ປະທານປະເທດຈີນ ອວຍພອນໃຫ້ ທຣຳ ຫາຍດີໄວໆ

170

ສຳນັກຂ່າວຕ່າງປະເທດລາຍງານວ່າ: ທ່ານ ສີ ຈິ້ນຜິງ ປະທານປະເທດ ແຫ່ງ ສປ ຈີນ ໄດ້ສົ່ງສານອວຍ ພອນເຖິງປະທານາທິບໍດີ ໂດນັນ ທຣຳ ຂອງສະຫະລັດອາເມຣິກາ ພ້ອມດ້ວຍພັນລະຍາ ທີ່ຕິດເຊື້ອໂຄວິດ – 19 ຂໍໃຫ້ປິ່ນປົວຫາຍດີໄວໆ.

ທັງນີ້, ໃນໄລຍະຜ່ານມາເຖິງວ່າ ໂດນັນ ທຣຳ ຈະວິພາກວິຈານຈີນ ສປ ຈີນ ໃນຫຼາຍປະເດັນກໍຕາມ ໂດຍສະເພາະປະເດັນທີ່ ໂດນັລ ທຣຳ ກ່າວຫາວ່າ ຈີນ ເປັນຕົ້ນເຫດເຮັດໃຫ້ເຊື້ອພະຍາດໂຄວິດແຜ່ລະບາດໄປທົ່ວໂລກ, ລວມທັງການເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມຂຶ້ນ ແລະ ອີກບັນຫາອື່ນໆຈົນເຮັດໃຫ້ສາຍພົວພັນລະຫວ່າງສະຫະລັດອາເມຣິກາ ແລະ ສປ ຈີນ ເຄັ່ງຕຶງຂຶ້ນ ແຕ່ ທ່ານ ສີ ຈິ້ນຜິງ ກໍໄດ້ສົ່ງສານອວຍພອນຂໍໃຫ້ທັງ ທຣຳ ແລະ ພັນລະຍາຂອງລາວ ປິ່ນປົວຫາຍດີຈາກອາການຕິດເຊື້ອໂຄວິດ – 19 ໄວໆ.

ປັດຈຸບັນປະທານາທິບໍດີ ທຣຳ ໄດ້ຮັບການປິ່ນປົວຢູ່ທີ່ໂຮງໝໍສູນການແພດທະຫານ ວອລເຕີຣີດ ໃກ້ກັບນະຄອນຫຼວງວໍຊິງຕັນ ສະຫະລັດອາເມຣິກາ, ໃນຂະນະທີ່ ທ່ານໝໍປະຈຳທຳນຽບປະທານາທິບໍດີຂອງສະຫະລັດລະບຸວ່າ: ຂະນະນີ້ອາການຂອງ ໂດນັນ ທຣຳ ບໍ່ໜ້າເປັນຫ່ວງ ແລະ ໄລຍະຜ່ານມາຍັງບໍ່ໄດ້ໃຊ້ເຄື່ອງຊ່ວຍຫາຍໃຈແຕ່ຢ່າງໃດ.