ລາວ ໂມບາຍມັນນີ ຮ່ວມກັບ ທະນາຄານ ບີ ໄອ ຊີ ລົງນາມວ່າດ້ວຍການຮ່ວມມືເຊື່ອມຕໍ່ລະບົບການຊຳລະ

190

ໃນຕອນແລງວັນທີ 24 / 09 / 2020 ທີ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ, ນະຄອນຫລວງວຽງຈັນ ໄດ້ຈັດພິທີເຊັນສັນຍາຮ່ວມມື ລະຫວ່າງ ບໍລິສັດ ລາວ ໂມບາຍມັນນີ ຈໍາກັດຜູ້ດຽວ ແລະ ທະນາຄານ ບີໄອຊີ ລາວ ຈຳກັດ(BIC) ໃນການໃຫ້ບໍລິການ ການເງິນດີຈີຕ້ອນເທິງມືຖື, ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ລຳມອນ ສິມມະໄລວົງ ຮອງຫົວໜ້າກົມຄຸ້ມຄອງລະບົບຊຳລະສະສາງ ທະນາຄານ ແຫ່ງ ສປປ ລາວ, ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ, ທ່ານ ນາງ ກິ່ງໂພເງິນ ພູມມະສັກ (ຜູ້ອຳນວຍການໃຫ່ຍ ກຸ່ມບໍລິສັດ ເອໄອເອັຟ, ປະທານສະພາບໍລິຫານ ທະນາຄານ ບີໄອຊີ ລາວ ຈຳກັດ), Mr. Lim Waihoong (CEO of BIC Bank Lao) ຜູ້ອຳນວຍການໃຫຍ່ ຈາກ ທະນາຄານ BIC ລາວ ຈຳກັດ ກໍໄດ້ເຂົ້າຮ່ວມ.

ເປັນກຽດລົງນາມພິທີເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື ເຊື່ອມຕໍ່ລະບົບການຊຳລະຮ່ວມກັນໃນຄັ້ງນີ້ມີ: Mr. Lim Waihoong (CEO of BIC Bank Lao) ຜູ້ອຳນວຍການໃຫຍ່ ຈາກ ທະນາຄານ BIC ລາວ ຈຳກັດ ແລະ ທ່ານ ທັນສະໄໝ ຊາມຸນຕີ ຜູ້ອຳນວຍການ ບໍລິສັດ ລາວ ໂມບາຍມັນນີ ຈຳກັດ ຜູ້ດຽວ .

ນອກຈາກນີ້ເຂົ້າຮ່ວມໃນພິທີຍັງມີ ຄະນະຜູ້ບໍລິຫານ ລາວ ໂທລະຄົມມະນາຄົມ ມະຫາຊົນ, ຄະນະຜູ້ບໍລິຫານບໍລິສັດ ລາວ ໂມບາຍມັນນີ ຈໍາກັດຜູ້ດຽວ ແລະ ຄະນະຜູ້ບໍລິຫານ ທະນາຄານ ບີໄອຊີ ລາວ ຈຳກັດ ພ້ອມດ້ວຍແຂກ ແລະ ສື່ມວນຊົນ ກໍໄດ້ໃຫ້ກຽດເຂົ້າຮ່ວມ ແລະ ເກັບກຳຂ່າວໃນຄັ້ງນີ້ດ້ວຍ.

