕຸລາ 2020 ວ່າດ້ວຍການປ່ອຍນໍ້າບໍລິຫານອ່າງເກັບນໍ້າເຂື່ອນໄຟຟ້າອາເລື້ອຍ ໃນລະຫວ່າງວັນທີ 7-10 ຕຸລາ 2020.

ພາບປະກອບຂ່າວເທົ່ານັ້ນ

ລະດັບນໍ້າເຊກອງ ຈະມີປະລິມານເພິ່ມຂຶ້ນຈາກລະດັບປົກກະຕິພຽງເລັກນ້ອຍ ເນື່ອງຈາກວ່າ ບໍລິສັດຫຸ້ນສ່ວນເຂື່ອນໄຟຟ້ານໍ້າຕົກພາກກາງ(ອາເລື້ອຍ) ປະເທດ ສສ ຫວຽດນາມ ຈະໄດ້ປ່ອຍນໍ້າອອກຈາກເຂື່ອນ ໃນເວລາ 8:00 ໂມງ ຂອງວັນທີ 9 ຕຸລາ 2020 ໃນບໍລິມາດ 100-1.000 ແມັດກ້ອນຕໍ່ວິນາທີ ແລະ ຄາດວ່າລະດັບນໍ້າ-ນໍ້າເຊກອງ ໃນລະຫວ່າງວັນທີ 7-10 ຕຸລາ 2020 ຈະມີປະລິມານສູງຂຶ້ນເຖິງ 5,50-6,50 ແມັດ, ສ່ວນລະດັບນໍ້າ-ນໍ້າເຊກອງໃນເວລາ 07:00ໂມງ 2,52ແມັດ(ລະດັບນໍ້າເຂດເຕືອນໄພແມ່ນ 17,50 ແມັດ, ເຂດອັນຕະລາຍແມ່ນ 18,50 ແມັດ).

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນມາຍັງອໍານາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ ຕະຫຼອດຮອດພໍ່ແມ່ປະຊາຊົນທີ່ອາໄສ ແລະ ດໍາລົງຊີວິດ ຢູ່ລຽບຕາມນໍ້າເຊກອງ ຈົ່ງມີສະຕິ ລະມັດລະວັງຕໍ່ສະພາບການດັ່ງທີ່ຈະເກີດຂຶ້ນ ພ້ອມທັງໃຫ້ຕິດຕາມຂ່າວ ສະພາບອາກາດ ແລະ ນໍ້າ ຈາກພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ(ຂະແໜງຊັບພະຍາກອນນໍ້າ ແລະ ອຸຕຸນິຍົມ) ໂດຍອອກຂ່າວທາງວິທະຍຸ ແລະ ໂທລະພາບຂອງແຂວງເປັນປະຈໍາ.