ເສດຖະກິດອັດຕະປື ຂະຫຍາຍຕົວ 7,5% ຕໍ່ປີ

183

ເສດຖະກິດແຂວງອັດຕະປື ໃນໄລຍະ 5 ປີຜ່ານມາ ແຕ່ປີ 2016 – 2020 ແມ່ນໄດ້ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ໃນຈັງຫວະສະເລ່ຍ 7,5% ຕໍ່ປີ ເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ ສະເລ່ຍຕໍ່ຫົວຄົນບັນລຸ 2 ພັນກວ່າໂດລາສະຫະລັດ, ໂຄງປະກອບເສດຖະກິດໄດ້ຫັນປ່ຽນໄປຕາມທິດຫັນເປັນອຸດສາຫະກໍາ ແລະ ທັນສະໄໝເທື່ອລະກ້າວ.

ທ່ານ ອຸ່ນຫຼ້າ ໄຊຍະສິດ ຮອງເຈົ້າແຂວງອັດຕະປື ລາຍງານຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ອັດຕະປື ຄັ້ງທີ XI ໃນວັນທີ 17 ກັນຍາ 2020 ນີ້ວ່າ: ເຖິງແມ່ນວ່າແຂວງອັດຕະປື ຈະພົບຄວາມຫຍຸ້ງຍາກຫຼາຍດ້ານທີ່ບໍ່ເອື້ອອຳນວຍຕໍ່ການພັດທະນາເສດຖະກິດ –      ສັ ງຄົມ ໃນໄລຍະ 5 ປີຜ່ານມາກໍຕາມ, ພາຍໃຕ້ການຊີ້ນໍາ – ນຳພາຂອງຄະນະພັກ – ອົງການປົກຄອງທຸກຂັ້ນ, ຄວາມບຸກບືນຜ່ານຜ່າຂອງບັນດາຂະແໜງການ ແລະ ທ້ອງຖິ່ນ ລວມທັງການປະກອບສ່ວນອັນສຳຄັນຂອງຜູ້ປະກອບການທຸລະກິດ ແລະ ປະຊາຊົນບັນດາເຜົ່າໄດ້ເຮັດໃຫ້ແຜນພັດທະນາເສດຖະກິດ – ສັງຄົມ 5 ປີ ໄດ້ຮັບການຈັດຕັ້ງປະຕິບັດມີຜົນສຳເລັດຢ່າງຕໍ່ເນື່ອງ ສະ ເລ່ຍ 7,5% ຕໍ່ປີ, ໃນນັ້ນຂະແໜງກະສິກໍາ ກວມເອົາ 23,39%, ທຽບໃສ່ປີ 2015 ຫຼຸດລົງ 4,83%, ຂະແໜງອຸດສາຫະກຳ ກວມເອົາ 36,87%, ທຽບໃສ່ປີ 2015 ເພີ່ມຂຶ້ນ 0,57%, ຂະແໜງບໍລິການ ກວມເອົາ 39,74%, ທຽບໃສ່ປີ 2015 ເພີ່ມຂຶ້ນ 4,29%.

