ມະເຮັງລຳໄສ້ໃຫຍ່ ພະຍາດຮ້າຍໃນການໃຊ້ຊີວິດແບບຮີບດ່ວນ

109

ວິທີສັງເກດວ່າຕົນເອງສ່ຽງທີ່ຈະເປັນມະເຮັງລຳໄສ້ໃຫຍ່ ຫຼື ບໍ່ ຫຼັງຈາກທີ່ແຊດວິກ ໂບສແມນ ນັກສະແດງລະດັບໂລກ ເສຍຊີວິດດ້ວຍພະຍາດມະເຮັງລຳໄສ້ໃຫຍ່ ແນວໃດກໍ່ດີ ການເສຍຊີວິດຄັ້ງນີ້ ກໍ່ເຮັດໃຫ້ຫຼາຍຄົນເລີ່ມຕະໜັກກວ່າພະຍາດທີ່ຢູ່ໃກ້ໂຕເຮົາ ບໍ່ວ່າຈະອາຍຸນ້ອຍເທົ່າໃດກໍ່ຕາມ ໂດຍສະເພາະພະຍາດມະເຮັງ ທີ່ມັກມາຢ່າງບໍ່ຮູ້ໂຕ ດ້ວຍເຫດນີ້ ເຮົາຈຶ່ງຂໍແນະນຳວິທີການຕັ້ງຂໍ້ສັງເກດງ່າຍໆ ວ່າ ອາການຂອງການເປັນພະຍາດມະເຮັງລຳໄສ້ໃຫຍ່ນັ້ນມີຫຍັງແນ່.

ອາການທີ່ກ່ຽວກັບອາຈົມ ( ຂອງເສຍພາຍໃນຮ່າງກາຍ )

1 ການຂັບຖ່າຍທີ່ຜິດປົກກະຕິໄປຈາກເດີມ ເຊັ່ນ ຖ່າຍດຸຂຶ້ນ ຫຼື ຖ່າຍນ້ອຍກວ່າປົກກະຕິ ຫຼື ຖ່າຍບໍ່ສຸດ.

2 ອາຈົມມີເລືອດຕິດຢູ່ ແຕ່ທັ້ງນີ້ທັ້ງນັ້ນຕ້ອງເບິ່ງສ່ວນອື່ນປະກອບພ້ອມ ເພາະພະຍາດລິດສີດວງທະວານກໍມີເລືອດປົນມາເຊົ່ນກັນ.

3 ຮູບຊົງຂອງອາຈົມ ມີຂະໜາດນ້ອຍລົງກວ່າປົກກະຕິ.

4 ຮັບປະທານອາຫານເທົ່າເດີມ ແຕ່ນ້ຳໜັກຫຼຸດລົງ ແແບບໍ່ຮູ້ສາເຫດ.

5 ເບື່ອອາຫານ.

6 ການອ່ອນອອ່ນເພຍ ອ່ອນແຮງແບບບໍ່ມີສາເຫດ.

7 ຄຳໜ້າທ້ອງຈະເຫັນກ້ອນເນື້ອຢູ່ໃນລຳໄສ້.

ທັງນີ້ ຈາກຂໍ້ມູນໄດ້ລະບຸວ່າ ພະຍາດມະເຮັງລຳໄສ້ໃຫຍ່ນັ້ນ ເປັນພະຍາດທີ່ພົບເຫັນຫຼາຍ ສະນັ້ນ ຫາກໃຜທີ່ມີອາການທີ່ກ່າວມາຂ້າງເທິງກໍຄວນໄປກວດ ເພື່ອບໍ່ໃຫ້ມີຄວາມສ່ຽງທີ່ຈະລຸກລາມຫຼາຍກວ່ານີ້.