3 ພາກສ່ວນ ກຽມເຊື່ອມຕໍ່ລະບົບການຊຳລະຜ່ານລະບົບເອັມມັນນີ

99

ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ເຊັນສັນຍາຮ່ວມມືກັບ ບໍລິສັດ ລາວໂມບາຍມັນນີ ຈໍາກັດຜູ້ດຽວ ແລະ ທະນາຄານ ບີໄອຊີ ລາວ ຈຳກັດ ( BIC ) ໃນການໃຫ້ບໍລິການ ການເງິນດິຈິຕອນຜ່ານມືຖືຂຶ້ນໃນວັນທີ 24 ກັນຍາ 2020.

ເປັນກຽດລົງນາມພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືເຊື່ອມຕໍ່ລະບົບການຊຳລະຮ່ວມກັນໃນຄັ້ງນີ້ ມີ: Mr. Lim Waihoong ( CEO of BIC Bank Lao ) ຜູ້ອຳນວຍການໃຫຍ່ ຈາກທະນາຄານ BIC ລາວ ຈຳກັດ, ທ່ານ ທັນສະໄໝ ຊາມຸນຕີ ຜູ້ອຳນວຍການ ບໍລິສັດ ລາວໂມບາຍມັນນີ ຈຳກັດ ຜູ້ດຽວ.

ຈຸດປະສົງຂອງການເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ເພື່ອເປັນການເປີດຕົວຢ່າງເປັນທາງການ ກ່ຽວກັບການຮ່ວມມືໃຫ້ບໍລິການ ການເງິນດິຈິຕອນຜ່ານມືຖືຜ່ານທະນາຄານ ບີໄອຊີ ລາວ ຈຳກັດ ເຊັ່ນ: ການນໍາເງິນສົດເຂົ້າກະເປົາ M Money, ການຖອນເງິນສົດຈາກກະເປົາ M Money ຜ່ານປ່ອງບໍລິການຂອງທະນາຄານ, ຕູ້ຖອນເງິນອັດຕະໂນມັດ ( ATM ), ໂອນເງິນຈາກບັນຊີທະນາຄານ ຫາ ກະເປົາ M Money ຫຼື ຈາກກະເປົາ M Money ຫາ ບັນຊີທະນາຄານ ແລະ ການຮ່ວມມືກັນໃນການໃຫ້ບໍລິການລູກຄ້າທີ່ໃຊ້ M Mo- ney ສາມາດຊຳລະຄ່ານໍ້າ, ໄຟຟ້າ, ພາສີ, ອາກອນ, ສາທາລະນູປະໂພກ ແລະ ໃບບິນຕ່າງໆ ຫຼື ຊໍາລະຄ່າສິນຄ້າ ແລະ ຄ່າບໍລິການໂດຍໃຊ້ລະບົບ QR code ຜ່ານຮ້ານຄ້າຄູ່ຮ່ວມທຸລະກິດ ເພື່ອແນໃສ່ການຕອບສະໜອງຄວາມຕ້ອງການຂອງລູກຄ້າ ແລະ ຮ້ານຄ້າຄູ່ຮ່ວມທຸລະກິດໃຫ້ທົ່ວເຖິງ ແລະ ຄວບຄຸມການບໍລິການດ້ານການເງິນດິຈິຕອນຜ່ານມືຖືໄດ້.

ປະໂຫຍດໃນການຮ່ວມມືກັນໃນຄັ້ງນີ້ແມ່ນລູກຄ້າສາມາດເຂົ້າເຖິງການບໍລິການດັ່ງກ່າວນີ້ໄດ້ຢ່າງງ່າຍດາຍ ແລະ ຄວບຄຸມທົ່ວປະເທດ ອຳນວຍຄວາມສະດວກສະບາຍ ແລະ ຕອບໂຈດທຸກການໃຊ້ງານ ເຊິ່ງໃຫ້ຄວາມປອດໄພໃນການນຳໃຊ້ບໍລິການໃຫ້ແກ່ປະຊາຊົນທຸກຄົນ ພ້ອມສ້າງສັງຄົມທີ່ບໍ່ນໍາໃຊ້ເງິນສົດໃນທົ່ວປະເທດ, ເສີມສ້າງບໍລິການການເງິນດິຈິຕອນໃຫ້ກາຍເປັນກະເປົາເງິນທີ່ມີຜູ້ຄົນນໍາໃຊ້ຫຼາຍເປັນອັນດັບ 1 ໃນອະນາຄົດອັນໃກ້ນີ້ ໂດຍທຸກພາກສ່ວນໄດ້ຮັບຜົນປະໂຫຍດສູງສຸດ.

ຫຼັງຈາກເຊັນບົດບັນທຶກ ຄວາມເຂົ້າໃຈການຮ່ວມມືກັນແລ້ວ ທັງ 2 ຝ່າຍ ກໍໄດ້ມີການວາງແຜນໃນການພັດທະນາລະບົບ ແລະ ການສະໜອງບໍລິການຕ່າງໆ.