ຂະນະດຽວກັນການລົງທຶນ ລວມທັງສັງຄົມປະຕິບັດໄດ້ທັງໝົດ 6.743,31 ຕື້ກີບ ເທົ່າກັບ 95% ຂອງແຜນການ, ການເກັບລາຍຮັບງົບປະມານພາຍໃນແຂວງປະຕິບັດໄດ້ 686,24 ຕື້ກີບ ລື່ນແຜນ 14,37% ມູນຄ່າການສົ່ງອອກສິນຄ້າອຸດສາຫະກໍາປຸງແຕ່ງ ປະຕິບັດໄດ້ 393,82 ລ້ານໂດລາ ກວມເອົາ 87%, ດ້ານການຜະລິດ ແລະ ການບໍລິການມີທ່າຂະຫຍາຍຕົວ ແລະ ສາມາດຕອບສະໜອງໃຫ້ແກ່ສັງຄົມໄດ້ໂດຍພື້ນຖານ ເປັນຕົ້ນການຜະລິດເຂົ້າໃນ 5 ປີ ມີເນື້ອທີ່ 123.170 ເຮັກຕາ, ຜົນຜະລິດໄດ້ 320.601 ໂຕນ ເທົ່າກັບ 64% ຂອງແຜນການ, ສະເລ່ຍເຂົ້າເປືອກຕໍ່ຄົນຕໍ່ປີໄດ້ 414 ກິໂລ, ອັດຕາການຂະຫຍາຍຕົວຂອງຝູງສັດ ສະເລ່ຍ 5% ຕໍ່ປີ, ການຜະລິດເປັນສິນຄ້າກໍໄດ້ຮັບການສົ່ງເສີມຈາກພາກລັດ ແລະ ຜູ້ປະກອບການຫຼາຍຂຶ້ນ ໂດຍສະເພາະໃນຂົງເຂດກະສິກໍາ ແລະ ອຸດສາຫະກໍາປຸງແຕ່ງຜົນຜະລິດກະສິກໍາ ເຊັ່ນ: ການປູກມັນຕົ້ນ ມີເນື້ອທີ່ 12.044 ເຮັກຕາ, ຜົນຜະລິດໄດ້ 402.837 ໂຕນ, ການປູກອ້ອຍ ມີເນື້ອທີ່ 24.953  ເຮັກຕາ, ຜົນຜະລິດໄດ້ 1.931.058 ໂຕນ, ປູກກາເຟ ມີເນື້ອທີ່ 7.097 ເຮັກ ຕາ, ຜົນຜະລິດໄດ້ 9.241 ໂຕນ, ປູກໝາກກ້ວຍ ເນື້ອທີ່ 8.997 ເຮັກຕາ, ຜົນຜະລິດໄດ້ 435.349 ໂຕນ, ຜະລິດຊີ້ນ, ປາ ແລະ ໄຂ່ ເພື່ອຕອບສະໜອງຕະຫຼາດພາຍໃນໄດ້ຢ່າງພຽງພໍ, ອັດຕາການບໍລິໂພກຊີ້ນ, ປາ ແລະ ໄຂ່ ສະເລ່ຍ 46 ກິໂລຕໍ່ຄົນຕໍ່ປີ.

ດ້ານອຸດສາຫະກໍາໄດ້ປັບປຸງ ແລະ ດັດສົມໂຮງງານປຸງແຕ່ງໄມ້ ແລະ ໂຮງງານເຟີນີເຈີ ຈາກ 36 ແຫ່ງ ມາເປັນ 32 ແຫ່ງ, ຄຸ້ມຄອງ, ຊຸກຍູ້ສົ່ງເສີມວິສາຫະກິດຂະໜາດກາງ ແລະ ນ້ອຍ ໃຫ້ມີຄວາມເຂັ້ມແຂງ, ຮັບຮອງຜະລິດຕະພັນໂອດ໋ອບໄດ້ 6 ລາຍການ, ຕານ່າງເສັ້ນທາງຄົມມະນາຄົມທົ່ວແຂວງມີຄວາມຍາວ 1.500,85 ກິໂລແມັດ, ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 113,76 ກິໂລແມັດ ເຮັດໃຫ້ທຸກບ້ານມີເສັ້ນທາງເຂົ້າເຖິງ, ທຸກບ້ານມີໄຟຟ້າຊົມໃຊ້, ມີ 29.029 ຄົວເຮືອນໄດ້ຊົມໃຊ້ໄຟຟ້າ ກວມເອົາ 95% ຂອງຄົວເຮືອນທັງໝົດທົ່ວແຂວງ, ລະບົບສັນຍານໂທລະສັບໄດ້ກວມເອົາທຸກບ້ານທົ່ວແຂວງ, ມີທັງໝົດ 215.883 ນໍ້າເບີ ເທົ່າກັບ 1,3 ນໍ້າເບີຕໍ່ຄົນ, ການບໍລິການອິນເຕີເນັດ ມີ 83.922 ນໍ້າເບີ ກວມເອົາ 54% ຂອງປະຊາກອນ.

ທ່ານ ອຸ່ນຫຼ້າ ໄຊຍະສິດ ຮອງເຈົ້າແຂວງອັດຕະປື ໄດ້ກ່າວຕື່ມວ່າ: ຜົນສຳເລັດດັ່ງກ່າວກໍຍ້ອນວ່າແຂວງອັດຕະປື ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງທີ່ໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ເຊິ່ງໄດ້ກາຍເປັນປັດໄຈພື້ນຖານໃຫ້ແກ່ການພັດທະນາເສດຖະກິດ – ສັງຄົມເຕີບໃຫຍ່ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ.

( ຂ່າວ: ວັດທະນາ ຫຼວງອາໄພ )