ອາກາດຮ້ອນແບບນີ້ຕ້ອງຫາຫຍັງເຢັນໆມາປະທະຮ່າງກາຍກັນແນ່ ແລະ ມື້ນີ້ເຮົາກໍມີສູດເຮັດກະແລ້ມກະທິນົມສົດ ໂດຍໃຊ້ເຄື່ອງປັ່ນອາຫານ ເພື່ອເຮັດໃຫ້ເນື້ອກະແລ້ມນຽນກວ່າເກົ່າ ແລະ ບໍ່ເມື່ອຍນຳອີກ ສຳລັບທ່ານໃດທີ່ມີເຄື່ອງນີ້ຢູ່ແລ້ວ ກໍລອງນຳມາຮຽນເຮັດໄປພ້ອມໆ ກັນໄດ້ເລີຍ.
ວັດຖຸດິບສ່ວນປະສົມ: ວິບຄຣີມ 300 ກຣາມ, ນໍ້າຕານຊາຍຂາວ 150-200 ກຣາມ (ຖ້າຢາກຫວານກໍເພີ່ມນໍ້າຕານຕາມຕ້ອງການ), ນົມຂຸ້ນຈືດ 150 ກຣາມ (1 ກະປ໋ອງນ້ອຍທີ່ວາງຂາຍທົ່ວໄປ), ຫົວກະທິສົດ 150 ກຣາມ, ເກືອ 1/4 ບ່ວງຊາ ແລະ ຫາກມັກກິ່ນກໍໃສ່ຕາມຄວາມມັກ ຫຼື ຢາກໃສ່ໝາກໄມ້ຕາມໃຈມັກ.
ວິທີເຮັດກະແລ້ມ
1 ນຳວິບຄຣີມ ແລະ ນໍ້າຕານ ເກືອປົ່ນ ປະສົມເຂົ້າກັນ ແລະ ປັ່ນຈົນເປັນຄຣີມຂຸ້ນ ຫຼື ຕັ້ງຍອດ.
2 ຕື່ມກະທິ ແລະ ນົມລົງໄປ ປັ່ນຕໍ່. (ຫາກບໍ່ເມື່ອຍຫຼາຍ ຫຼື ມີເຄື່ອງປັ່ນກໍ່ຕີຈົນເປັນຄຣີມໄດ້ຍິ່ງດີ)
3 ນຳມາປັ່ນອີກຄັ້ງໃຫ້ເນື້ອກະແລ້ມຟູ ຍິ່ງຟູຫຼາຍ ຍິ່ງດີ ແລ້ວເທໃສ່ກ່ອງ ຫຼື ພາຊະນະທີ່ຕ້ອງການຈະເກັບແລ້ວປິດທັບດ້ວຍເຈ້ຍໄຂ ຫຼື ພາສຕິກ ແລ້ວແຊ່ເຢັນຈົນແຂງ.
ໝາຍເຫດ:
1 ຫາກຈະໃສ່ໝາກໄມ້ ຫຼື ຢ່າງອື່ນ ໃຫ້ໃສ່ຂັ້ນຕອນສຸດທ້າຍ.
2 ຫາກມີເຄື່ອງເຮັດກະແລ້ມກໍ ປະສົມທຸກຢ່າງເຂົ້າກັນເລີຍ ບໍ່ຕ້ອງແບ່ງຕີປັ່ນແບບສູດນີ້.
3 ຫາກບໍ່ມີເຄື່ອງເຮັດກະແລ້ມ ກໍປັ່ນ ຫຼື ຕີດ້ວຍມືກໍໃຊ້ໄດ້ແຕ່ຈະເມື່ອຍໜ້ອຍໜຶ່ງ.
ເປັນແນວໃດ ສຳລັບວິທີເຮັດກະແລ້ມກະທິນົມສົດກິນເອງແບບງ່າຍໆ ສຳລັບຄົນທີ່ມັກກິນກະແລ້ມຫາກມີເວລາວ່າງກໍຢ່າລືມນໍາສູດນີ້ໄປຫັດເຮັດກິນໄດ້ ບໍ່ຕ້ອງຢ້ານຕຸ້ຍເພາະໃນກະແລ້ມນົມສົດຖ້ວຍ 1 ມີພຽງ 150 kcal ເທົ່ານັ້ນ.