ຈຸດປະສົງຂອງການຈັດງານເຊັນບົດບັນທຶກຄວາມເຂົ້າໃຈ ໃນຄັ້ງນີ້ແມ່ນ ເພື່ອເປັນການເປີດຕົວຢ່າງເປັນທາງການ ກ່ຽວກັບການຮ່ວມມື ໃຫ້ບໍລິການ ການເງິນດິຈິຕ້ອນເທິງມືຖື ຜ່ານ ທະນາຄານ ບີໄອຊີ ລາວ ຈຳກັດ ເຊັ່ນ: ການນໍາເງິນສົດເຂົ້າກະເປົາ M Money, ການຖອນເງິນສົດຈາກກະເປົາ M Money ຜ່ານປ່ອງບໍລິການຂອງທະນາຄານ , ຕູ້ຖອນເງິນອັດຕະໂນມັດ (ATM), ໂອນເງິນຈາກບັນຊີທະນາຄານ ຫາ ກະເປົາ M Money ຫຼື ຈາກກະເປົາ M Money ຫາ ບັນຊີທະນາຄານ ແລະ ການຮ່ວມມືກັນໃນການໃຫ້ບໍລິການລູກຄ້າທີ່ໃຊ້ M Money ສາມາດຊຳລະຄ່ານໍ້າ, ໄຟຟ້າ, ພາສີ, ອາກອນ, ສາທາລະນູປະໂພກ ແລະ ໃບບິນຕ່າງໆ ຫຼື ຊໍາລະຄ່າສິນຄ້າ ແລະ ຄ່າບໍລິການໂດຍໃຊ້ລະບົບ QR code ຜ່ານຮ້ານຄ້າຄູ່ຮ່ວມທຸລະກິດ ເພື່ອແນໃສ່ການຕອບສະໜອງຄວາມຕ້ອງການຂອງລູກຄ້າ ແລະ ຮ້ານຄ້າຄູ່ຮ່ວມທຸລະກິດໃຫ້ທົ່ວເຖິງ ແລະ ຄວບຄຸມການບໍລິການດ້ານການເງິນດິຈິຕ້ອນເທິງມືຖືໄດ້.

ປະໂຫຍດໃນການຮ່ວມມືກັນໃນຄັ້ງນີ້ແມ່ນລູກຄ້າສາມາດເຂົ້າເຖິງການບໍລິການດັ່ງກ່າວນີ້ໄດ້ຢ່າງງ່າຍດາຍ ແລະ ຄວບຄຸມທົ່ວປະເທດ ອຳນວຍຄວາມສະດວກສະບາຍ ແລະ ຕອບໂຈດທຸກການໃຊ້ງານ ເຊິ່ງໃຫ້ຄວາມປອດໄພ ໃນການນຳໃຊ້ບໍລິການໃຫ້ແກ່ປະຊາຊົນທຸກຄົນ ພ້ອມສ້າງສັງຄົມທີ່ບໍ່ນໍາໃຊ້ເງິນສົດໃນທົ່ວປະເທດ, ເສີມສ້າງບໍລິການການເງິນດີຈີຕ້ອນໃຫ້ກາຍເປັນກະເປົາເງິນທີ່ມີຜູ້ຄົນນໍາໃຊ້ຫລາຍເປັນອັນດັບ 1 ໃນອະນາຄົດອັນໄກ້ນີ້ໂດຍທຸກພາກສວ່ນໄດ້ຮັບຜົນປະໂຫຍດສູງສຸດ.

ເຊິ່ງຫຼັງຈາກ ເຊັນບົດບັນທຶກຄວາມເຂົ້າໃຈການຮ່ວມມືກັນແລ້ວ ທັງ 2 ຝ່າຍ ກໍໄດ້ມີການວ່າງແຜນ ໃນການພັດທະນາລະບົບ ແລະ ການສະໜອງບໍລິການຕ່າງໆ ຂອງບໍລິການການເງິນດິຈິຕ້ອນເທິງມືຖື ເພື່ອເປັນການສືສານໃຫ້ກາຍເປັນອຸດສາຫະກຳທີທັນສະໄໝໃນການເຊື່ອມໂຍງບັນດາຫົວໜ່ວຍທຸລະກິດທັງພາຍໃນ ແລະ ຕ່າງປະເທດ ໃຫ້ເປັນສ່ວນໜຶ່ງສ້າງທ່າແຮ່ງຊຸກຍູ້ຜັນຂະຫຍາຍແນວທາງທຸລະກິດດິຈິຕ້ອນໃນອານາຄົດຂ້າງໜ້າໃຫ້ປະສົບຜົນສຳເລັດ ເພື່ອທຳໜ້າທີໃຫ້ບໍລິການການເງິນດິຈິຕ້ອນເທິງມືຖືດ້ວຍເຄື່ອງໝາຍການຄ້າ M Money ຕາມສະໂລແກນທີ່ວ່າ ໃຫ້ຊີວິດງ່າຍຂຶ້ນຕາມຍຸກດິຈິຕ້ອນ ດ້ວຍວິໄສທັດເປັນຜູ້ນຳດ້ານການເງິນດິຈິຕ້ອນໃນ ສປປ ລາວ.