ເມນູ “ແໜມເນືອງ” ພ້ອມສູດນ້ຳແຈ່ວຄົບຊຸດ ເຮັດກິນດີ ເຮັດຂາຍໄດ້

344

ມື້ນີ້ເຮົາຈະນຳເອົາສູດອາຫານຂອງປະເທດບ້ານໃກ້ເຮືອນຄຽງທີ່ຄົນລາວເຮົາມັກກິນມາຝາກທຸກທ່ານ ເມນູທີ່ເວົ້າມານີ້ກໍຄື ແໜມເນືອງ ນັ້ນເອງ ເຊິ່ງເມນູນີ້ເປັນເມນູຂອງປະເທດຫວຽດນາມ ເຮົາມາເບິ່ງສ່ວນປະກອບ ແລະ ວິທີປຸງແຕ່ງຂອງແໜມເນືອງກັນເບິ່ງ.

ວັດຖຸດິບແໜມເນືອງປະກອບມີ: ຊີ້ນໝູບົດ 5 ກິໂລ, ຕ່ອນນ້ຳມັນໝູ 1 ກິໂລ, ແປ້ງມັນ 1 ຈອກ, ກະທຽມບົດ 40 ກຣາມ, ນ້ຳຕານຊາຍ 20 ກຣາມ, ຜົງຄະນໍ 2 ບ່ວງແກງ, ພິກໄທ 2 ບ່ວງແກງ ແລະ ນ້ຳ 1 ຈອກ.

ວິທີປຸງແຕ່ງ: ປະສົມເຄື່ອງປຸງທຸກຢ່າງລົງໄປໃນຊີ້ນແລ້ວນວດໃຫ້ລະອຽດ ເອົາໄປພັກໄວ້ 1 ຄືນເພື່ອຄວາມແຊບຂອງແໜມ (ຖ້າບໍ່ມີເວລາພັກປະໄວ້ 1-2 ຊົ່ວໂມງກໍ່ເອົາມາປີ້ງໄດ້) ຫຼັງຈາກນັ້ນເອົາມາປີ້ງ ຫຼື ອົບ ຖ້າໃຊ້ເຕົາອົບໃຫ້ໃສ່ອຸນຫະພູມຄວາມຮ້ອນຢູ່ທີ່ 375 ຟາເລນຮາຍ ເປັນເວລາ 40 ນາທີ ກໍສຸກພອ້ມເສີບ.

ສ່ວນປະກອບນ້ຳແຈ່ວ: ໝາກແອັບເປີ້ນ 1 ໜ່ວຍ, ມັນຝຣັ່ງ 2 ຫົວ, ກະທຽມປອກປະມານ 1 ຫົວ, ນ້ຳຕານຊາຍ 1 ຈອກ, ນ້ຳມັນງາ 40 ກຣາມ, ເຕົ້າຈ້ຽວ 23 ກຣາມ, ຊັອດໝາກເລັ່ນ 20 ກຣາມ, ເກືອ 1 ບ່ວງກາເຟ, ຄະນໍ 1 ບ່ວງແກງ, ນ້ຳສົ້ມສາຍຊູ 1 ບ່ວງແກງ, ເນີຍຖົ່ວ 1 ບ່ວງແກງ ແລະ ນ້ຳ 4 ຈອກ.

ວິທີເຮັດນ້ຳແຈ່ວ: ປອກເປືອກໝາກແອັບເປີ້ນແລ້ວຕັດເປັນຕ່ອນພ້ອມມັນຝຣັ່ງ ປະສົມທຸກຢ່າງໃສ່ໝໍ້ແລ້ວນຳໄປຕົ້ມປະມານ 10-15 ນາທີ ສຸກແລ້ວປະໄວ້ໃຫ້ເຢັນຈຶ່ງນຳມາປັ່ນໃຫ້ລະອຽດ ຊິມລົດຊາດຕາມໃຈມັກພອ້ມເສີບຄູ່ກັບແໜມເນືອງຮ້ອນໆ ພ້ອມຜັກ ແລະ ເຄື່ອງຄຽງໄດ້.